ອິນ​ໂດ​ເນ​ເຊຍ​ເພີ່ມ​ອັດຕາ​ພາສີ 100-200% ​ເພື່ອ​ປົກ​ປ້ອງ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ


ລັດຖະມົນຕີ​ການ​ຄ້າ​ອິນ​ໂດ​ເນ​ເຊຍໄດ້​ເປີດ​ເຜີຍ​ວ່າ ອິນ​ໂດ​ເນ​ເຊຍ​ມີແຜນຈະເກັບພາສີປ້ອງກັນການນຳເຂົ້າໃນອັດຕາ 100-200% ນັບຕັ້ງ​ແຕ່​ເກີບ​ໜັງ​ຈົນຮອດ​ເຄື່ອງ​ປັ້ນດິນ​ເຜົາ. ເຊິ່ງນີ້​ແມ່ນ​ການ​ຟື້ນ​ຟູ​ແຜນການ​ປົກ​ປັກ​ຮັກສາ​ອຸດສາຫະກຳ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ, ເນື່ອງຈາກມີຄວາມ​ຢ້ານກົວ​ວ່າ ຖ້າ​ຫາກ​ສິນຄ້າ​ນຳ​ເຂົ້າ​ໄຫຼເຂົ້າສູ່ໂດ​ເນ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ມັນກໍອາດຈະມີຜົນກະທົບຢ່າງໜັກຕໍ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ

ໃນປີທີ່ຜ່ານມາ, ອິນ​ໂດ​ເນ​ເຊຍ​ໄດ້​ອອກກົດລະບຽບໃຫ້ເຂັ້ມງວດໃນການກວດສອບ​ສິນຄ້າ​ນຳ​ເຂົ້າກວ່າ 3.000 ລາຍການ, ນັບ​ຕັ້ງແຕ່​ສ່ວນ​ປະກອບ​ອາຫານ, ເອເລັກໂຕຣນິກໄປຈົນເຖິງສານເຄມີ. ຢ່າງໃດກໍຕາມ, ຕໍ່ມາກົດລະບຽບໄດ້ຖືກຍົກເລີກໃນພາຍຫຼັງ. ເມື່ອກຸ່ມອຸດສາຫະກໍາພາຍໃນໄດ້ສະແດງຄວາມບໍ່ພໍໃຈ ທັງ​ນີ້​ກໍ​ຍ້ອນ​ວ່າ​ກົດລະບຽບດັ່ງກ່າວ​ຖື​​ເປັນ​ອຸປະສັກ​ຕໍ່​ການ​ນຳ​ເຂົ້າ​ວັດຖຸ​ດິບ​ທີ່​ຈຳ​ເປັນ​ຂອງ​ຜູ້​ຜະລິດ​ເຊັ່ນ​ກັນ.

ແນວ​ໃດ​ກໍ​ດີ, ມາດ​ຕະການ​ຫຼ້າ​ສຸດ​ໃນ​ການ​ເກັບ​ພາສີ​ນຳ​ເຂົ້າ​ຈະ​ໄດ້​ຮັບ​ການ​ປະຕິບັດ​ໃນ​ໄວໆ​ນີ້ ​ແລະ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ນຳ​ເຂົ້າ​ເກີບ, ເຄື່ອງນຸ່ງ​ຫົ່ມ, ​ແຜ່ນ​ແພ, ເຄື່ອງສຳອາງ ​ແລະ ​ເຄື່ອງ​ປັ້ນດິນ​ເຜົາ.

ທ່ານ Budi Santoso, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ຄະນະ​ກຳມະການ​ປ້ອງ​ກັນ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ​ກຳລັງ​ດຳ​ເນີນ​ການ​ສືບສວນ​ເພື່ອ​ກຳນົດ​ອັດຕາ​ພາສີ​ປ້ອງ​ກັນ​ທີ່​ເໝາະ​ສົມ. ທັງນີ້, ອິນ​ໂດ​ເນ​ເຊຍ​ນຳ​ເຂົ້າ​ເຄື່ອງ​ນຸ່ງ​ຫົ່ມ​ ແລະ​ ເຄື່ອງ​ນຸ່ງ​ສ່ວນ​ຫຼາຍ​ຈາກ​ຈີນ, ຫວຽດນາມ ​ແລະ ​ບັງ​ກະລາເທດເປັນສ່ວນໃຫຍ່.

ທີ່ມາ:

bangkokpost

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/