ຮຸ້ນໄທ ລົດລົງຕິດຕໍ່ກັນ ຫຼາຍມື້ ຫຼັງເລືອກຕັ້ງ ສະທ້ອນຄວາມບໍ່ແນ່ນອນໃນການຈັດຕັ້ງລັດຖະບານໃໝ່ ຂອງປະເທດໄທ


ສະຖານະການທາງການເມືອງຂອງປະເທດໄທນັ້ນຍັງເບິ່ງຄືວ່າຈະບໍ່ມີຄວາມຊັດເຈນເທົ່າທີ່ຄວນ ເຖິງແມ່ນວ່າຈະມີການເລືອກຕັ້ງໄປແລ້ວກໍຕາມ ໂດຍສະເພາະກຸ່ມນັກລົງທຶນ ທີ່ສະທ້ອນອອກມາໃນຕະຫຼາດຮຸ້ນ ທີ່ຮຸ້ນໄທ ລົດລົງຫຼາຍມື້ຕິດຕໍ່ກັນຫຼັງເລືອກຕັ້ງ ທີ່ຍັງມີຄວາມກັງວົນໃນການຈັດຕັ້ງລັດຖະບານໃໝ່ຢູ່.

ໂດຍຕະຫຼາດຮຸ້ນໄທລາຍງານວ່າ ດັດຊະນີຮຸ້ນໄທ ຕົກລົງເຖິງ 20 ຈຸດ ລວມກັນ 3 ມື້ ຫຼັງເລືອກຕັ້ງຕົກລົງກວ່າ 38 ຈຸດ ເປັນຜົນກະທົບທຳອິດຈາກຄວາມກັງວົນໃນການຈັດຕັ້ງລັດຖະບານໃໝ່ ໂດຍນັກລົງທຶນກັງວົນວ່າ ຈະເກີດສະພາວະສູນຍາກາດທາງການເມືອງໄລຍະຍາວ ເຮັດໃຫ້ການຈັດຕັ້ງລັດຖະບານ ແລະ ເລືອກນາຍົກເກີດຄວາມຊັກຊ້າ. ສ່ວນອີກໜຶ່ງຜົນກະທົບແມ່ນຄວາມກັງວົນທີ່ມາຈາກການຂະຫຍາຍເພດານໜີ້ສິນຂອງສະຫະລັດ ອາເມຣິກາ.

ທ່ານ ກໍລະພັດ ວໍລະເຊດ ຜູ້ອຳນວຍການຝ່າຍວິໄຈ ແລະ ບໍລິການການລົງທຶນຂອງບໍລິສັດ ກຸສີ ພັດຕານະສິນ ກ່າວວ່າ: ນັກລົງທຶນຍັງຄົງຕິດຕາມ ພັດທະນາການ ທາງການເມືອງຂອງປະເທດໄທ ເຊັ່ນ ທ່າທີຂອງແຕ່ລະພັກທີ່ຖືກເອີ້ນເຂົ້າຮ່ວມຈັດຕັ້ງລັດຖະບານພາຍໃຕ້ການນຳຂອງພັກ ກ້າວໄກ ພັກທີ່ຊະນະການເລືອກຕັ້ງເປັນອັນດັບ 1 ແລະ ການເລືອກນາຍົກ ທີ່ນອກຈາກສຽງພັກຮ່ວມລັດຖະບານທີ່ແຜນຫຼ້າສຸດແມ່ນ 310 ເຊິ່ງຍັງຖືວ່າຕ່ຳກວ່າເງື່ອນໄຂໃນການເລືອກຕັ້ງນາຍົກ ທີ່ຕ້ອງໃຊ້ສຽງ 376 ສຽງ ເຮັດໃຫ້ຈຳເປັນຕ້ອງຂໍສຽງຈາກ ສວ ຂວັ້ນອຳນາດເກົ່າເປັນຄົນຕັ້ງຂຶ້ນມາໃນການຊ່ວຍເພືື່ອເລືອກນາຍົກ ເຊິ່ງເຮັດໃຫ້ເກີດຄວາມກັງວົນ ແລະ ໄດ້ກາຍເປັນປັດໄຈສຳຄັນ ເຮັດໃຫ້ຮຸ້ນໄທ ລົດລົງຢ່າງຕໍ່ເນື່ອງ.

ສ່ວນ ທ່ານ ພະເດີມພົບ ສົງເຄາະ ກຳມະການຜູ້ຈັດໃຫຍ່ ບໍລິສັດ ກຸງສີ ຈຳກັດ ມະຫາຊົນ ກໍກ່າວວ່າ: ການເມືອງໃນປະເທດໄທຍັງບໍ່ຊັດເຈນວ່າຈະໄປທາງໃດ ປັດໄຈທີ່ເຮັດໃຫ້ນັກລົງທຶນກັງວົນກໍຄື ນະໂຍບາຍຂອງພັກທີ່ຈະເປັນແກນນຳຈັດຕັ້ງລັດຖະບານ ຈະມີຜົນກັບການເຮັດທຸລະກິດຂອງພວກເຂົາແນວໃດແດ່ ເຊິ່ງຂະນະນີ້ຍັງບໍ່ມີຄວາມຊັດເຈນໃນເລື່ອງນັ້ນເທື່ອ.

         ທ່ານ ພະເດີມພົບ ສົງເຄາະ ລະບຸອີກວ່າ ຕົນເຊື່ອວ່າບໍ່ວ່າຝ່າຍໃດຈະຂຶ້ນມາເປັນລັດຖະບານ ແລະ ນາຍົກ ແຕ່ຖ້າມີຄວາມຊັດເຈນກວ່ານີ້ ທາງຕະຫຼາດຮຸ້ນ ຈະຕອບຮັບໃນທາງບວກແນ່ນອນ.

ຜູ້ບໍລິຫານລະດັບສູງໃນຕະຫຼາດຫຼັກຊັບກ່າວວ່າ: ສວ ສ່ວນໃຫຍ່ບໍ່ໄດ້ມີຄວາມເປັນມິດກັບພັກກ້າວໄກ ເຮັດໃຫ້ເກີດຄວາມກັງວົນວ່າ ສວ ທີ່ຖືກແຕ່ງຕັ້ງຈາກອຳນາດເກົ່າຈະບໍ່ໂຫວດໃຫ້ຝ່າຍພັກກ້າວໄກ ແລະ ເພື່ອໄທ ເຮັດໃຫ້ການເມືອງໄທ ຢູ່ໃນສະພາວະສູນຍາກາດ ເຊິ່ງບໍ່ເປັນຜົນດີຕໍ່ທັງປະເທດ, ເສດຖະກິດ, ການເມືອງ, ສັງຄົມ ລວມເຖິງຕະຫຼາດຮຸ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/