ອົງການອະນາໄມໂລກອອກມາເຕືອນວ່າການທ່ອງທ່ຽວທ້າຍປີຈະຍິ່ງສ່ຽງເຮັດໃຫ້ໂຄວິດສາຍພັນ Omicron ກະຈາຍທົ່ວໂລກຢ່າງວ່ອງໄວ


ອົງການອະນາໄມໂລກໄດ້ອອກມາປະກາດຕັກເຕືອນວ່າການທ່ອງທ່ຽວທ້າຍປີຈະຍິ່ງສ່ຽງເຮັດໃຫ້ການລະບາດໂຄວິດສາຍພັນ Omicron ກະຈາຍໄປທົ່ວໂລກວ່ອງໄວຂຶ້ນ. ສະນັ້ນ ການຈັດງານ ແລະ ການທ່ອງທ່ຽວຕ່າງໆນັ້ນຄວນຍຸຕິ ຫຼື ຍົກເລີກໄປກ່ອນ.

ໃນປັດຈຸບັນ, ສາຍພັນ Omicron ນັບວ່າກາຍເປັນສາຍພັນຫຼັກທີ່ລະບາດຢູ່ສະຫະລັດອາເມຣິກາແລ້ວ. ເມື່ອອາທິດທີ່ຜ່ານມາ ທົ່ວປະເທດໄດ້ພົບສາຍພັນດັ່ງກ່າວສູງເຖິງ 73% ໃນຈຳນວນກໍລະນີຜູ້ຕິດເຊື້ອໃໝ່. ເນື່ອງຈາກວ່າມັນມີການກະຈາຍເຊື້ອທີ່ວ່ອງໄວຫຼາຍກວ່າສາຍພັນກ່ອນໜ້າຢ່າງເດລຕ້າຫຼາຍ. ທາງປະທານາທິບໍດີໂຈ ໄປເດນໄດ້ປະກາດວ່າຍັງບໍ່ໄດ້ວາງແຜນລັອກດາວທົ່ວປະເທດເທື່ອ. ແຕ່ວ່າຊ່ຽວຊານໂຣກຕິດຕໍ່ຢ່າງ Dr. Anthony Fauci ໄດ້ອອກມາກ່າວຕັກເຕືອນກ່ອນໜ້ານັ້ນແລ້ວ ວ່າຄຣິສມາສນີ້ຈະເພີ່ມການກະຈາຍເຊື້ອ Omicron ຢ່າງຫຼວງຫຼາຍ ເຊິ່ງລວມທັງຄົນທີ່ໄດ້ຮັບວັກຊີນຄົບແລ້ວ. ທາງສູນກາງການປ້ອງກັນ ແລະ ຄວບຄຸມພະຍາດ (CDC) ໄດ້ອອກມາແນະນຳໃຫ້ປະຊາຊົນອາເມຣິກາຫຼີກເວັ້ນການທ່ອງທ່ຽວ 8 ປະເທດດັ່ງນີ້: ສະເປນ, ຟິນແລນ, ແຊດ ແລະ ເລບານອນ, ໂບແນ, ໂມນາໂກ, ແຊນມາຣິໂນ ແລະ ຈິບຣອນທາ.

ບັນດາປະເທດຢ່າງຝຣັ່ງ ແລະ ເຢຍລະມັນໄດ້ມີມາດຕະການເຄັ່ງຕຶງຕໍ່ໂຄວິດ ແລະ ການທ່ອງທ່ຽວ ເພື່ອປ້ອງກັນການກະຈາຍຂອງສາຍພັນໃໝ່ນີ້. ອີກປະເທດໃນຢູໂຣບຢ່າງເນເທີແລນເອງກໍໄດ້ວາງມາດຕະການລັອກດາວໃນໄລຍະວັນຄຣິສມາສຮຽບຮ້ອຍ. ສ່ວນສະຫະລາຊະອານາຈັກພຽງແຕ່ໄດ້ຄາດການເຖິງຄວາມເປັນໄປໄດ້ຕ່າງໆ ແລະ ກະກຽມແຜນການໃໝ່ ແຕ່ກໍຍັງບໍ່ໄດ້ມີແຜນການມາດຕະການຫຍັງເພີ່ມຕື່ມ.

ທີ່ປະເທດ ນິວ ຊີແລນ ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າຈະເລື່ອນການເປີດດ່ານໄປອີກເປັນເດືອນໜ້າ ເນື່ອງຈາກຄວາມກັງວົນຂອງ Omicron ທີ່ຍັງລະບາດຢູ່ ເຊິ່ງນັ້ນລວມໄປເຖິງປະເທດບ້ານໃກ້ເຮືອນຄຽງຢ່າງອອສເຕຣເລຍ ທີ່ໄດ້ມີຜູ້ຕິດເຊື້ອສູງສຸດເຖິງ 3000 ຄົນພາຍໃນມື້ດຽວ. ທາງລັດຖະມົນຕີກຳລັງກະກຽມປະຊຸມລັດເຖິງບັນຫາດັ່ງກ່າວ ແຕ່ກໍກ່າວວ່າຈະບໍ່ກັບໄປລັອກດາວ ໂດຍບອກວ່າຈະຫາທາງຢູ່ກັບເຊື້ອ Omicron ນີ້ໃຫ້ໄດ້.

Dr Tedros Adhanom Ghebreyesus ຫົວໜ້າອົງການອະນາໄມໂລກໄດ້ຍ້ຳວ່າການລະບາດນີ້ສາມາດຈົບລົງໄດ້ພາຍໃນປີ 2022 ໂດຍການເຮັດໃຫ້ 70% ຂອງປະຊາກອນໃນທຸກໆປະເທດທົ່ວໂລກໄດ້ຮັບວັກຊີນພາຍໃນກາງປີໜ້າ. ລາວໄດ້ກ່າວຢ່າງເຂົ້າໃຈວ່າ ທຸກຄົນຕ່າງກໍເບື່ອກັບຊີວິດແບບນີ້ແລ້ວ, ແຕ່ການທີ່ຈະກັບໄປໃຊ້ຊີວິດໄດ້ຄືເກົ່າ ກໍຕ້ອງຕັດສິນໃຈປ້ອງກັນຕົນເອງ ແລະ ຄົນອື່ນກ່ອນ ເຊິ່ງຖ້າມັນໝາຍຄວາມວ່າຕ້ອງຍົກເລີກ ຫຼື ເລື່ອນການສະເຫຼີມສະຫຼອງ ກໍຕ້ອງເຮັດແບບນັ້ນ.

ໃນຂະນະດຽວກັນ ຫົວໜ້າທີມນັກວິທະຍາສາດ Soumya Swaminathan ກໍໄດ້ອອກມາເຕືອນວ່າ ເຖິງຈະຍັງບໍ່ມີຄົນເສຍຊີວິດຈາກມັນ, ແຕ່ກໍບໍ່ຄວນປະໝາດສາຍພັນ Omicron ວ່າມັນເບົາບາງກວ່າສາຍພັນອື່ນ. ຈາກຂໍ້ມູນເບື້ອງຕົ້ນເນື່ອງຈາກຂໍ້ມູນຕໍ່ສາຍພັນດັ່ງກ່າວຍັງບໍ່ຫຼາຍພຽງພໍ ພ້ອມກັບຈຳນວນຜູ້ຕິດເຊື້ອທີ່ນັບມື້ສູງຂຶ້ນ ກໍຍິ່ງເຮັດໃຫ້ລະບົບສຸຂະອະນາໄມລົດລົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/