ຮູບເງົາຄອນເສີດ Taylor Swift: The Eras Tour ຄາດວ່າຈະມີຍອດຈອງປີ້ຮອດ 100 ລ້ານໂດລາ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຮູບເງົາຄອນເສີດ ‘Taylor Swift: The Eras Tour’ ຂອງນັກຮ້ອງສາວປາກແດງ ແລະ ເປັນນັກຮ້ອງອັນດັບຕົ້ນໆຂອງໂລກຢ່າງ Taylor Swift ທີ່ສາມາດເຮັດຍອດຈອງປີ້ລ່ວງໜ້າໄດ້ຢ່າງມະຫາສານເຊິ່ງຄິດເປັນລາຍໄດ້ຮອດ 65 ລ້ານໂດລາ.

ໂດຍຍອດການຈອງປີ້ລ່ວງໜ້າຂອງຮູບເງົາ ‘Taylor Swift: The Eras Tour’  ມີຍອດສູງກວ່າຮູບເງົາຊູບເປີຮີໂຣຊື່ດັງຈາກຄ້າຍ Marvel ທີ່ເຄີຍມີຍອດຈອງປີ້ຈາກຮູບເງົາ Doctor Strange in the Multiverse of Madness ທີ່ມີມູນຄ່າ 60 ລ້ານໂດລາ ແລະ ຄ້າຍ DC ທີ່ເຄີຍມີຍອດຈອງປີ້ຈາກຮູບເງົາ The Batman ທີ່ມີມູນຄ່າ 42 ລ້ານໂດລາ.

ຈາກຍອດຈອງປີ້ທີ່ຍັງຄົງເພີ່ມຂຶ້ນຢູ່ຕະຫຼອດ ເຮັດໃຫ້ມີຄວາມເປັນໄປໄດ້ວ່າຮູບເງົາເລື່ອງ ‘Taylor Swift: The Eras Tour’ ອາດຈະມີຍອດຈອງປີ້ລ່ວງໜ້າເຖິງຫຼັກ 100 ລ້ານໂດລາ ແຕ່ອາດຈະບໍ່ຍັງບໍ່ຮອດລະດັບຂອງຮູບເງົາ Spider-Man: No Way Home ທີ່ເຮັດຍອດຈອງປີ້ລ່ວງໜ້າໄວ້ທີ່ 120 ລ້ານໂດລາ.

ແຕ່ດ້ວຍກະແສຄວາມນິຍົມຢ່າງຫຼວງຫຼາຍຂອງຮູບເງົາເລື່ອງນີ້ ເຮັດໃຫ້ຮູບເງົາຫຼາຍໆເລື່ອງຕັດສິນໃຈເລື່ອນກຳນົດສາຍເພື່ອບໍ່ໃຫ້ຕຳກັນ ແລະ ນີ້ເປັນອີກໜຶ່ງສິ່ງທີ່ພິສູດວ່າ Taylor Swift ເປັນໜຶ່ງໃນສິລະປິນທີ່ມີອິດທິພົນຕໍ່ຜູ້ຊົມ ແລະ ສິລະປິນຮຸ່ນຫຼັງຫຼາຍທີ່ສຸດ.

ໂດຍຮູບເງົາ ‘Taylor Swift: The Eras Tour’ ມີກຳນົດອອກສາຍໃນວັນທີ 13 ຕຸລາ 2023 ທີ່ສະຫະລັດອາເມຣິກາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/