ເກົົາຫຼີໃຕ້ ແຂ່ງນອນກາງເວັນ ຫວັງສ້າງຄວາມຕື່ນຕົວໃນການພັກຜ່ອນ


ຊາວເກົາຫຼີໃຕ້ນັບຮ້ອຍຄົນເຂົ້າຮ່ວມການແຂ່ງຂັນນອນກາງເວັນ ໂດຍການແຂ່ງຂັນນີ້ມີຊື່ວ່າ Power Nap Contest ທີ່ຈັດຂຶ້ນໃນສວນສາທາລະນະຂ້າງແມ່ນ້ຳຮັນ ໃນໂຊລ ປະເທດເກົາຫຼີໃຕ້ ພ້ອມດຶງດູດຜູ້ຮ່ວມກິດຈະກຳມາຮ່ວມ ເພື່ອມາແຂ່ງຂັນການນອນ ເປັນເວລາ 1 ຊົ່ວໂມງ 30 ນາທີ ຈຸດປະສົ່ງເພື່ອສ້າງຄວາມຕື່ນຕົວໃຫ້ກັບການພັກຜ່ອນ.

ໂດຍໃນລະຫວ່າງການແຂ່ງຈະມີອຸປະສັກຕ່າງໆ ທີ່ຜູ້ເຂົ້າຮ່ວມແຂ່ງຂັນຕ້ອງພົບເຈິ ເພື່ອກວນສະມາທິ ບໍ່ວ່າຈະເປັນສຽງຍຸງ ແລະ ສຽງລົມກັນ ເພື່ອທົດສອບວ່າເຂົາຫຼັບແທ້ຫຼືບໍ່. ແຕ່ນອກຈາກນີ້ຍັງມີການວັດແທກການເຕັ້ນຂອງຫົວໃຈ ເພື່ອຫາຜູ້ຊະນະນັ້ນເອງ.

ທັງນີ້ ຂໍ້ມູນຂອງທາງລັດຖະສະພາເກົາຫຼີໃຕ້ ໄດ້ລະບຸວ່າ ເກົາຫຼີໃຕ້ເປັນປະເທດທີ່ມີໄລຍະເວລາການນອນລັບສະເລ່ຍຕ່ຳທີ່ສຸດໃນກຸ່ມປະເທດສະມາຊິກອົງກອນເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ ໂດຍຊາວເກົາຫຼີໃຕ້ ນອນຫຼັບສະເລ່ຍພຽງ 7 ຊົ່ວໂມງ 41 ນາທີຄໍ່ຄືນ ຕ່ຳກວ່າຄ່າສະເລ່ຍຂອງປະເທດສະມາຊິກອື່ນເຊິ່ງຢູ່ທີ່ 8 ຊົ່ວໂມງ 22 ນາທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/