ຮ້ອນແຕ່ອາກາດກໍພໍ ໃຈຢ່າຮ້ອນຕາມ “Summer Productivity Slump” ປາກົດການທີ່ເຮັດໃຫ້ປະສິດທິພາບໃນການເຮັດວຽກຫຼຸດລົງ


ໃນລະດູຮ້ອນທີ່ອາກາດອົບເອົ້າແບບນີ້ ອາດເປັນສະຫວັນຂອງໃຜບາງຄົນທີ່ຢາກຈະອອກໄປຫຼິ້ນຕາມສະຖານທີ່ທ່ອງທ່ຽວຕ່າງໆໂດຍທີ່ບໍ່ຕ້ອງປຽກ ຫຼື ໜາວຈົນເກີນໄປ, ແຕ່ລະດູຮ້ອນນີ້ມັນອາດບໍ່ແມ່ນສະຫວັນສຳລັບຄົນທີ່ເຮັດວຽກ ດ້ວຍອຸນຫະພູມທີ່ເພີ່ມສູງຂຶ້ນເລື້ອຍໆ ແລະ ຫາກໍໝົດວັນພັກຍາວຫຼັງຈາກຫຼິ້ນປີໃໝ່. ເຮັດໃຫ້ຕ້ອງການຢາກທີ່ຈະພັກຜ່ອນ ແລະ ບໍ່ຢາກອອກໄປໃສ, ເນື່ອງຈາກໄຟໃນການເຮັດວຽກຍັງບໍ່ທັນກັບມາ ເມື່ອແນມໄປເຫັນວຽກທີ່ຍັງກອງຢູ່ທາງໜ້າ ບວກກັບອາກາດຮ້ອນໆອີກ ຍິ່ງເຮັດໃຫ້ຮູ້ສຶກທໍ້ແທ້, ເຊິ່ງມັນບໍ່ແປກໃຈເລີຍ ຫາກເຮົາຈະຮູ້ສຶກວ່າບໍ່ຢາກທີ່ຈະເຮັດວຽກເທົ່າໃດ ຫຼື ບໍ່ຄ່ອຍມີ Productivity ເມື່ອທຽບກັບຕົ້ນປີ. ໂດຍປາກົດການນີ້ເອີ້ນວ່າ “Summer Productivity Slump” ເຊິ່ງໝາຍເຖິງ ປະສິດທິພາບການໃນການເຮັດວຽກຫຼຸດລົງໃນລະດູຮ້ອນ

ດັ່ງນັ້ນ, ມັນບໍ່ແປກໃຈເລີຍທີ່ຜົນຜະລິດ ແລະ ປະສິດທິພາບໃນການເຮັດວຽກຂອງຫຼາຍອົງກອນມັກຈະຫຼຸດລົງໃນໄລຍະເວລານີ້. ອີງຈາກການຄົ້ນຄວ້າພົບເຫັນວ່າຜົນຜະລິດໃນການເຮັດວຽກຫຼຸດລົງ 20% ໃນລະດູຮ້ອນ. ລວມທັງອັດຕາການຂາດແຄນງານເພີ່ມຂຶ້ນ 19% ແລະ ພະນັກງານຍອມຮັບວ່າພວກເຂົາມີຄວາມສົນໃຈໃນການເຮັດວຽກຂອງພວກເຂົາພຽງແຕ່ 45%, ເຊິ່ງກົງກັນຂ້າມກັບຄວາມພະຍາຍາມຂອງອົງການທີ່ຈະຊຸກຍູ້ໃຫ້ພວກເຂົາເຮັດວຽກໜັກຂຶ້ນໃນໄລຍະນີ້.

ສາເຫດຫຼັກແມ່ນມາຈາກ:

  • ສະພາບອາກາດຮ້ອນ: ອາກາດຮ້ອນອົບເອົ້າເຮັດໃຫ້ຮູ້ສຶກອຶດອັດ, ເມື່ອຍລ້າ, ເສຍສະມາທິ ແລະ ສົ່ງຜົນກະທົບຕໍ່ການເຮັດວຽກ.
  • ການລາພັກຜ່ອນ: ເພື່ອນຮ່ວມງານຫຼາຍຄົນໄດ້ພັກຜ່ອນ. ເຮັດໃຫ້ເກີດການແຈກຢາຍວຽກທີ່ບໍ່ເທົ່າກັນ ສົ່ງຜົນກະທົບຕໍ່ປະສິດທິພາບການເຮັດວຽກໂດຍລວມ
  • ສິ່ງລົບກວນ: ສິ່ງລົບກວນຕ່າງໆເຊັ່ນ: ວັນພັກຍາວ ແລະ ກິດຈະກໍາໃນການພັກຜ່ອນຕ່າງໆ ດຶງດູດຄວາມສົນໃຈຂອງເຮົາ ເຮັດໃຫ້ຍາກຕໍ່ການຈົດຈໍ່ກັບວຽກ.

