ຮູ້ຈັກກັບ Inter Miami ວ່າທີ່ທີມໃໝ່ຂອງ Messi ທີ່ມີ David Beckham ເປັນເຈົ້າຂອງ


ໃນໄລຍະ 3-4 ມື້ທີ່ຜ່ານມາ ຂ່າວໃຫຍ່ທີ່ເປັນກະແສ ແລະ ຮືຮາທີ່ສຸດໃນວົງການບານເຕະ ກໍຄົງຈະໜີບໍພົ້ນຂ່າວການຍ້າຍທີມຂອງ ລີໂອເນວ ເມັສຊີ່ ຊຸບເປີ້ສະຕາ ອາຍຸ 35 ປີ ຜູ້ທີ່ຖືກຍ້ອງຍໍວ່າເປັນເທບພະເຈົ້າຂອງວົງການບານເຕະ ທີ່ເລືອກອອກຈາກ 5 ລີກໃຫຍ່ໃນຢູໂຣບ ໄປຊອກຫາຄວາມທ້າທາຍທີ່ດິນແດນຂອງ ສະຫະລັດອາເມຣິກາ.

ຕະຫຼອດ 5-6 ປີທີ່ຜ່ານມາ ລີກບານເຕະຂອງປະເທດ ຊາອຸດີອາຣະເບຍ ຖືເປັນບໍ່ເງິນບໍຄຳ ຂອງນັກເຕະລະດັບໂລກທີ່ຕ້ອງການໄປຮັບຊັບແບບແໜ້ນໆຢູ່ດິນແດນແຫ່ງນໍ້າມັນ ແລະ ກໍເຄີຍຍື່ນຂໍ້ສະເໜີ ທີ່ມີມູນຄ່າສູງທີ່ສຸດໃນໂລກໃຫ້ກັບ ເມັສຊີ່ ມາແລ້ວ. ແຕ່ເມັສຊີ່ ກັບເລືອກໄປຫຼິ້ນໃນລີກ ອາເມຣິກາ ທີ່ຖ້າເວົ້າກັນກົງໆ ທັງເງິນຄ່າຈ້າງຄວາມນິຍົມໃນປະເທດ ກໍມີໜ້ອຍກວ່າ.

ຍິ່ງເມັສຊີ່ ມາເລືອກ ສະໂມສອນຢ່າງ Inter Miami ເຊິ່ງເປັນທີມນ້ອງໃໝ່ ບໍ່ມີຜົນງານ ບໍ່ມີປະຫວັດສາດ ແຖມຍັງເປັນທີມທີ່ຢູ່ອັນດັບທ້າຍໆຂອງລີກນຳອີກ. ມື້ນີ້ເຮົາຈະພາມາຮູ້ຈັກທີມໃໝ່ຂອງ ເມັສຊີ່ທີມນີ້ ເຊິ່ງເປັນທີມທີ່ມີ ເດວິດ ເບັກແຮັມ ອະດີດດາວດັງຂອງວົງການບານເຕະ ເປັນເຈົ້າຂອງຢູ່.

ໂດຍ Inter Miami ເປັນທີມນ້ອງໃໝ່ທີ່ຫາກໍກໍ່ຕັ້ງຂຶ້ນໃນປີ 2018 ແລະ ຟັນຝ່າອຸປະສັກຈົນສາມາດເຂົ້າມາຫຼິ້ນໃນ Major League Soccer ໄດ້ເທື່ອທຳອິດ ໃນປີ 2020. ກ່ອນໜ້ານີ້ເມືອງ ໄມອາມີ ເຄີຍມີທີມບານເຕະຂອງເມືອງທີ່ມີຊື່ວ່າ Miami Fusion ແຕ່ກໍຕ້ອງຍຸບທີມໄປຕັ້ງແຕ່ປີ 2001 ເຮັດໃຫ້ຕະຫຼອດໄລຍະເວລາຫຼັງຈາກນັ້ນ ຊາວເມືອງ ໄມອາມີ ບໍ່ມີທີມບານເຕະຂອງຕົນເອງໃຫ້ເຊຍອີກເລີຍ.

