ເກົາຫຼີໃຕ້ສັ່ງຫ້າມບໍ່ໃຫ້ “Short Sell” ຮຸ້ນອີກຄັ້ງຈົນຮອດເດືອນມິຖຸນາ 2024, ເພື່ອສົ່ງເສີມສະໜາມແຂ່ງຂັນທີ່ເທົ່າທຽມກັນ


ສຳນັກງານຂ່າວທ້ອງຖິ່ນຂອງເກົາຫຼີໃຕ້ໄດ້ມີການລາຍງານວ່າ ນັບຕັ້ງແຕ່ວັນຈັນເປັນຕົ້ນໄປ ເກົາຫຼີໃຕ້ຈະບັງຄັບໃຊ້ຄຳສັ່ງຫ້າມ Short Sell ຮຸ້ນອີກຄັ້ງຈົນຮອດເດືອນມິຖຸນາ ປີ 2024 , ເພື່ອສົ່ງເສີມການສ້າງ “ສະໜາມແຂ່ງທີ່ເທົ່າທຽມກັນ” ສຳລັບນັກລົງທຶນສະຖາບັນ ແລະ ນັກລົງທຶນລາຍຍ່ອຍ.

ໂດຍຄຳສັ່ງຫ້າມດັ່ງກ່າວໄດ້ເຄີຍຖືກຍົກເລີກໄປໃນເດືອນພຶດສະພາ ປີ 2021 ສຳລັບການຊື້ຂາຍຮຸ້ນຂອງບໍລິສັດທີ່ມີມູນຄ່າຕະຫຼາດທີ່ສູງລວມຢູ່ໃນດັດຊະນີລາຄາຮຸ້ນ KOSPI200 ແລະ KOSDAQ150 , ແຕ່ຂໍ້ຈໍາກັດນັ້ນຍັງຄົງມີຢູ່ສໍາລັບຮຸ້ນສ່ວນໃຫຍ່. ເຊິ່ງການ Short Sell ເປັນກົນລະຍຸດການຊື້ຂາຍທີ່ກ່ຽວຂ້ອງກັບການຂາຍຮຸ້ນທີ່ກູ້ຢືມມາເພື່ອຫາກໍາໄລໂດຍການຊື້ຄືນໃນລາຄາຕໍ່າກວ່າ.

Kim Joo-hyun ປະທານຄະນະກໍາມະການບໍລິການທາງດ້ານການເງິນ (FSC) ກ່າວວ່າ “ມາດຕະການນີ້ມີຈຸດປະສົງເພື່ອຜ່ອນຄາຍສະໜາມແຂ່ງຂັນທີ່ບໍ່ເທົ່າທຽມກັນ ລະຫວ່າງນັກລົງທຶນລາຍຍ່ອຍ ແລະ ນັກລົງທຶນສະຖາບັນ.

ທ່າມກາງຄວາມບໍ່ແນ່ນອນຢ່າງຕໍ່ເນື່ອງໃນຕະຫຼາດການເງິນ ທະນາຄານລົງທຶນຕ່າງປະເທດທີ່ສໍາຄັນໄດ້ດໍາເນີນການການຄ້າທີ່ບໍ່ຍຸຕິທໍາ … ແລະພວກເຮົາໄດ້ຕັດສິນໃຈວ່າມັນເປັນໄປບໍ່ໄດ້ທີ່ຈະຮັກສາລະບຽບວິໄນທາງການຄ້າທີ່ຍຸຕິທໍາ”

ທັງນີ້ທາງ FSC ຈະທົບທວນຄືນກິດຈະກໍາຂອງຕະຫຼາດອີກເທື່ອໜຶ່ງໃນເດືອນມິຖຸນາ ປີ 2024 ເພື່ອຕັດສິນໃຈວ່າຈະມີການປັບປຸງທີ່ສໍາຄັນສໍາລັບການຍົກເລີກການຫ້າມໄດ້ຫຼືບໍ່. ນອກຈາກນີ້ ຈະມີການຈັດຕັ້ງທີມງານສືບສວນການ Short Sell ຮຸ້ນໂດຍທະນາຄານລົງທຶນຕ່າງປະເທດ ​ເພື່ອ​ຊອກ​ຫາ​ພຶດຕິ​ກຳ​ທີ່​ຜິດ​ກົດໝາຍ ລວມທັງ​ການ​ຂາຍຮຸ້ນແບບ Naked short-selling.

ທີ່ມາ:

money.usnews

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/