ເຄີຍຫຼືບໍ່? ເວລາທີ່ກຳລັງເຮັດຫຍັງຢູ່ແລ້ວແຕ່ຢູ່ຊື່ໆ ພາບອະດີດຂອງຕົນກໍປາກົດໃນຫົວຂຶ້ນມາແບບບໍ່ບອກບໍ່ກ່າວ ແລະ ຫຼາຍຄັ້ງແມ່ນເຫດການໜ້າອາຍ ເຊິ່ງມັນມັກຄ້າງຄາຢູ່ກັບເຮົາ, ສາຍພາບຊ້ຳໄປມາ ອາການດັ່ງກ່າວເອີ້ນວ່າ Shame Shudder.
ອາການ Shame Shudder ຫຼືບາງຄັ້ງກໍເອີ້ນວ່າ Shame Attacks ໝາຍເຖິງເຫດການເລື່ອງໜ້າອາຍທີ່ສາຍຂຶ້ນມາໃຫ້ຄົນເຮົາໄດ້ເຫັນແບບບໍ່ມີສາເຫດ ແລະ ບໍ່ມີຕົ້ນຕໍ ເຖິງວ່າຈະແມ່ນສິ່ງທີ່ຜ່ານໄປໂດຍແລ້ວກໍຕາມ. ອາການ Shame Shudder ມັກຈະເກີດມາຈາກຕອນທີ່ເຮົາຮູ້ສຶກເສຍດາຍ ຈົນສົ່ງຜົນໃຫ້ເຮົາຮູ້ສຶກລັງກຽດ ແລະ ອຶດອັດ.
3 ປັດໄຈທີ່ມັກຈະກໍ່ໃຫ້ເກີດອາການ Shame Shudder ໄດ້ແກ່: ຄວາມຮູ້ສຶກຜິດທີ່ບໍ່ສາມາດແກ້ໄຂໄດ້, ບາດແຜທາງຈິດໃຈ ແລະ ບາດແຜທາງຈິດໃຈເມື່ອຍັງເປັນເດັກ.

1. ຄວາມຮູ້ສຶກຜິດທີ່ບໍ່ສາມາດແກ້ໄຂໄດ້
ທຸກຄົນຕ້ອງເຄີຍໄດ້ກະທຳຄວາມຜິດ ຫຼື ເຮັດໃນສິ່ງທີ່ໜ້າເສຍດາຍ. ບໍ່ວ່າຈະແມ່ນການກະທຳໄປຈົນຮອດຄຳເວົ້າທີ່ໄປກະທົບຈິດໃຈຜູ້ອື່ນ ຫຼື ຄົນທີ່ເຮົາໃສ່ໃຈ. ແຕ່ເມື່ອເວລາຜ່ານໄປ ພາບແຫ່ງຄວາມໜ້າອາຍຂອງເຮົາ ທີ່ໄດ້ເຮັດສິ່ງພວກນັ້ນລົງໄປກໍກັບມາສາຍໃຫ້ເບິ່ງອີກ.
2. ບາດແຜທາງຈິດໃຈ
ໃນອີກມຸມໜຶ່ງຂອງຜູ້ທີ່ຖືກກະທຳ ເມື່ອຖືກທຳຮ້າຍຈິດໃຈດ້ວຍຄຳເວົ້າ ຫຼື ການກະທຳ ຜູ້ທີ່ຖືກກະທຳເອງກໍມີບາດແຜທາງໃຈຈົນເກີດການສາຍພາບຊ້ຳຂຶ້ນມາ. ຍົກຕົວຢ່າງເຊັ່ນ: ການຖືກຕົວະໃຊ້ສິ່ງໃດໜຶ່ງ ເມື່ອເວລາຜ່ານໄປແລ້ວບໍ່ໄດ້ເຈິກັບຜູ້ທີ່ຕົວະເຮົາ ມັນກໍຍິ່ງເຮັດໃຫ້ບັນຫານີ້ບໍ່ໄດ້ຖືກຈັດການ ເຮັດໃຫ້ອະນາຄົດກໍຈະຄິດເຖິງພາບເຫຼົ່ານີ້, ພາບຕອນທີ່ຕົນເອງໄດ້ຖືກຕົວະ ແລະ ເກີດຄວາມອັບອາຍຂຶ້ນມາ.

3. ບາດແຜທາງຈິດໃຈເມື່ອຍັງເປັນເດັກ
ບາດແຜທາງຈິດໃຈເມື່ອຍັງເປັນເດັກທີ່ບໍ່ສາມາດຈັດການໃຫ້ມັນໝົດໄປໄດ້ ກໍຈະນຳຫຼອກຫຼອນເດັກຄົນນັ້ນໄປຈົນພວກເຂົາເຕີບໃຫຍ່ ເຖິງແມ່ນວ່າພວກເຂົາທີ່ເປັນຜູ້ໃຫຍ່ແລ້ວ ຈະສາມາດຮັບມືກັບເຫດການນັ້ນໄດ້ດີແຕກຕ່າງຈາກຕອນຍັງນ້ອຍກໍຕາມ.
ອາການ Shame Shudder ບໍ່ມີວິທີການກຳຈັດມັນໄປຖາວອນ ແຕ່ກໍມີວິທີການຝືກເພື່ອຫຼຸດຜ່ອນບໍ່ໃຫ້ມັນໜັກຈົນເກີນໄປ ເຊິ່ງມີດັ່ຕໍ່ໄປນີ້:
– ການຍົກໂທດໃຫ້ຕົນເອງ: ການຮັບຮູ້ເຖິງເຫດການທີ່ເຈັບປວດນັ້ນໆ ແລະ ອະໂຫສິກຳໃຫ້ຕົນເອງ ເພື່ອເຕືອນວ່າຕົວເຮົາໃນມື້ນີ້ ບໍ່ແມ່ນຕົວເຮົາໃນເມື່ອກ່ອນອີກຕໍ່ໄປ.
– ການປະພຶດຕົນໃຫ້ດີຂຶ້ນ: ມັນອາດຈະຟັງຄືໃນຮູບເງົາ ແຕ່ການປະຕິບັດຕົນ ຫຼື ປະພຶດຕົນໃຫ້ດີຂຶ້ນ ບໍ່ວ່າຈະເປັນການກ່າວຂໍໂທດຕໍ່ຜູ້ທີ່ເຮົາກະທຳໃສ່ເຂົາ ກໍສາມາດປ່ອຍວາງ ແລະ ກຳຈັດຄວາມຮູ້ສຶກເສຍດາຍເກົ່າໆໄປໄດ້.
– ຕໍ່ສູ້ກັບມັນ
ເມື່ອອາການເກີດຂຶ້ນ, ໃຫ້ຕໍ່ສູ້ກັບໄປໂດຍບອກກັບຕົນເອງວ່າເຫດການນັ້ນແມ່ນອະດີດໄປແລ້ວ.
ທີ່ມາ: https://cutt.ly/TOZ93fQ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/