ອິນໂດເນເຊຍ ເປັນປະເທດທີ່ ຖືກໂຈມຕີທາງໄຊເບີ ຫຼາຍທີ່ສຸດໃນອາຊຽນ


ບໍລິສັດທາງດ້ານຄວາມປອດໄພໄຊເບີລະດັບໂລກ “Kaspersky” ໄດ້ເປີດເຜີຍວ່າ ເມື່ອປີ 2022 ທີ່ຜ່ານມາ ບໍລິສັດໄດ້ສະກັດກັ້ນການໂຈມຕີທາງໄຊເບີທົ່ວໂລກໄດ້ເຖິງ 505 ລ້ານລາຍການ ໂດຍຢູ່ໃນ ອາຊຽນ 207.506 ລາຍການ ເຊິ່ງທາງປະເທດທີ່ມີອັດຕາການຖືກໂຈມຕີຫຼາຍທີ່ສຸດໃນພູມີພາກນີ້ ໄດ້ແກ່ ປະເທດອິນໂດເນເຊຍ, ໄທ ແລະ ຫວຽດນາມ ຕາມລຳດັບ.

ໃນໄຕມາດທຳອິດຂອງປີ 2022 ອິນໂດເນເຊຍ ພົບກັບການໂຈມຕີທາງໄຊເບີຫຼາຍກວ່າ 11,8 ລ້ານເທື່ອ ເຊິ່ງຫາກໍຜ່ານຮ່າງກາຍກົດໝາຍຄຸ້ມຄອງຂໍ້ມູນສະບັບທຳອິດໄປເມື່ອເດືອນກັນຍາ 2022 ທີ່ຜ່ານມາ. ການຄຸ້ມຄອງຂໍ້ມູນສ່ວນບຸກຄົນຍັງບໍ່ມີກຳນົດໄວ້ໃນກົດໝາຍ ເຮັດໃຫ້ເປັນເລື່ອງຍາກທີ່ຈະລົງໂທດຜູ້ທີ່ລະເມີດ ໂດຍຂໍ້ມູນຂອງຊາວອິນໂດເນເຊຍຖືກເປີດເຜີຍຢູ່ເປັນປະຈຳ ຈົນເຖິງຈຸດທີ່ປະຊາຊົນເອີ້ນແບບຕິດຕະຫຼົກວ່າເປັນປະເທດ “open-source”.

ໃນຂະນະທີ່ ຫວຽດນາມມາໄກຫຼາຍໃນເລື່ອງການປ່ຽນແປງທາງດິຈິຕອລ ແລະ ຍິ່ງມີການເຊື່ອມຕໍ່ຫຼາຍຂຶ້ນ ໄພຄຸກຄາມທາງອອນລາຍກໍຍິ່ງຫຼາຍຂຶ້ນຕາມໄປ. ເຖິງແມ່ນວ່າຈຳນວນການໂຈມຕີທີ່ມຸ່ງໜ້າໄປທີ່ຫວຽດນາມຈະລົດລົງຕັ້ງແຕ່ປີ 2021 ແຕ່ກັບມີການຫຼອກລວງທາງອອນລາຍຫຼາຍຂຶ້ນ ຜ່ານການໃຊ້ເທັກໂນໂລຍີຫຼ້າສຸດເຊັ່ນ: ChatGPT, Metaverse ແລະ AI.

Global Crypto Adoption Index ປະຈໍາປີ 2021 ໄດ້ລະບຸວ່າຫວຽດນາມຕິດອັນດັບຕົ້ນໆຂອງປະເທດທີ່ຍອມຮັບ Cryptocurrency ເປັນປະເທດທີ່ຜູ້ຄົນນຳເງິນສ່ວນໃຫຍ່ໄປລົງທຶນໃນສະກຸນເງິນດິຈິຕອລດັ່ງກ່າວ ຈຶ່ງບໍ່ແປກທີ່ບັນດາກຸ່ມຄົນອາຊະຍາກອນໄຊເບີ ວາງເປົ້າໂຈມຕີໄປທີ່ເຈົ້າຂອງກະເປົາເງິນດິຈິຕອລ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/