ເກົາຫຼີໃຕ້ລົງທຶນ 19 ຕື້ໂດລາເພື່ອຂະຫຍາຍໂຮງງານຜະລິດຊິບພາຍໃນປະເທດ


ເກົາຫຼີໃຕ້ໄດ້ປະກາດແຜນການໜູນຊ່ວຍອຸດສາຫະກຳ semiconductor ມູນຄ່າ 2600 ຕື້ວອນ (ປະມານ 19 ຕື້ໂດລາ), ເພື່ອຊຸກຍູ້ໃຫ້ຜູ້ຜະລິດຊິບ ແລະ suppliers ໃຫ້ເພີ່ມການລົງທຶນໃນ semiconductors ໃນປະເທດ, ເຊິ່ງສ່ວນໃຫຍ່ແມ່ນກ່ຽວກັບຜົນປະໂຫຍດດ້ານພາສີ. ໂດຍພວກເຂົາຕ້ອງການເພີ່ມຄວາມສາມາດໃນການແຂ່ງຂັນໃນອຸດສາຫະກໍາຊິບ, ເຊິ່ງໃນປັດຈຸບັນມີການແຂ່ງຂັນກັນເພື່ອດຶງດູດການລົງທຶນຫຼາຍຂຶ້ນ.

ສຳລັບແຜນການລົງທຶນຄັ້ງໃຫຍ່ທີ່ມີເງິນທຶນ 2600 ຕື້ວອນຈະປະກອບໄດ້ດ້ວຍ:

  • ເງິນສະໜັບສະໜູນທາງດ້ານການເງິນ, ພື້ນຖານໂຄງສ້າງ, ການຄົ້ນ​ຄວ້າ​ ແລະ ​ພັດ​ທະ​ນາ
  • ເງິນສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs)
  • ກອງທຶນສະໜັບສະໜູນລະບົບນິເວດ semiconductor 1 ພັນຕື້ວອນ
  • ສະໜັບສະໜູນການຂະຫຍາຍໂຮງງານ ແລະ ສາຍການຜະລິດໃໝ່.
  • ຂະຫຍາຍຜົນປະໂຫຍດດ້ານພາສີສໍາລັບການລົງທຶນຂອງຊິບ
  • ມຸ່ງ​ໄປ​ເຖິງ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ຫຼາຍ​ລ້ານ​ຕຳແໜ່ງ

ສຳລັບເປົ້າໝາຍໃນການລົງທຶນຄັ້ງນີ້:

  • ຮັກສາຄວາມເປັນຜູ້ນໍາໃນການຜະລິດຊິບໜ່ວຍຄວາມຈໍາ
  • ຂະຫຍາຍໄປສູ່ທຸລະກິດອື່ນໆເຊັ່ນ: ການອອກແບບຊິບ (fabless) ແລະ ການຜະລິດຊິບທີ່ອອກແບບໂດຍຜູ້ອື່ນ (foundry)
  • ແຂ່ງຂັນກັບບໍລິສັດຊັ້ນນໍາເຊັ່ນ TSMC (ໄຕ້ຫວັນ)
  • ສ້າງກຸ່ມຊິບທີ່ໃຫຍ່ທີ່ສຸດຂອງໂລກຢູ່ໃກ້ກັບໂຊລ

ຄວາມສໍາຄັນຂອງ semiconductors

Semiconductors ເປັນສິນຄ້າສົ່ງອອກອັນດັບ 1 ຂອງເກົາຫຼີໃຕ້. ກວມເອົາ 1 ໃນ 5 ຂອງມູນຄ່າການສົ່ງອອກທັງໝົດ.

ການເຕີບໂຕຂອງອຸດສະຫະກຳນີ້ ຈະສົ່ງຜົນດີຕໍ່ເສດຖະກິດໂດຍລວມ, ສ້າງວຽກເຮັດງານທຳຫຼາຍລ້ານຕຳແໜ່ງ ແລະ ກະຕຸ້ນການພັດທະນາໃນອຸດສາຫະກຳທີ່ກ່ຽວຂ້ອງ.

