ຮູ້ຫຼືບໍ່? ການຫຼິ້ນ Social media ຫຼາຍເກີນໄປສົ່ງຜົນເສຍຕໍ່ສຸຂະພາບຈິດ ແລະ ເຮັດໃຫ້ເຮົາຝັນຮ້າຍ


ຝັນຮ້າຍທີ່ຫຼອກຫຼອນຕອນກາງຄືນ! ເພາະຕິດ social ຫຼາຍເກີນໄປ?

ສຳລັບໃຜທີ່ມັກ social media ກ່ອນນອນຕ້ອງລະວັງຕົວໃຫ້ດີ! ເພາະຈາກການຄົ້ນຄວ້າຫຼ້າສຸດເປີດເຜີຍວ່າ ການ​ຫຼິ້ນ social media ເປັນເວລາດົນໆ ​ ໂດຍສະເພາະແມ່ນການມີສ່ວນຮ່ວມຈົນອິນໄປກັບອາລົມຕ່າງໆໃນໂລກອອນລາຍ ຈະສົ່ງຜົນກະທົບຕໍ່ສຸຂະພາບຈິດ. ໂດຍສະເພາະແມ່ນການນອນ, ເຮັດໃຫ້ມັນມີແນວໂນ້ມທີ່ຈະຝັນຮ້າຍຢູ່ເລື້ອຍໆ.

ການສຶກສາໃນວາລະສານ BMC Psychology ໄດ້ທົດສອບກັບກຸ່ມຕົວຢ່າງຊາວອີຣານ 595 ຄົນ ແລະ ພົບວ່າຜູ້ໃຊ້ social media ເປັນເວລາດົນມັກມີໂອກາດຝັນຮ້າຍຢູ່ເລື້ອຍໆ. ສາເຫດຕົ້ນຕໍແມ່ນມາຄວາມກົດດັນ ແລະ ຄວາມກັງວົນຈາກປະສົບການໃນໂລກອອນລາຍເຊັ່ນ: ການຂົ່ມເຫັງ, ຄວາມກຽດຊັງ, ລວມທັງການຢູ່ໃນໂລກອອນລາຍຫຼາຍເກີນໄປ.

Reza Shabahang ຫົວໜ້າທີມຄົ້ນຄວ້າຈາກມະຫາວິທະຍາໄລອີຣານໄດ້ອະທິບາຍວ່າ ການໃຊ້ social media  ເປັນເວລາດົນສົ່ງຜົນກະທົບຕໍ່ສະໝອງ, ເຮັດໃຫ້ເກີດຄວາມຄິດ, ຄວາມຮູ້ສຶກ ແລະ ອາລົມທີ່ຫຼາກຫຼາຍ, ໂດຍສະເພາະໃນແງ່ລົບ. ເມື່ອເຖິງເວລານອນ, ສະໝອງຈະຍັງສືບຕໍ່ເຮັດວຽກ ແລະ ປະມວນຜົນເລື່ອງລາວຕ່າງໆທີ່ພົບເຫັນມາ ຈົນກາຍເປັນຝັນຮ້າຍ.

ເມື່ອເຮົາຝັນຮ້າຍຢູ່ເລື້ອຍໆ ກໍຈະເຮັດໃຫ້ເກີດຜົນເສຍທັງດ້ານຮ່າງກາຍ ແລະ ຈິດໃຈດັ່ງນີ້:

ດ້ານຮ່າງກາຍ

  • ນອນບໍ່ຫຼັບ ຫຼື ຫຼັບຍາກ: ການທີ່ເຮົາຝັນຮ້າຍຢູ່ເປັນປະຈຳຈະເປັນການລົບກວນໃນການນອນຫຼັບ. ເຮັດໃຫ້ຮູ້ສຶກນອນບໍ່ພຽງພໍ, ເມື່ອຍລ້າ ແລະ ຜົນກະທົບຕໍ່ສຸຂະພາບໂດຍລວມ.
  • ເມື່ອຍລ້າ: ການນອນບໍ່ພຽງພໍ. ເຮັດໃຫ້ເກີດຄວາມເມື່ອຍລ້າ, ບໍ່ມີເຫື່ອແຮງ, ບໍ່ສາມາດເຮັດວຽກ ຫຼື ຮຽນໄດ້ຢ່າງເຕັມທີ່
  • ອາການເຈັບຫົວ: ບາງຄົນອາດຈະມີອາການປວດຫົວ. ໂດຍສະເພາະຕອນເຊົ້າຫຼັງຈາກຝັນຮ້າຍ.
  • ລະບົບຍ່ອຍອາຫານ: ການນອນບໍ່ພຽງພໍ ສົ່ງຜົນກະທົບຕໍ່ລະບົບຍ່ອຍອາຫານ, ເຮັດໃຫ້ທ້ອງອືດ, ອາຫານບໍ່ຍ່ອຍ.

