ຮູ້ບໍ່ວ່າໃນອະດີດ ລຳໄສ້ຂອງແກະ ເຄີຍຖືກນຳມາໃຊ້ເປັນຖົງຢາງອະນາໄມເພື່ອປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ

ຮູ້ບໍ່ວ່າໃນອະດີດ ລຳໄສ້ຂອງແກະ

ການໃຊ້ຖົງຢາງອະນາໄມໃນການຮ່ວມເພດ ເປັນອີກໜຶ່ງວິທີ ທີ່ທ່ານໝໍທົ່ວໂລກແນະນຳ ແລະ ນຳໃຊ້ກັນຢ່າງແຜ່ຫຼາຍ ເພາະເປັນອີກໜຶ່ງວິທີ ທີ່ສາມາດຄຸມກຳເນີດ ແລະ ປ້ອງກັນໂຣກຕິດຕໍ່ທາງເພດສຳພັນໄດ້ຢ່າງມີປະສິດທິພາບ. ແຕ່ທຸກຄົນຮູ້ຫຼືບໍ່ວ່າ ຈຸດເລີ່ມຕົ້ນຂອງການເກີດຂຶ້ນຂອງຖົງຢາງອະນາໄມ ຫຼື condom ມາຈາກໃສ ແລະ ມີດົນປານໃດແລ້ວ.

ຢ້ອນກັບໄປໃນຍຸກ 3000 ປີ ກ່ອນ ຄສ ກະສັດທີ່ມີຊື່ວ່າ Minos ຫຼື King Minos of Crete ໄດ້ມີການນຳໃຊ້ພົກຍ່ຽວຂອງແບ້ ເພື່ອປ້ອງກັນການເກີດພະຍາດຕິດຕໍ່ທາງເພດສຳພັນ ແລະ ເປັນການຄຸມກຳເນີດ, ເຊິ່ງໃຊ້ດ້ວຍວິທີການເອົາໃສ່ໃນຊ່ອງຄອດ ຂອງຜູ້ຍິງ.

ຮູ້ບໍ່ວ່າໃນອະດີດ ລຳໄສ້ຂອງແກະ

ຕໍ່ມາ 1000 ປີກ່ອນ ຄສ, ອີຢິບໃນຍຸກຂອງໂຣມັນໄດ້ມີການໃຊ້ຜ້າລິນິນ ແລະ ລຳໄສ້ ຫຼື ພົກຍ່ຽວຂອງແບ້ ເພື່ອການປ້ອງກັນການຕິດຕໍ່ພະຍາດເຂດຮ້ອນ Bilharzia ແລະ ເພື່ອປ້ອງກັນພະຍາດ Syphilis.

ໃນສະຕະວັດທີ 15 ຫາ 18 ໄດ້ມີໝໍທີ່ຊື່ວ່າ Dr. Colonel Condom ໄດ້ປະດິດຖົງຢາງອະນາໄມ ໂດຍການພັດທະນາປອກຫຸ້ມອະໄວຍະວະເພດຊາຍທີ່ເຮັດຈາກລຳໄສ້ແກະ ເພື່ອປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ ພ້ອມທັງຄຸມກຳເນີດໃຫ້ແກ່ເຈົ້າຊາຍອັງກິດໃນສະໄໝເຈົ້າຊາຍ Charles ທີ 2 ແລະ ເຊື່ອວ່າໄດ້ມີການຕັ້ງຊື່ Condom ຈາກທ່ານໝໍຜູ້ນີ້, ແຕ່ບາງທິດສະດີອື່ນໆກໍວ່າມາຈາກພາສາລະຕິນຄື “Condus” ທີ່ແປວ່າ: ພາຊະນະຮອງຮັບ.

ຮູ້ບໍ່ວ່າໃນອະດີດ ລຳໄສ້ຂອງແກະ

ຕໍ່ມາ Charles Goodyear ນັກປະດິດສ້າງຄົນອາເມຣິກາໄດ້ຄົ້ນພົບວິທີການຜະລິດຖົງຢາງອະນາໄມ ທີ່ເຮັດຈາກຢາງທຳມະຊາດ ເຊິ່ງເຮັດໃຫ້ມີຄວາມທົນທານ ແລະ ຄວາມຫົດຍືດຂຶ້ນ. ໃນປີ 1860 ຖົງຢາງອະນາໄມ ຖືກຜະລິດຈໍານວນຫຼວງຫຼາຍເພາະປະໂຫຍດຂອງມັນຄືສາມາດໃຊ້ຊຳ້ໄດ້ ແລະ ຍັງສາມາດຊື້ໄດ້ໃນລາຄາທີ່ຈັບຕ້ອງໄດ້. ໃນໄລຍະນະນັ້ນເອງ ຖົງຢາງອະນາໄມ ທີ່ເຮັດມາຈາກລຳໄສ້ ຫຼື ພົກຍ່ຽວຂອງສັດກໍໄດ້ຖືກຢຸດໃຊ້ໃນໄລຍະທ້າຍສະຕະວັດທີ 19.

ມາຮອດປີ 1920 ໄດ້ມີການຜະລິດຖົງຢາງອະນາໄມທີ່ເຮັດຈາກ Latex ເກີດຂຶ້ນ ເຊິ່ງກາຍມາເປັນ ຖົງຢາງອະນາໄມທີ່ຖືກນຳໃຊ້ຢ່າງທົ່ວເຖິງໃນປັດຈຸບັນນີ້.

ຮູ້ບໍ່ວ່າໃນອະດີດ ລຳໄສ້ຂອງແກະ

ຈາກການຜັນປ່ຽນຈາກອະໄວຍະວະຂອງສັດເພື່ອປ້ອງກັນພະຍາດ ແລະ ຄຸມກຳເນີດຂອງຄົນສະໄໝກ່ອນໆ ຈົນມາເຖິງຖົງຢາງອະນາໄມທີ່ເຮັດຈາກຢາງ Latex ທີ່ສະດວກ ແລະ ຫາໃຊ້ໄດ້ງ່າຍປະຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/