ເກົາຫຼີເໜືອ ຍິງລູກສອນໄຟ ລົງທະເລ ເຊິ່ງເປັນການສະແດງກຳລັງປະກອບອາວຸດຄັ້ງທຳອິດຂອງປີນີ້


ຄະນະເສນາທິການຮ່ວມເກົາຫຼີໃຕ້ (Joint Chiefs of Staff: JCS) ໄດ້ເປີດເຜີຍວ່າເກົາຫຼີເໜືອໄດ້ຍິງລູກສອນໄຟແບບຖິ້ມຕົວ (Ballistic Missile) ລົງໃນທະເລຝັ່ງຕາເວັນອອກຂອງແຫຼມເກົາຫຼີ ໃນຕອນເຊົ້າຂອງວັນທີ 5 ມັງກອນ ທີ່ຜ່ານມາ ໂດຍຖືວ່າເປັນການສະແດງກຳລັງປະກອບອາວຸດຄັ້ງທຳອິດຂອງປີນີ້.

ຕາມລາຍງານຂອງ JCS ລະບຸວວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟໄປທາງຕາເວັນອອກ ຈາກການປ່ອຍເທິງບົກໃນເວລາປະມານ 8 ໂມງ 10 ນາທີ ຂະນະທີ່ໜ່ວຍຂ່າວຂອງເກົາຫຼີໃຕ້ແລະສະຫະລັດອາເມຣິກາ ກຳລັງຮ່ວມມືກັນວິເຄາະລາຍລະອຽດເພີ່ມຕື່ມຂອງລູກສອນໄຟນີ້. 

“ສຳລັບຂໍ້ມູນເພີ່ມຕື່ມ ເຈົ້າໜ້າທີ່ຂ່າວຂອງເກົາຫຼີໃຕ້ແລະສະຫະລັດ ກຳລັງດຳເນີນການວິເຄາະລາຍລະອຽດຢ່າງໃກ້ຊິດ” JCS ລະບຸໃນຖະແຫຼງການທີ່ສົ່ງໃຫ້ສື່ມວນຊົນ. 

ທາງດ້ານລັດຖະບານຍີ່ປຸ່ນ ກໍເປີດເຜີຍວ່າກຳລັງເຮັດການວິເຄາະຂໍ້ມູນຂອງການຍິງລູກສອນໄຟໃນຄັ້ງນີ້ເຊັ່ນກັນ ໂດຍນາຍົກລັດຖະມົນຕີ Fumio Kishida ຂອງຍີ່ປຸ່ນກ່າວວ່າ “ເປັນເລື່ອງທີ່ໜ້າເສົ້າໃຈຢ່າງຍິ່ງທີ່ເກົາຫຼີເໜືອຍັງຄົງຍິງລູກສອນໄຟຢ່າງຕໍ່ເນື່ອງນັບຕັ້ງແຕ່ປີທີ່ແລ້ວ”.

ສຳລັບປີ 2021 ທີ່ຜ່ານມາ ເກົາຫຼີເໜືອຍັງຄົງມີການພັດທະນາ ແລະ ທົດສອບອາວຸດຫຼາກຫຼາຍຊະນິດຢ່າງຕໍ່ເນື່ອງ ທັງລູກສອນໄຟແບບຖິ້ມຕົວຈາກເຮືອດຳນ້ຳ, ລູກສອນໄຟ Hypersonic ຊະນິດໃໝ່ ລວມເຖິງລູກສອນໄຟທີ່ໃຊ້ລົດໄຟ ແລະ ລູກສອນໄຟໄລຍະໄກ.

ໂດຍໂຄງການພັດທະນາ ແລະ ທົດສອບອາວຸດຕ່າງໆ ຂອງເກົາຫຼີເໜືອມີຂຶ້ນໃນລະຫວ່າງທີ່ເກີດພາວະຍາກລຳບາກທາງເສດຖະກິດ ແລະ ວິກິດຂາດແຄນອາຫານທີ່ຮຸນແຮງພາຍໃນປະເທດ ຕະຫຼອດຈົນບັນຫາການລະບາດຂອງໂຄວິດ-19.

ເຊິ່ງການຍິງລູກສອນໄຟຂອງເກົາຫຼີເໜືອເກີດຂຶ້ນຫຼັງຄະນະກຳມະການກາງພັກແຮງງານປະຊຸມຕະຫຼອດໄລຍະ5ມື້ ເຊິ່ງເນັ້ນໜັກໄປທີ່ການຫາລືແນວທາງແກ້ບັນຫາເສດຖະກິດ ແລະ ການຮັບມືໂຄວິດ-19.

ໂດຍກ່ອນໜ້ານີ້ ຄິມຈອງອຶນ ຜູ້ນຳສູງສຸດເກົາຫຼີເໜືອ ໄດ້ກ່າວໃນມື້ປີໃໝ່ລະຫວ່າງການປະຊຸມຂອງພັກແຮງງານ ປະກາດວ່າຈະມຸ່ງໝັ້ນແກ້ໄຂບັນຫາຄວາມຂາດແຄນອາຫານ ແລະ ຄວາມອຶດຫິວຂອງປະຊາຊົນ ດ້ວຍການມຸ່ງເນັ້ນການເຮັດກະສິກຳ ຕະຫຼອດຈົນໃຫ້ຄວາມສຳຄັນກັບການປ້ອງກັນການແຜ່ລະບາດຂອງໂຄວິດ ພ້ອມສະແດງທ່າທີວ່າຍັງບໍ່ຕ້ອງການເດີນໜ້າການເຈລະຈາຍົກເລີກໂຄງການລູກສອນໄຟກັບຊາດຕາເວັນຕົກ. 

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/