ດ້ານຈິດໃຈ

  • ວິຕົກກັງວົນ: ການຝັນຮ້າຍເລື້ອຍໆ ຈະເຮັດໃຫ້ເຮົາຮູ້ສຶກວິຕົກກັງວົນ, ຢ້ານ ແລະ ນອນຫຼັບແບບບໍ່ສະບາຍໃຈ
  • ອາການຊຶມເສົ້າ: ສົ່ງຜົນກະທົບຕໍ່ອາລົມ ເຮັດໃຫ້ຮູ້ສຶກຊຶມເສົ້າ, ຫົດຫູ່ ແລະ ບໍ່ຢາກເຮັດຫຍັງ.
  • ຫງຸດຫງິດງ່າຍ: ອາລົມແປປວນ, ຫງຸດຫງິດງ່າຍ ແລະ ຄວບຄຸມອາລົມໄດ້ຍາກ.
  • ປະສິດທິພາບການເຮັດວຽກຫຼຸດລົງ: ສົ່ງຜົນກະທົບຕໍ່ການຈົດຈໍ່ ແລະ ສະມາທິ, ເຮັດໃຫ້ການເຮັດວຽກ ຫຼື ຮຽນໄດ້ຢ່າງບໍ່ເຕັມທີ່.
  • ບັນຫາຄວາມສຳພັນ: ອາລົມແປປວນ ແລະ ຫງຸດຫງິດງ່າຍ, ສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນອ້ອມຂ້າງ.

ນອກຈາກນັ້ນ, ການຝັນຮ້າຍເລື້ອຍໆຍັງສາມາດສົ່ງຜົນກະທົບຕໍ່ສຸຂະພາບຈິດໃນໄລຍະຍາວເຊັ່ນ: ໂຣກຄຽດ, ໂຣກວິຕົກກັງວົນ ແລະ ໂຣກຊຶມເສົ້າ.

ສຳລັບວິທີການຈັດການກັບຝັນຮ້າຍ

  • ປັບພຶດຕິກຳໃນການນອນໃໝ່: ເຂົ້ານອນ ແລະ ຕື່ນນອນເປັນເວລາ,

ຫຼີກເວັ້ນການດື່ມຊາ, ກາເຟ ແລະ ເຫຼົ້າກ່ອນນອນ. ສ້າງບັນຍາກາດໃນຫ້ອງນອນໃຫ້ຮູ້ສຶກຜ່ອນຄາຍ.

  • ຫຼຸດຜ່ອນການຫຼິ້ນໂທລະສັບກ່ອນນອນ: ວາງໂທລະສັບມືຖື ຫຼື ແທັບເລັດຂອງເຈົ້າລົງຢ່າງໜ້ອຍ 1 ຊົ່ວໂມງກ່ອນນອນ. ຫາກຈໍາເປັນຕ້ອງໃຊ້ ກໍຄວນປັບແສງໜ້າຈໍໃຫ້ເປັນໂທນອຸ່ນ.
  • ເຝິກສະມາທິ: ເຝິກການຫາຍໃຈ, ໂຢຄະ ຫຼື ເຮັດກິດຈະກໍາຜ່ອນຄາຍກ່ອນນອນ. ຈະຊ່ວຍໃຫ້ສະໝອງຮູ້ສຶກສະຫງົບ ແລະ ຫຼັບສະບາຍ.

ນອກຈາກນີ້, ການອອກ​ກໍາ​ລັງ​ກາຍ​ຢ່າງສະໝໍ່າສະເໝີ​, ກິນອາຫານໃຫ້ຄົບ 5 ໝູ່, ອາບນ້ຳອຸ່ນກ່ອນນອນ, ການອ່ານປຶ້ມ ແລະ ຟັງເພງ ຜ່ອນຄາຍກ່ອນນອນ ຍັງຊ່ວຍໃຫ້ເຮົາຫຼັບຝັນດີອີກດ້ວຍ.

Social media ມີທັງຂໍ້ດີ ແລະ ຂໍ້ເສຍ. ການໃຊ້ງານ social media ຢ່າງມີສະຕິ, ຮູ້ຈັກຄວບຄຸມເວລາ ຈະຊ່ວຍໃຫ້ເຮົາໃຊ້ຊີວິດຢ່າງມີຄວາມສຸກ ໂດຍບໍ່ຕ້ອງກັງວົນກ່ຽວກັບຝັນຮ້າຍ

ທີ່ມາ:

facebook

nypost

news-medical

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/