ສິ່ງທ້າທາຍທີ່ລໍຖ້າອຸດສາຫະກໍາ Semiconductor ຂອງເກົາຫຼີໃຕ້

​ເຖິງ​ວ່າ​ແຜນການ​ລົງທຶນ​ຂອງ​​ເກົາຫຼີ​ໃຕ້ທີ່​ມີ​ມູນ​ຄ່າ 2600 ຕື້​ວອນ​ຈະ​ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ອຸດສາ​ຫະກຳ​ Semiconductor ​ໃຫ້​ຂຶ້ນສູ່​ລະດັບ​ສູງ​ສຸດ​ກໍ​ຕາມ. ແຕ່ຍັງມີອຸປະສັກທີ່ຈະປະເຊີນຄື:

  • ການແຂ່ງຂັນທີ່ດຸເດືອດລະຫວ່າງສະຫະລັດ ແລະ ຈີນ. ເກົາຫລີໃຕ້ປະເຊີນກັບການແຂ່ງຂັນທີ່ຮຸນແຮງສໍາລັບສ່ວນແບ່ງຕະຫຼາດ.

ຈໍາເປັນຕ້ອງຮັກສາຄວາມກ້າວໜ້າທາງດ້ານເຕັກໂນໂລຢີ ແລະ ສ້າງຜະລິດຕະພັນທີ່ເໜືອກວ່າຄູ່ແຂ່ງຂັນ.

  • ກຸ່ມຊິບຂະໜາດໃຫຍ່ໃກ້ກັບໂຊລ ຕ້ອງການນໍ້າໃນປະລິມານຫຼວງຫຼາຍ

ເຮັດໃຫ້ເກົາຫຼີໃຕ້ຕ້ອງປະເຊີນກັບການຂາດແຄນນ້ຳເປັນປະຈຳ. ຈໍາເປັນຕ້ອງຊອກຫາວິທີການຈັດການນໍ້າແບບຍືນຍົງເພື່ອສະໜັບສະໜູນການຂະຫຍາຍຕົວຂອງອຸດສາຫະກໍາ.

  • ແຜນການສະໜັບສະໜູນທີ່ສຸມໃສ່ບໍລິສັດຂະໜາດໃຫຍ່.

SME ຕ້ອງການການສະໜັບສະໜູນເພີ່ມເຕີມເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ. ຈຳເປັນຕ້ອງ​ມີ​ກົນ​ໄກ​ໜູນ​ຊ່ວຍ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ SMEs.

  • ຄວາມເຄັ່ງຕຶງລະຫວ່າງປະເທດອາດສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານ. ເກົາຫຼີໃຕ້ຕ້ອງໄດ້ເພິ່ງພາ​ຊິ້ນສ່ວນ ​ແລະ ​ວັດຖຸ​ດິບ​ຂອງ​ຕ່າງປະ​ເທດ ເພື່ອກະຈາຍຄວາມສ່ຽງ ແລະ ເພິ່ງພາຕົນເອງຫຼາຍຂຶ້ນ.
  • ອຸດສາຫະກໍາ semiconductor ຕ້ອງການພະນັກງານທີ່ມີທັກສະສູງ.

ເກົາຫຼີ​ຕ້ອງ​ດຶງ​ດູດ ​ແລະ​ ຮັກສາ​ຜູ້​ມີ​ພອນ​ສະຫວັນ. ຕ້ອງສ້າງສະພາບແວດລ້ອມການເຮັດວຽກທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ແລະ ການຂະຫຍາຍຕົວ.

ຢ່າງໃດກໍຕາມ, ສິ່ງທ້າທາຍເຫຼົ່ານີ້ ນີ້​ແມ່ນ​ລ້ວນແມ່ນໂອ​ກາດ​ທັງ​ໝົດ​ສໍາ​ລັບ​ເກົາ​ຫຼີ​ໃຕ້​ ແລະ ການເອົາຊະນະອຸປະສັກເຫຼົ່ານີ້ຈະຊ່ວຍໃຫ້ເກົາຫຼີໃຕ້ຮັກສາຄວາມເປັນຜູ້ນໍາໃນອຸດສາຫະກໍາ.

ການພັດທະນາເຕັກໂນໂລຊີ ແລະ ນະວັດກໍາໃໝ່ຈະສ້າງໂອກາດທາງທຸລະກິດໃໝ່ໆ, ດຶງດູດບຸກຄະລາກອນທີ່ມີພອນສະຫວັນເພື່ອສົ່ງເສີມການເຕີບໂຕຂອງເສດຖະກິດໂດຍລວມ.

ທີ່ມາ:

france24

barrons

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/