ອີຣານ ຟື້ນໜ່ວຍງານຕຳຫຼວດສິນທຳ ກັບມາລາດຕະເວນຈັບຄົນບໍ່ໃສ່ຮິຢາບ ຫຼັງຢຸດໄປ 1 ປີ


ເມື່ອປີທີ່ຜ່ານມາປະເທດອີຣານ ເກີດການປະທ້ວງໃຫຍ່ ຫຼັງຕຳຫຼວດສິນທຳເຂົ້າບຸກຈັບແມ່ຍິງຊາວເຄີກໃນຂໍ້ຫາສວມໃສ່ຮິຢາບແບບບໍ່ເໝາະສົມ ແລະ ໃນຄັ້ງນັ້ນເຮັດໃຫ້ສູນເສຍຊີວິດ ສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ຄົນທັງປະເທດ ນັບຈາກນັ້ນ ຕຳຫຼວດສິນທຳໄດ້ຢຸດການລາດຕະເວນຕາມຖະໜົນຫົນທາງ.

ເມື່ອວັນທີ 17 ກໍລະກົດ 2023 ວ່າສຳນັກງານຂ່າວແຫ່ງຊາດອີຣານ ໄດ້ລາຍງານໂດຍອ້າງວ່າເປັນຄຳກ່າວຂອງໂຄສົກສຳນັກງານຕຳຫຼວດແຫ່ງຊາດ ວ່າຫຼັງເວລາຜ່ານມາເກືອບໜຶ່ງປີ ຜູ້ບັນຊາການຕຳຫຼວດອີຣານຢືນຢັນວ່າ ຕຳຫຼວດສິນທຳຈະເລິ່ມກັບມາລາດຕະເວນກວດກາການສວມໃສ່ຮິຢາບອີກຄັ້ງຕາມກົດລະບຽບແຕ່ງກາຍ.

ຜູ້ບັນຊາການຕຳຫຼວດອີຣານ ປະກາດວ່າຕຳຫຼວດສິນທຳຈະເລີ່ມກັບມາລາດຕະເວນກວດກາການສວມໃສ່ຂອງແມ່ຍິງອີກຄັ້ງ ໂດຍຊີ້ແຈ້ງວ່າຈະເຂົ້າໄປເຕືອນຜູ້ທີ່ສວມໃສ່ຮິຢາບບໍ່ຖືກຕ້ອງເໝາະສົມ ແຕ່ຖ້າຫາກບໍ່ມີໃຜເຊື່ອຟັງກໍຈະໄດ້ມີການນຳໄປດຳເນີນຄະດີທາງກົດໝາຍ ໂດຍກ່າວວ່າ “ຈາກມື້ນີ້ ການລາດຕະເວນຂອງເຈົ້າໜ້າທີ່ຕຳຫຼວດຈະກັບມາເລິ່ມຂຶ້ນທົ່ວປະເທດ ນອກເໜືອຈາກໜ້າທີ່ຕຳຫຼວດຈະຮັບມືກັບບຸກຄົນທີ່ ບໍ່ສົນໃຈຕໍ່ຜົນທີ່ຈະຕາມມາດ້ວຍການບໍ່ສວມໃສ່ຢ່າງເໝາະສົມ ແລະ ຢືນຢັນທີ່ຈະບໍ່ເຊື່ອຟັງກົດລະບຽບ ຈະໄດ້ມີການດຳເນີນການທາງກົດໝາຍ”

ໂດຍທາງດ້ານ ນັກສຶກສາຍິງຄົນໜຶ່ງໄດ້ເວົ້າວ່າ ຕຳຫຼວດສິນທຳໜ້າຈະບໍ່ສາມາດເຮັດໃຫ້ແມ່ຍິງສວມໃສ່ຮິຢາບໄດ້ຄືແຕ່ກ່ອນແລ້ວ ເພາະຕອນນີ້ ແມ່ຍິງຈຳນວນຫຼວງຫຼາຍບໍ່ໄດ້ປະຕິບັດຕາມກົດດັ່ງກ່າວ ຫຼັງເກີດການປະທ້ວງໃຫຍ່ ໂດຍທາງການອີຣານ ຫຼັງມີເຫດການປະທ້ວງຄັ້ງໃຫຍ່ກໍໄດ້ມີການປາບປາມຢ່າງໜັກ ແຕ່ການກັບມາໃນເທື່ອນີ້ນັ້ນຈະເປັນໄປຕາມຄວາມຄາດໝາຍຂອງທາງການອີຣານ ຫຼືບໍ່ ຫຼັງຈາກມີການປະທ້ວງ.

ຢ່າງໃດກໍຕາມ ກົົດໝາຍຂອງອີຣານກ່ຽວກັບການສວມໃສ່ຮິຢາບ ໄດ້ຮັບການບັນຍັດ ແລະ ມີຜົນບັງຄັບໃຊ້ ຫຼັງຈາກການປະຕິວັດເມື່ອປີ 1979 ໄດ້ລະບຸວ່າຢ່າງຊັດເຈນວ່າ ແມ່ຍິງໃນປະເທດຕ້ອງແຕ່ງກາຍດ້ວຍການປົກຄຸມເສັ້ນຜົມໃຫ້ຮຽບຮ້ອຍບໍ່ເຫັນຜົມ ແລະ ສວມໃສ່ເສື້ອຜ້າບໍ່ຮັດຮູບ ຫາກຝ່າຝືນອາດຈະຕ້ອງຖືກປັບໃໝ ຫຼື ອາດຈະຕິດຄຸກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/