ເກົາຫຼີໃຕ້ ນ້ຳຖ້ວມໜັກ ຜູ້ເສຍຊີວິດເພີ່ມເປັນ 39 ຄົນ


ເຈົ້າໜ້າທີ່ກູ້ໄພເກົາຫຼີໃຕ້ຍັງຄົງເດີນໜ້າຄົ້ນຫາຜູ້ເສຍຊີວິດຈາກເຫດການນ້ຳຖ້ວມອຸມົງລອດຂົວ ໃນເມືອງຊອງຈູ (Cheongju)  ຫຼັງຈາກຝົນຕົກໜັກຕິດຕໍ່ກັນ ໂດຍທົ່ວປະເທດພົບຈຳນວນຜູ້ເສຍຊີວິດ 39 ຄົນ. ທາງດ້ານຜູ້ນຳປະເທດໄດ້ອອກມາກ່າວຂໍໂທດທີ່ເຈົ້າໜ້າທີ່ມີຂໍ້ຜິດພາດໃນການຮັບມື.

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ພົບສົບຜູ້ເສຍຊີວິດທີ່ຕິດຢູ່ໃນອຸມົງທາງລອດໃນເມືອງຊອງຈູ ເຊິ່ງຢູ່ໃນພາກກາງຂອງປະເທດເກົາຫຼີໃຕ້ເພີ່ມຂຶ້ນ ເຮັດໃຫ້ຕົວເລກຜູ້ເສຍຊີວິດມີ 13 ຄົນ ແຕ່ສະຖານະການຝົນໜັກຕໍ່ເນື່ອງຈົນເຮັດໃຫ້ນ້ຳຖ້ວມ ແລະ ດິນເຈື່ອນເຮັດໃຫ້ເພີ່ມຂຶ້ນເປັນ 39 ຄົນ.

ທາງເກົາຫຼີໃຕ້ໄດ້ລາຍງານວ່າ ມີລົດຢ່າງໜ້ອຍ 15​ ຄັນ ແລະ ລົດໂດຍສານ 1 ຄັນຕິດຢູ່ໃນອຸມົງທາງລອດໃນເມືອງຊອງຈູ (Cheongju) ແຕ່ເຈົ້າໜ້າສາມາດຊ່ວຍຊີວິດໄດ້ພຽງ 9 ຄົນ ໂດຍທາງດ້ານ ປະທານາທິບໍດີ ຍຸນ ຊອກຍອນ (Yoon Suk-yeol) ຂອງເກົາຫຼີໃຕ້ ກ່າວໂທດເຈົ້າໜ້າທີ່ຂອງທາງການວ່າຜິດພາດໃນການປະຕິບັດໃນການຮັບມືກັບໄພພິບັດ ເປັນເຫດໃຫ້ເກີດການສູນເສຍຊີວິດ ແລະ ຊັບສິນຂອງປະຊາຊົນຈຳນວນ ຫຼວງຫຼາຍ.

ຫຼັງຈາກເຫດການນີ້ເກີດຂຶຶ້ນສົ່ງຜົນໃຫ້ເກີດກະແສວິພາກວິຈານເຖິງມາດຕະການໃນການຮັບມື ແລະ ປ້ອງກັນຄວາມເສຍຫາຍຈາກນ້ຳຖ້ວມຂອງທາງການເກົາຫຼີໃຕ້ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວເປັນປະຈຳ ພ້ອມກັບກ່າວໂທດລັດຖະບານທີ່ບໍ່ຍອມສັ່ງປິດຖະໜົນຫົນທາງລອດອຸມົງ ທັ້ງໆທີ່ມີການຄາດການວ່າຈະມີນ້ຳຖ້ວມ.

ຢ່າງໃດກໍຕາມ ຄອບຄົວຜູ້ເສຍຊີວິດໄດ້ລະບຸວ່າ ໂສກກະນາດຕະກຳໃນອຸມົງທາງລອດໃຕ້ດິນດັ່ງກ່າວອາດຈະປ້ອງກັນໄດ້ ຫາກເຈົ້າໜ້າທີ່ທ້ອງຖິ່ນຮັບມືກັບສະຖານະການໄດ້ວ່ອງໄວກວ່ານີ້ ໂດຍສື່ທ້ອງຖິ່ນໄດ້ລາຍງານວ່າ ມີການອອກຄຳເຕືອນກ່ຽວກັບລະດັບນ້ຳທີ່ສູງຂຶ້ນຢ່າງໜ້າຕົກໃຈ ພຽງບໍ່ເທົ່າໃດຊົ່ວໂມງກ່ອນນ້ຳຖ້ວມ ແລະ ຫຼ້າສຸດທາງເຈົ້າໜ້າທີ່ຕຳຫຼວດເກົາຫຼີໃຕ້ລະບຸວ່າ ຈະມີການສືບສວນເຫດການນ້ຳຖ້ວມທາງລອດອຸມົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/