ນອກຈາກນີ້, ຍັງມີສາເຫດອື່ນໆອີກເຊັ່ນ: ອົງກອນບາງແຫ່ງອາດບໍ່ມີນະໂຍບາຍທີ່ຍືດຫຍຸ່ນ, ພະນັກງານບາງຄົນອາດຈະບໍ່ມີທັກສະການຈັດການເວລາ, ສະພາບແວດລ້ອມການເຮັດວຽກທີ່ບໍ່ເອື້ອອໍານວຍ, ສຸຂະພາບບໍ່ດີ ຜົນກະທົບຕໍ່ປະສິດທິພາບການເຮັດວຽກ, ຄວາມຄຽດສົ່ງຜົນຕໍ່ສະມາທິ ສົ່ງຜົນໃຫ້ເຮັດວຽກໄດ້ບໍ່ເຕັມທີ່ ແລະ ແຮງຈູງໃຈຫຼຸດລົງ ສົ່ງຜົນກະທົບຕໍ່ຄວາມຕັ້ງໃຈ ແລະ ຄວາມທຸ່ມເທ.

ແນວທາງໃນການຮັບມື

  1. ເພີ່ມຄວາມສົມດຸນຂອງຊີວິດ: ປ້ອງກັນ Burnout ໃນລະດູຮ້ອນ

Burnout ຫຼື ພາວະໝົດໄຟກາຍເປັນບັນຫາໃຫຍ່ໃນບັນດາພະນັກງານ, ໂດຍມີ 42% ລາຍງານວ່າຮູ້ສຶກວ່າໝົດໄຟກັບການເຮັດວຽກ. ໂດຍສະເພາະໃນລະດູຮ້ອນ ທີ່ຄວນຈະໄດ້ພັກຜ່ອນກັບຕ້ອງມາປະເຊີນກັບວຽກທີ່ຫຼາຍຂຶ້ນ ເນື່ອງຈາກເພື່ອນຮ່ວມງານຫຼາຍຄົນຂອງພວກເຂົາໄດ້ພັກຜ່ອນ.

ແລະການພັກຮ້ອນເອງກໍ່ບໍ່ໄດ້ຊ່ວຍຫຍັງຫຼາຍ. ເພາະຕ້ອງຮີບເລັ່ງເຮັດວຽກກ່ອນອອກເດີນທາງ ແລະ ຕ້ອງກັບມາສະສາງວຽກທີ່ຄ້າງໄວ້. ການຊະລໍຈັງຫວະໃນການເຮັດວຽກໂດຍລວມ ຫຼື Collective Summer Slowdown ຈຶ່ງເປັນທາງອອກທີ່ດີທີ່ສຸດ.

  • ຫຼຸດຜ່ອນຊົ່ວໂມງເຮັດວຽກ: ພິຈາລະນາການນໍາໃຊ້ໂຄງການ Summer Fun Hours” ສໍາລັບພະນັກງານທີ່ຈະເຮັດວຽກວັນຈັນເຖິງວັນພະຫັດທຸກໆອາທິດ ຫຼື ອາທິດເວັ້ນອາທິດ
  • ໃຊ້ເວລາກາງແຈ້ງ: ອອກໄປພັກຜ່ອນ, ກິນອາຫານກາງແຈ້ງ ພົບປະສັງສັນກັບໝູ່ເພື່ອນ ແລະ ຄອບຄົວ
  • ໃຊ້ເວລາກັບວຽກຍາມວ່າງ: ເຮັດກິດຈະກໍາທີ່ເຈົ້າມັກ ເພື່ອຫຼຸດຜ່ອນຄວາມກົດດັນ ແລະ ເພີ່ມພະລັງງານ
  1. ເນັ້ນຄຸນະພາບ: ເຮັດວຽກໜ້ອຍລົງ, ສະຫຼາດໃນການເຮັດວຽກຫຼາຍຂຶ້ນ.