ຢ້ອນກັບໄປສະໄໝທີ່ ເດວິດ ເບັກແຮມ ເຂົ້າມາຫຼິ້ນໃນລີກ ອາເມຣິກາ ມີເງື່ອນໄຂ 1​ ຂໍ້ ທີ່ເຮັດໃຫ້ລາວວາງແຜນອະນາຄົດເມື່ອລາວເຊົາຫຼິ້ນບານເຕະ ນັ້ນກໍຄື ລາວສາມາດຈົດທະບຽນທີມໃໝ່ຂຶ້ນໃນລີກບານເຕະຂອງອາເມຣິກາໄດ້ ໃນລາຄາ 25 ລ້ານໂດລາ ເຮັດໃຫ້ ເດວິດ ເບັກແຮມ ເລີ່ມມີຄວາມຄິດຢາກເປັນເຈົ້າຂອງທີມບານເຕະຂອງຕົນເອງ.

ຈົນມາຮອດປີ 2013 ເດວິດ ເບັກແຮັມ ປະກາດກະສຽນຈາກອາຊີບນັກເຕະ ແລະ ຫັນມາເລີ່ມໂຄງການສ້າງທີມຂອງລາວແບບເຕັມຕົວ. ເດວິດ ເບັກແຮັມ ເລີ່ມອອກເດີນທາງເຮັດວຽກຢ່າງໜັກເພື່ອຄົ້ນຫາວ່າລາວຈະໄປຕັ້ງສະໂມສອນຢູ່ໃສດີ. ເດວິດ ເບັກແຮມ ໃຊ້ເວລາ 1 ປີເຕັມໃນການເດີນທາງໄປທົ່ວປະເທດອາເມຣິກາ ເພື່ອໂອ້ລົມກັບນັກທຸລະກິດທ້ອງຖິ່ນ, ຜູ້ມີອຳນາດຕ່າງໆ ໃນແຕ່ລະເມືອງ.

ສຸດທ້າຍກໍມາລົງຕົວທີ່ເມືອງ ໄມອາມີ ດ້ວຍເຫດຜົນຫຼາຍຂໍ້ທີ່ຕອບໂຈດ ທັງໃນເລື່ອງຂອງການທີ່ເມືອງນີ້ບໍ່ມີສະໂມສອນບານເຕະ ແລະ ຂໍ້ຕົກລົງຈາກການໂອ້ລົມກັບນັກທຸລະກິດທ້ອງຖິ່ນ, ສະພາເມືອງ ແລະ ຜູ້ມີອຳນາດຕ່າງໆຂອງເມືອງ ທີ່ເປັນໄປໄດ້ດ້ວຍດີ ແລະ ມີສຽງສະໜັບສະໜູນເປັນຈຳນວນຫຼາຍ.

ແຕ່ທຸກຢ່າງກໍບໍ່ງ່າຍແບບນັ້ນ ເມື່ອເລີ່ມລົງມືເຮັດແທ້ໆ ເພາະທຸກຢ່າງກັບມີແຕ່ອຸປະສັກ ທັງຂໍ້ຕົກລົງກັບນັກທຸລະກິດ, ສະພາເມືອງ ແລະ ຜູ້ມີອຳນາດ ກັບບໍ່ສະດວກສະບາຍຄືກັບທີ່ລົມກັນໄວ້ທັງໃນເລື່ອງເງິນທຶນ, ຄູ່ຮ່ວມທຶນ ແລະ ອື່ນໆອີກຫຼາຍຢ່າງ. ໂດຍຂໍ້ຂັດແຍ້ງຫຼັກໆກໍຄືເລື່ອງຂອງການສ້າງສະໜາມ ທີ່ເດວິດ ເບັກແຮັມ ຕ້ອງການໃຫ້ສ້າງໃຈກາງເມືອງ ໄມອາມີ ແຕ່ທາງສະພາເມືອງກັບບໍ່ອະນຸມັດ. ຈົນສຸດທ້າຍ ເດວິດ ເບັກແຮັມ ຕ້ອງຍອມຖອຍອອກມາ ຕັ້ງສະໜາມຢູ່ນອກເມືອງ ທີ່ຫ່າງອອກມາຈາກຕົວເມືອງເຖິງ 40​ ກິໂລແມັດ.

