ອຸດສາຫະກໍາ Stablecoin ຍັງສືບຕໍ່ຂະຫຍາຍຕົວຂຶ້ນ ເຖິງວ່າຈະມີສິ່ງທ້າທາຍເຂົ້າມາເລື້ອຍໆກໍຕາມ


ອີງຈາກບົດລາຍງານຫຼ້າສຸດຈາກ CCData ທີ່ມີຫົວຂໍ້ວ່າ “Stablecoins & CBDCs” ສະບັບເດືອນກຸມພາ 2024 ໄດ້ຊີ້ໃຫ້ເຫັນເຖິງການຂະຫຍາຍຕົວຂອງຕະຫຼາດ Stablecoin. ໂດຍ Market Cap ຂອງຫຼຽນ Stablecoin ໄດ້ເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 5 , ເຮັດໃຫ້ໃນປັດຈຸບັນມີມູນຄ່າຢູ່ທີ່ 138 ຕື້ໂດລາ ເຊິ່ງນີ້ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນໃນອຸດສາຫະກໍາ Stablecoin.

ເຖິງແມ່ນວ່າຈະມີ Market Cap ຂອຫຼຽນ Stablecoin ຈະເພີ່ມຂຶ້ນຕິດຕໍ່ກັນເຖິງ 5 ເດືອນ, ແຕ່ສ່ວນແບ່ງຂອງພວກເຂົາໃນຕະຫຼາດ crypto ກັບຫຼຸດລົງເຫຼືອພຽງແຕ່ 7.09%, ເຊິ່ງຖືເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນທັນວາ 2021. ຢ່າງໃດກໍຕາມ, ອັດຕາຕະຫຼາດຂອງ Stablecoin ແມ່ນມີແນວໂນ້ມທີ່ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະທ້ອນໃຫ້ເຫັນຄວາມໝັ້ນໃຈຂອງນັກລົງທຶນໃນຫຼຽນ Stablecoin.

ເຖິງແມ່ນວ່າອຸດສາຫະກໍາ Stablecoin ຈະມີການເຕີບໂຕຂຶ້ນເລື້ອຍໆ. ແຕ່ໃນເດືອນກຸມພາທີ່ຜ່ານມາ, ຫຼຽນ Magic Internet Money (MIM) ເຊິ່ງເປັນຫຼຽນ Stablecoin ໄດ້ຖືກໂຈມຕີ ແລະ ເຮັດໃຫ້ມູນຄ່າຂອງຫຼຽນຫຼຸດລົງ 0.86 ໂດລາ, ກໍໃຫ້ເກີດຄວາມເສຍຫາຍເກືອບ 6.5 ລ້ານໂດລາ.

ແລະເຖິງວ່າຈະມີການໂຈມຕີເກີດຂຶ້ນ, Market Cap ຂອງ MIM ກໍຍັງຄົງຢູ່ທີ່ປະມານ 60.2 ລ້ານໂດລາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຫຼຽນ MIM ເຖິງແມ່ນວ່າຈະປະເຊີນກັບບັນຫາດັ່ງກ່າວ. ນອກຈາກນັ້ນ, ຫຼຽນ MIM ຍັງໄດ້ຖືກຍົກລະດັບເປັນ v3 ແລະ ສາມາດໃຊ້ງານໄດ້ກັບເຄືອຂ່າຍໃໝ່ໆເຊັ່ນ Blast ແລະ Berachain, ເຊິ່ງນີ້ຊີ້ໃຫ້ເຫັນຄວາມພະຍາຍາມປັບປຸງຄວາມປອດໄພ ແລະ ການຂະຫຍາຍຕົວຂອງລະບົບນິເວດ.

ທັງນີ້, ປະລິມານການຊື້ຂາຍຂອງ FDUSD ໄດ້ມີການເພີ່ມຂຶ້ນເຖິງ 51.1% ຫຼັງຈາກການອະນຸມັດ Bitcoin ETF ຄິດເປັນມີມູນຄ່າປະມານ 122 ຕື້ໂດລາ. ເຊິ່ງນີ້ເຮັດໃຫ້ FDUSD ເປັນຫຼຽນທີ່ມີປະລິມານການຊື້ຂາຍທີ່ໃຫຍ່ທີ່ສຸດຮອງຈາກຫຼຽນ USDT.

ຄູ່ເທຣດ BTC/FDUSD ໃນ Binance ມີປະລິມານການຊື້ຂາຍປະຈໍາເດືອນຂອງ 80.8 ໂດລາຕື້. ໃນຂະນະດຽວກັນ, Market Cap ກໍມີການເພີ່ມຂຶ້ນ 12.5%, ເຮັດໃຫ້ມີມູນຄ່າຕະຫຼາດຢູ່ທີ່ 2.4 ຕື້, ເຊິ່ງຖືໄດ້ວ່າເປັນລະດັບ All-Time high.

ນອກຈາກນີ້, ການເປີດຕົວ mainnet ຂອງ Ethena Labs ກໍໄດ້ເຮັດໃຫ້ Market Cap ຂອງຫຼຽນ USDC ເພີ່ມຂຶ້ນເປັນ 47 ລ້ານໂດລາ, ເຮັດໃຫ້ມູນຄ່າຕະຫຼາດຢູ່ທີ່ 227 ໂດລາລ້ານໃນເດືອນກຸມພາ ກາຍເປັນ All-Time High.

ຕະຫຼາດ Stablecoin ຍັງສືບຕໍ່ສະແດງໃຫ້ເຫັນຄວາມເຂັ້ມແຂງເຖິງແມ່ນວ່າຈະມີສິ່ງທ້າທາຍຕ່າງໆເຂົ້າມາເຊັ່ນ ການໂຈມຕີ ແລະ ຄວາມບໍ່ແນ່ນອນດ້ານກົດລະບຽບ. ດ້ວຍ Market Cap ທີ່ເພີ່ມຂຶ້ນ ແລະ ການພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ Stablecoin ສຳຄັນກວ່າໃນການອຳນວຍຄວາມສະດວກດ້ານສະພາບຄ່ອງຫຼາຍຂຶ້ນ. ແລະເມື່ອພວກເຂົາສາມາດດຳເນີນການໄດ້ຢ່າງປອດໄພ ແລະ ສືບພັດທະນານະວັດຕະກຳຢ່າງຕໍ່ເນື່ອງກໍຈະເຮັດໃຫ້ຫຼຽນ Stablecoin ສາມາດຈະເຕີບໂຕໄດ້ໃນໄລຍະຍາວ.

ທີ່ມາ:

cryptopolitan

cryptopolitan2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/