ເງິນເດືອນໜ້ອຍ ເປັນສາເຫດທີ່ພະນັກງານລັດບາງສ່ວນອອກວຽກມາເຮັດທຸລະກິດຕົນເອງ


ທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 16 ເຊກອງ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາ ພາກທຸລະກິດ ແລະ ພາກລັດເຮົາເອງ ເງິນເດືອນໜ້ອຍກໍຢູ່ບໍ່ລອດ ສຸດທ້າຍກໍຕ້ອງອອກມາປະກອບທຸລະກິດຢ່າງອື່ນ.

ນອກຈາກນີ້ ທ່ານ ເທບວົງສາ ຍັງໄດ້ກ່າວອີກວ່າ: ໄດ້ຍິນ ແລະ ຮັບຮູ້ແລ້ວວ່າມີຈຳນວນໜຶ່ງ ໃນປີນີ້ພະນັກງານລັດແຕ່ລະຂົງເຂດ ໄດ້ລາອອກຈຳນວນຫຼາຍ ເພື່ອປະກອບອາຊີບອື່ນ ຕໍ່ໄປລັດເຮົາຈະມີຄົນເຮັດວຽກບໍ່ ຫຼື ຕໍ່ໄປຈະມີຄົນມີຄວາມຮູ້ຄວາມສາມາດເຮັດວຽກສືບທອດລັດໄດ້ບໍ່. ເຊິ່ງບັນຫານີ້ ທ່ານ ເທບວົງສາ ກໍໄດ້ສະເໜີໃຫ້ລັດຖະບານຊ່ວຍແກ້ໄຂ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/