ເກົາຫຼີໃຕ້ ຈະກາຍເປັນຊາດທຳອິດ ທີ່ໃຊ້ອາວຸດເລເຊີທຳລາຍໂດຣນຂອງເກົາຫຼີເໜືອ


ເກົາຫຼີໃຕ້ຈະນຳໃຊ້ອາວຸດເລເຊີທີ່ຊື່ວ່າ Block-I ມາໃຊ້ຍິງຕໍ່ຕ້ານໂດຣນຂອງປະເທດເກົາຫຼີເໜືອພາຍໃນປີນີ້ ພ້ອມກັນນັ້ນປະເທດເກົາຫຼີໃຕ້ຈະກາຍເປັນປະເທດທຳອິດໃນໂລກທີ່ໃຊ້ເລເຊີໃນທາງການທະຫານ ໂດຍທາງສຳນັກງານ ໂຄງການຈັດຊື້ທາງການທະຫານ  (DAPA) ຂອງປະເທດເກົາຫຼີໃຕ້ ໄດ້ລະບຸວ່າເລເຊີນັດໜຶ່ງມີຄາປະມານ 2,000 ວອນ.

ຄວາມສາມາດຂອງມັນມີຄື ການຈັດການກັບເຮືອບິນໄຮ້ຄົນຂັບ ພ້ອມນັ້ນຍັງເປັນອາວຸດທີ່ກອງທັບເກົາຫຼີໃຕ້ພັດທະນາຂຶ້ນຮ່ວມກັບທາງບໍລິສັດ Hanwha Aerospace ໂດຍພາຍໃຕ້ໂຄງການທີ່ມີຊື່ວ່າ  StarWars ທາງ DAPA ເອງກໍມີຄວາມໝັ້້ນໃຈວ່າມັນຈະຊ່ວຍເພີ່ມສັກກະຍາພາບໃຫ້ກອງທັບເກົາຫຼີໃຕ້ຢ່າງແນ່ນອນ.

https://www.beartai.com/tech/it-news/1408702

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/