ອີງຕາມກົດຂອງ Parkinson, ຍິ່ງພວກເຮົາມີເວລາຫຼາຍເທົ່າໃດ ເຮົາກໍຈະໃຊ້ເວລາໃນການເຮັດວຽກຫຼາຍຂຶ້ນ. ດັ່ງນັ້ນ, ໃນລະດູຮ້ອນມີມື້ເຮັດວຽກໜ້ອຍລົງ ເຮົາຄວນສຸມໃສ່ວຽກງານທີ່ສໍາຄັນ, ຈັດລໍາດັບຄວາມສໍາຄັນ ແລະ ໃຊ້ເວລາຕັ້ງໃຈເຮັດສິ່ງນັ້ນ ບໍ່ແມ່ນຂະຫຍາຍຊົ່ວໂມງເຮັດວຽກ ຫຼື ເສຍເວລາໃນການປະຊຸມທີ່ບໍ່ມີປະສິດທິພາບ.

  • ຕັ້ງເປົ້າໝາຍ: ຕັ້ງເປົ້າໝາຍທີ່ຊັດເຈນ, ສຸມໃສ່ວຽກງານທີ່ສໍາຄັນ ແລະ ຈັດລໍາດັບຄວາມສໍາຄັນ
  • ເຮັດວຽກໜ້ອຍລົງ: ສຸມໃສ່ການເຮັດວຽກຢ່າງມີປະສິດທິພາບ. ຫຼາຍກວ່າໃຊ້ເວລາດົນ
  • ຫຼຸດຜ່ອນການປະຊຸມ: ພິຈາລະນາວ່າການປະຊຸມແຕ່ລະຄັ້ງແມ່ນມີຄວາມຈໍາເປັນຫຼືບໍ່
  1. ຄວາມສົມດຸນ, ຜົນໄດ້ຮັບທີ່ມີມູນຄ່າ

ການເຮັດວຽກໜ້ອຍລົງໃນລະດູຮ້ອນ ຈະສົ່ງຜົນໃນທາງບວກຕໍ່ປະສິດທິພາບການເຮັດວຽກ. ການຄົ້ນຄວ້າຊີ້ໃຫ້ເຫັນວ່າ ເຮັດວຽກໜ້ອຍລົງ ຊ່ວຍໃຫ້ປະສິດທິພາບຂອງແຕ່ລະຄົນດີຂຶ້ນ. ຊ່ວຍໃຫ້ທ່ານນອນຫຼັບໄດ້ດີຂຶ້ນ, ຫຼຸດຜ່ອນຄວາມກົດດັນ, ມີສຸຂະພາບດີ ແລະ ມີເວລາພັກຜ່ອນ, ຄວາມຄິດສ້າງສັນ, ຟື້ນຟູພະລັງງານ ແລະ ເອົາພະລັງງານນີ້ກັບມາເຮັດວຽກ.

ຄວາມຍືດຫຍຸ່ນຂອງການເຮັດວຽກຍັງຊ່ວຍຫຼຸດຜ່ອນ Burnout ແລະ ຮັກສາການມີສ່ວນຮ່ວມຂອງພະນັກງານ. ປະສົມປະສານແນວຄວາມຄິດທີ່ມີຄວາມຍືດຫຍຸ່ນທີ່ມີຈຸດປະສົງທີ່ຊັດເຈນໃນການເຮັດວຽກ ຈະສ້າງຄວາມສົມດຸນໃຫ້ກັບຕົນເອງ ແລະ ສົ່ງຜົນລັບທີ່ດີຕໍ່ອົງກອນໂດຍລວມ.

ລອງໃຊ້ແນວຄວາມຄິດເຫຼົ່ານີ້ກັບຕົວທ່ານເອງ ຫຼື ອົງການຂອງທ່ານເພື່ອຜ່ານຍາມຮ້ອນນີ້ໄປນຳກັນ

  • ລອງໂຄງການ “Summer Fun Hours”.
  • ສະໜັບສະໜູນໃຫ້ພະນັກງານສາມາດລາພັກຮ້ອນໄດ້
  • ຈັດກິດຈະກຳເພື່ອສ້າງຄວາມຜ່ອນຄາຍໃຫ້ແກ່ພະນັກງານ.
  • ສົ່ງເສີມຄວາມສົມດຸນຂອງຊີວິດໃນການເຮັດວຽກ
  • ສະໜອງຄວາມຍືດຫຍຸ່ນໃນການເຮັດວຽກ

ທີ່ມາ:

facebook

forbes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/