ຮ່ອງກົງ ກາຍເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກ


ເວັບໄຊ Mercer ເຊິ່ງເປັນບໍລິສັດໃຫ້ຄຳປຶກສາລະດັບໂລກ ໄດ້ອອກມາເປີດເຜີຍຜົນການສຳຫຼວດເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກສຳລັບພະນັກງານຕ່າງປະເທດປະຈຳປີ 2024.
ໂດຍພົບວ່າ ສູນກາງທາງການເງິນລະດັບພູມີພາກຢ່າງຮ່ອງກົງ ຍັງຄົງຢືນໃນຕຳແໜ່ງເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກອັນດັບ 1, ຮອງລົງມາຄືສິງກະໂປ ແລະ ເມືອງຊູຣິກ ປະເທດສະວິດເຊີແລນ.

ໂດຍ 10 ອັນດັບທຳອິດຂອງເມືອງທີ່ມີຄ່າຄອງຊີບສູງສຳລັບພະນັກງານຊາວຕ່າງຊາດມີ:

  1. ຮ່ອງກົງ (ຈີນ)
  2. ສິງກະໂປ
  3. ຊູຣິກ (ສະວິດເຊີແລນ)
  4. ເຈນີວາ (ສະວິດເຊີແລນ)
  5. ບາເຊິລ (ສະວິດເຊີແລນ)
  6. ເບີນ (ສະວິດເຊີແລນ)
  7. ນິວຢອກ (ສະຫະລັດອາເມຣິກາ)
  8. ລອນດອນ (ອັງກິດ)
  9. ແນສຊໍ (ບາຮາມາສ)
  10. ລອສ ແອງເຈີລິສ (ສະຫະລັດອາເມຣິກາ)

ທີ່ມາ: https://news.ch7.com/detail/734188

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/