ຈົນສຸດທ້າຍກໍສາມາດຜ່ານອຸປະສັກຕ່າງໆມາໄດ້ ແລະ ໄດ້ຈົດທະບຽນຂຶ້ນໃນ Major League Soccer ໄດ້ສຳເລັດໃນປີ 2018. ໂດຍ ເດວິດ ແບັກແຮມ ໃຫ້ສໍາພາດວ່າ: “ຕະຫຼອດໄລຍະເວລາທີ່ຜ່ານມາ ຂ້ອບເກືອບຖອດໃຈໄປຫຼາຍເທື່ອ ມີຫຼາຍເທື່ອທີ່ຂ້ອຍຄິດ ຍ້າຍໄປເມືອງອື່ນດີກວ່າ ແລະ ອີກຫຼາຍເທື່ອທີ່ຂ້ອຍຄິດວ່າຂ້ອຍບໍ່ເອົາແລ້ວ ແຕ່ຫົວໃຈຂອງຂ້ອຍບອກໃຫ້ຂ້ອຍສູ້ຕໍ່ ເພາະຂ້ອຍກຳລັງເຮັດໃນສິ່ງທີ່ຖືກຕ້ອງ”.

ໂດຍ Inter Miami ລົງຫຼິ້ນໃນລີກອາເມຣິກາມາ 3 ປີ ແລະ ແນ່ນອນວ່າຜົນງານຂອງເຂົາບໍ່ຢູ່ໃນລະດັບທີ່ໜ້າພໍໃຈ ແລະ ອ່ຽງໄປທາງຕໍ່າ ພວກເຂົາວົນວຽນຢູ່ໃນອັນດັບທ້າຍໆຂອງຕາຕະລາງໃນທຸກປີ. ແຕ່ແນ່ນອນດ້ວຍຄວາມທີ່ຊື່ເຈົ້າຂອງທີມ ເປັນ ເດວິດ ເບັກແຮັມ ກໍຍັງເຮັດໃຫ້ ສະໂມສອນນີ້ຢູ່ໄດ້ ແລະ ຍັງມີເງິນທຶນມະຫາສານມາສະໜັບສະໜູນຢູ່ຕະຫຼອດ.

Inter Miami ມີຄວາມພະຍາຍາມທີ່ຈະດຶງດູດນັກເຕະລະດັບໂລກ ໃນຢູໂຣບ ມາຊ່ວຍທີມຢູ່ຕະຫຼອດ ບໍ່ວ່າຈະເປັນ ຮິກວາອິນ ຫຼື ເບຣດ ມາຕຸຍດີ້ ມາຮ່ວມທີມເພື່ອຫວັງຜົນງານທີ່ດີຂຶ້ນ. ແຕ່ກໍຍັງບໍເປັນຜົນ ເພາະທຸກຄົນທີ່ເຂົ້າມາກັບຫຼິ້ນຄືຄົນໝົດໄຟ. ນອກຈາກນັ້ນ ຜົນງານ ແລະ ການຕະຫຼາດ ກໍຍັງບໍ່ໄດ້ດີເທົ່າທີ່ຄວນ ເພາະຕອນທີ່ເຂົ້າມານັກເຕະເຫຼົ່ານັ້ນຕ່າງກໍຢູ່ໃນໄລຍະປາຍອາຊີບກັນໝົດແລ້ວ. ຈົນທີມຂອງ ເດວິດ ເບັກແຮັມ ການເປັນທີມຕົວຕະຫຼົກ ແລະ ເປັນທີມແຈກແຕ້ມໃນລີກ.

