ອຸດສາຫະກຳ ລົດໃຫຍ່ ຂອງຈີນກຽມກວມເອົາ 33% ຂອງຕະຫຼາດໂລກ ໃນປີ 2030


ບໍລິສັດ ທີ່ປຶກສາດ້ານທຸລະກີິດຊື່ດັງ ອອກມາເປີດເຜີຍວ່າ ຜູ້ຜະລິດລົດສັນຊາດຈີນມີທ່າອ່ຽງທີ່ຈະຂະຫຍາຍຕົວຢ່າງໄວວາໃນຕະຫຼາດຕ່າງປະເທດ ແລະ ຈະສາມາດຂະຫຍາຍໄປຈົນມີສ່ວນແບ່ງໃນຕະຫຼາດໂລກເຖິງ 33% ພາຍໃນປີ 2030.

ໂດຍລາຍງານລະບຸວ່າ ການຂະຫຍາຍຕົວສ່ວນໃຫຍ່ຈາກການຄາດການສ່ວນແບ່ງຕະຫຼາດ 21% ໃນປີ ນີ້ ຄາດວ່າຈະເກີດຂຶ້ນນອກປະເທດຈີນ, ໂດຍຍອດຂາຍນອກປະເທດຈີນຄາດວ່າຈະຂະຫຍາຍຕົວຈາກ 3​ ລ້ານ ໃນປີນີ້ ເປັນ 9 ລ້ານຄັນ ໃນປີ 2030 ຫຼື ທຽບເທົ່າຈາກ 3% ເປັນ 13%.

ການຂະຫຍາຍຕົວຢ່າງໄວວາຂອງຜູ້ຜະລິດລົດຊາວຈີນ ເປັນຂໍ້ກັງວົນທີ່ເພີ່ມຂຶ້ນຂອງຜູ້ຜະລິດລົດໃນທົ່ວໂລກ ເນື່ອງຈາກທົ່ວໂລກກັງວົນວ່າ ລົດຈາກຈີນ ທີ່ມີລາຄາຖືກ ຈະເຂົ້າມາບຸກຕະຫຼາດ ຈົນສົ່ງຜົນເສຍຕໍ່ຕະລົດໂດຍລວມ ແລະ ເຮັດໃຫ້ເກີດການຕັດລາຄາລົດກັນເອງ ໂດຍສະເພາະໃນກຸ່ມລົດ EV.

ໃນ​ຂະ​ນະທີ່ ລົດ EV ຂອງ​ຈີນ​ໃນ​ຕະ​ຫຼາດ​ຈີນ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ​, ກວມເອົາສ່ວນແບ່ງຕະຫຼາດຈາກ​ 59​% ເປັນ 72​%​, ຜູ້ຜະລິດລົດໃຫຍ່ເກົ່າເຊັ່ນ General Motors ໄດ້ສູນເສຍພື້ນທີ່ທີ່ສໍາຄັນໃນປະເທດຈີນໃນຊຸມປີມໍ່ໆມານີ້. ເຊິ່ງເກີດຂຶ້ນທ່າມກາງການເພີ່ມຂຶ້ນຢ່າງໄວວາຂອງອຸດສາຫະກໍາລົດໃຫຍ່ພາຍໃນຂອງຈີນ ຢ່າງ BYD, Geely ແລະ NIO.

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/