ເຄື່ອງມື AI ສາມາດຖອດລະຫັດຜ່ານຂອງເຮົາໄດ້ຢ່າງງ່າຍດາຍ ໃຜທີ່ມັກຕັ້ງລະຫັດງ່າຍໆລະວັງຈະຖືກເເຮັກໂດຍບໍ່ຮູ້ຕົວ


AI ເປັນປັນຍາປະດິດທີ່ທັນສະໄໝ ເເລະ ກຳລັງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ, ຫຼາຍຄົນອາດຮູ້ດີວ່າ AI ສາມາດເຮັດວຽກໄດ້ຫຼາຍຢ່າງ ບໍ່ວ່າຈະຂຽນ code ຄອມພິວເຕີ ເລົ່າເລື່ອງໃຫ້ເຮົາຟັງ ຫຼື ອະທິບາຍທິດສະດີຕ່າງໆ ເເຕ່ໃນຂະນະດຽວກັນມັນກໍສາມາດເຮັດໃນສິ່ງທີ່ຫຼາຍຄົນບໍ່ຄາດຄິດ ນັ້ນກໍຄືການເເກະລະຫັດຜ່ານຂອງເຮົາ.

ໂດຍຜູ້ຊ່ຽວຊານດ້ານຄວາມປອດໄພຈາກ Home Security Heroes ໄດ້ສະເເດງໃຫ້ເຮົາເຫັນວ່າເຄື່ອງມື AI ທີ່ສະຫຼາດນີ້ສາມາດເເກະລະຫັດຜ່ານເຮົາພາຍໃນບໍ່ຮອດນາທີໄດ້ເເນວໃດ.

ຈາກການຄົ້ນຄວ້າເຫັນວ່າ ເຄື່ອງມື AI ທີ່ມີຊື່ວ່າ PassGAN ມີຄວາມສາມາດໃນການເເກະລະຫັດຜ່ານໂດຍບໍ່ຕ້ອງຜ່ານຂະບວນການທີ່ມະນຸດໃຊ້ທົ່ວໄປ ເເຕ່ໃຊ້ວິທີວິເຄາະລະຫັດຜ່ານຈິງທີ່ເຄີຍຮົ່ວໄຫຼ.

ເມື່ອເບິ່ງຈາກລະຫັດຜ່ານທົ່ວໄປ Home Security Heroes ເຫັນວ່າ 81% ສາມາດຖອດລະຫັດໄດ້ພາຍໃນເວລາບໍ່ຮອດເດືອນ, 71% ສາມາດຖອດລະຫັດພາຍໃນເວລາບໍ່ຮອດມື້ໜຶ່ງ, 65% ສາມາດຖອດລະຫັດໄດ້ພາຍໃນເວລາບໍ່ຮອດ 1 ຊົ່ວໂມງ ເເລະ 51% ສາມາດຖອດໄດ້ໂດຍບໍ່ຮອດ 1 ນາທີ.

ປັດໄຈດ້ານຄວາມຍາວ ເເລະ ຄວາມຊັບຊ້ອນຂອງລະຫັດມີຜົນຕໍ່ AI ດັ່ງກ່າວ ໂດຍ PassGAN ໃຊ້ເວລາ 6 ນາທີໃນການເເກະລະຫັດທີ່ມີຄວາມຍາວ 7 ຕົວອັກສອນ ເຖິງເເມ່ນວ່າລະຫັດຜ່ານນັ້ນຈະມີຕົວອັກສອນໃຫຍ່ນ້ອຍ, ຕົວເລກ ຫຼື ສັນຍະລັກກໍຕາມ ເເລະ ໃຊ້ເວລາ 3 ນາທີໃນການເເກະລະຫັດຜ່ານທີ່ມີຄວາມຍາວ 13 ຕົວທີ່ມີເເຕ່ຕົວເລກພຽງຢ່າງດຽວ.

ໂດຍ Home Security Heroes ໄດ້ເເນະນໍາໃຫ້ຜູ້ໃຊ້ຕັ້ງລະຫັດຜ່ານທີ່ມີຄວາມຊັບຊ້ອນ, ໝັ່ນປ່ຽນລະຫັດຜ່ານ ເເລະ ບໍ່ໃຊ້ລະຫັດຜ່ານເເບບດຽວກັນໃນທຸກໆບັນຊີ ເພາະການຕັ້ງລະຫັດທີ່ມີຄວາມຍາວ ແລະ ຊັບຊ້ອນນັ້ນ ມີຄວາມປອດໄພຫຼາຍກວ່າ ໂດຍລະຫັດຜ່ານປະກອບດ້ວຍ 9 ຕົວອັກສອນທີ່ແຕ່ລະຕົວອັກສອນມີຮູບແບບຕົວອັກສອນທີ່ແຕກຕ່າງກັນ ອາດຕ້ອງໃຊ້​ເວ​ລາ​ເຖິງ 5 ປີ​ໃນການເເກະ ໃນ​ຂະ​ນະ​ທີ່​ລະ​ຫັດ​ຜ່ານ​ທີ່ມີຄວາມ​ຍາວ 18 ຕົວ​ອັກ​ສອນ​ ແລະ ​ມີ​ຕົວ​ເລກ​ພຽງຢ່າງດຽວໃຊ້ເວລາໃນການເເກະເຖິງ 10 ເດືອນ. ດັ່ງນັ້ນລະຫັດຜ່ານທີ່ມີ 18 ຕົວອັກສອນທີ່ປະກອບດ້ວຍຕົວອັກສອນທີ່ແຕກຕ່າງກັນ ອາດຕ້ອງໃຊ້ເວລາເຖິງ 6 ລ້ານປີ.

ນອກຈາກຄໍາແນະນໍາເຫຼົ່ານີ້, ທ່ານຍັງສາມາດນໍາໃຊ້ໂປຣເເກມ Password manager ເພື່ອຊ່ວຍສ້າງລະຫັດຜ່ານທີ່ມີຄວາມຍາວ ແລະ ຊັບຊ້ອນຫຼາຍຂຶ້ນໄດ້ອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/