ແຕ່ການມາຂອງ ລີໂອເນວ ເມັສຊີ່ ອາດຈະປ່ຽນແປງ Inter Miami ໄປຕະຫຼອດການ ແຕ່ແນ່ນອນວ່າ ຜົນງານໃນສະໜາມຂອງນັກເຕະພຽງຄົນດຽວ ຈະບໍ່ສາມາດມີມົນວິເສດ ດົນບັນດານ ແຊ້ມໃນປີທຳອິດ ໃຫ້ກັບທີມໄດ້ແນ່ນອນ. ແຕ່ກໍປະຕິເສດບໍ່ໄດ້ວ່າເມື່ອ ພາບຂ່າວ ແລະ ໜ້າຕາ ຂອງ ເມັສຊີ່ ໃນສີເສື້ອຂອງ Inter Miami ຖືກເຜີຍແຜ່ອອກໄປສູ່ສາຍຕາຂອງຄົນທົ່ວໂລກ ແລະ ແນ່ນອນເມື່ອເປັນແນວນັ້ນ ທັງເງິນທຶນ ຜູ້ສະໜັບສະໜູນ ລວມເຖິງແສງໄຟໃນສັງຄົມ ຍ່ອມຕ້ອງສາຍແສງມາຫາສະໂມສອນແຫ່ງນີ້ຢ່າງແນ່ນອນ.

ໂດຍສາເຫດທີ່ ເມັສຊີ່ ເລືອກມາຢູ່ກັບ Inter Miami ທັ້ງໆທີ່ກ່ອນໜ້ານີ້ມີໂອກາດຈະກັບໄປ ຫຼິ້ນໃຫ້ກັບ Barcelona ເມັສຊີ່ໄດ້ໃຫ້ສຳພາດວ່າ: “ຂ້ອຍຮູ້ມາວ່າ ສະໂມສອນ Barcelona ຕ້ອງຂາຍນັກເຕະອອກຫຼາຍຄົນ ແລະ ລົດຄ່າຈ້າງນັກເຕະຄົນອື່ນລົງ ເພື່ອໃຫ້ຂ້ອຍຢູ່ໃນສະໂມສອນນັ້ນໄດ້ ແຕ່ຂ້ອຍບໍ່ຕ້ອງການເປັນສ່ວນໜຶ່ງທີ່ເຮັດໃຫ້ເຫດການແບບນັ້ນເກີດຂຶ້ນ”

ແຕ່ຢ່າງໃດກໍຕາມ ແນ່ນອນວ່າ ພາລະກິດໃນການຍົກລະດັບສະໂມສອນຂອງ ເມັສຊີ່ ກັບ Inter Miami ມັນຈະບໍ່ແມ່ນເລື່ອງງ່າຍແນ່ນອນ ນັກເຕະສ່ວນໃຫຍ່ໃນທີມ ແມ່ນຍັງຫ່າງຊັ້ນກັບ ເມັສຊີ່ ຫຼາຍລະດັບ ແລະ Inter Miami ບໍ່ເຄີຍມີສະຖານະ ເປັນທີມແຊ້ມມາກ່ອນ.

ແຕ່ດ້ວຍຄວາມທີ່ເປັນນັກສູ້ຂອງທັງ ເດວິດເບັກແຮັມ ທີ່ຝັນຝ່າອຸປະສັກຫຼາຍຢ່າງມາ ແລະ ເວົ້າມາຕະຫຼອດວ່າ ຢາກຍົກລະດັບ Inter Miami ໃຫ້ກາຍເປັນທີມແຖວໜ້າຂອງ Major League Soccer ໃຫ້ໄດ້ ບວກກັບຄວາມທີ່ເປັນຄົນບໍ່ຍອມພ່າຍແພ້ ແລະ ຈິດວິນຍານຂອງຜູ້ຊະນະ ຂອງເມັສຊີ່ ອາດເປັນເຫດຜົນສຳຄັນ ທີ່ເຮັດໃຫ້ ເມັສຊີ່ ຍ້າຍມາຫຼິ້ນໃຫ້ກັບ Inter Miami ກໍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/