ຮຸ້ນສະໂມສອນ Man U ດີດຕົວຂຶ້ນເກືອບ 30% ຫຼັງມີຂ່າວເສດຖີຈາກ ກາຕ້າ ເຂົ້າຊື້ສະໂມສອນສຳເລັດແລ້ວ


ນັບເປັນອີກໜຶ່ງຂ່າວທີ່ຮືຮາກັນໄລຍະ 1 ຄືນຜ່ານມາ ຫຼັງສຳນັກຂ່າວທີ່ໜ້າເຊື່ອຖືຈາກປະເທດກາຕ້າ ລາຍງານວ່າ ຊິກ ຍາສຊິມ ອັລຖານີ ມະຫາເສດຖີຊາວກາຕ້າ ສຳເລັດຂໍ້ຕົກລົງການຊື້ສະໂມສອນແມນຢູເປັນທີ່ຮຽບຮ້ອຍແລ້ວ ສົ່ງຜົນໃຫ້ຮຸ້ນສະໂມສອນ Man U ດີດຕົວຂຶ້ນເກືອບ 30% ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນໃນນາຍທຶນຈາກຕາເວັນອອກກາງ ແລະ ຄວາມຕ້ອງການປ່ຽນເຈົ້າຂອງ ໃຫ້ແມນຢູ ອອກຈາກ ຄອບຄົວ ເກວເຊີ.

ໂດຍກ່ອນໜ້ານີ້ ວັນທີ 12​ ມິຖຸນາ ຮຸ້ນຂອງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຊື້ຂາຍກັນຢູ່ທີ່ປະມານ 20,12 ໂດລາ ຕໍ່ຮຸ້ນ. ແຕ່ຫຼັງມີຂ່າວການເຂົ້າຊື້ສະໂມສອນຂອງ ຊິກ ຍາສຊິມ ໃນວັນທີ 13 ມິຖຸນາ ລາຄາຂອງຮຸ້ນ ແມນເຊັສເຕີ້ ຢູໄນເຕັດ ຂາຍກັນໃນລາຄາສູງສຸດ ຢູ່ທີ່ 23 ໂດລາຕໍ່ 1 ຮຸ້ນ

ໂດຍໃນໄລຍະທີ່ຜ່ານມາ ການເຂົ້າຊື້ ສະໂມສອນ ແມນຢູ ແມ່ນເປັນການຍາດກັນຂອງ ຊິກ ຍາສຊິມ ເສດຖີຈາກ ກາຕ້າ ແລະ ເຊີ້ ຈິມ ຣັດລີຟ ເສດຖີຊາວ ອັງກິດ ໂດຍທິດທາງໃນຕອນທຳອິດແມ່ນເບິ່ງຄືວ່າ ເສດຖີຈາກອັງກິດ ຈະເປັນຝ່າຍທີ່ສາມາດເຂົ້າຊື້ສະໂມສອນແຫ່ງນີ້ໄດ້.

ແຕ່ຢ່າງໃດກໍຕາມ ຂ່າວດັ່ງກ່າວກໍເປັນພຽງຂ່າວລື ແລະ ບັນນາທິການຂອງ ສຳນັກຂ່າວທີ່ປ່ອຍຂ່າວດັ່ງກ່າວ ກໍລະບຸວ່າ ຂ່າວດັ່ງກ່າວຂຽນຂຶ້ນຈາກການຄາດເດົາ ແລະ ລວບລວມຈາກສື່ອື່ນໆຈາກຕ່າງປະເທດ ມາອີກເທື່ອໜຶ່ງ ຍັງບໍ່ເປັນທີ່ຊັດເຈນແຕ່ຢ່າງໃດ.

ນອກຈາກນນີ້ຍັງມີລາຍງານວ່າ ການຊື້ຂາຍສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຍັງບໍ່ເປັນທີ່ຊັດເຈນວ່າໃຜຈະເປັນຜູ້ຊະນະ ແລະ ທັງ ຊິກ ຍາສຊິມ ແລະ ເຊີ້ ຈິມ ຣັດລີຟ ກໍຍັງຖ້າຄຳຕອບທີ່ຊັດເຈນຈາກ ຄອບຄົວ ເກວເຊີ ໃນອາທິດນີ້.

ເຖິງວ່າ ຊິກ ຍາສຊິມ ຈະສາມາດສຳເລັດການຊື້ຂາຍໄດ້ແທ້ຫຼືບໍ່ນັ້ນ ກໍຍັງຄົງຕ້ອງຕິດຕາມກັນຕໍ່ໄປ ແຕ່ສິ່ງໜຶ່ງທີ່ແນ່ນອນ ແລະ ສາມາດເວົ້າໄດ້ເຕັມປາກໄດ້ແລ້ວວ່າ ແຟນບານຂອງແມນຢູນັ້ນ ຢາກເຫັນກຸ່ມທຶນຈາກ ຕາເວັນອອກກາງ ເຂົ້າມາເປັນເຈົ້າຂອງທີມຮັກຂອງຕົນເອງ ຫຼາຍກວ່າ ກຸ່ມທຶນຈາກຢູໂຣບ ແລະ ໂລກຕາເວັນຕົກ.

ຂອບໃຈຂໍ້ມູນຈາກ:

yahoo, Football Daily, soccersuck

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/