ອິນເດຍ ພົບເສືອດາວຫິມະໃນປະເທດ 718 ໂຕ ຫຼັງຈາກສຳຫຼວດປະຊາກອນເສືອຄັ້ງທຳອິດ


ກະຊວງສິ່ງແວດລ້ອມປະເທດອິນເດຍ ໄດ້ອອກມາເປີດເຜີຍວ່າ ຜົນການສຳຫຼວດປະຊາກອນເສືອດາວຫິມະໃນປະເທດຄັ້ງທຳອິດໃນປະຫວັດສາດຂອງປະເທດອິນເດຍ ພົບວ່າ ດິນແດນພາລະຕະແຫ່ງນີ້ມີເສືອດາວຫິມະເຖິງ 718 ໂຕ ຫຼື ຄິດເປັນຈຳນວນ 10-15% ທົ່ວໂລກ ໂດຍອົງການລະຫວ່າງປະເທດເພື່ອອະນຸລັກຮັກສາທຳມະຊາດ (IUCN) ຈັດໃຫ້ເສືອດາວຫິມະຢູ່ໃນກຸ່ມສັດປະເພດ ‘Vulnerable’ ຫຼື ກຳລັງພົບກັບຄວາມສ່ຽງສູງທີ່ຈະສູນພັນໄປຈາກທຳມະຊາດ.

ພ້ອມທັງການສຳຫຼວດປະຊາກອນເສືອຫິມະເກີດຂຶ້ນພາຍໃຕ້ “ແຜນງານປະເມີນປະຊາກອນເສືອຫິມະໃນອິນເດຍ” ເຮັດການສຳຫຼວດລະຫວ່າງປີ 2019-2022 ໂດຍສ່ວນໜຶ່ງຂອງ “ໂຄງການປະເມີນປະຊາກອນເສືອຫິມະໂລກ” ເຊິ່ງເປັນຄວາມພະຍາຍາມຮ່ວມກັນທົ່ວໂລກເພື່ອນັບຈຳນວນເສືອດາວຫິມະທີ່ຍັງຫຼົງເຫຼືອຢູ່ໃນທຳມະຊາດ.

ໂດຍການສຳຫຼວດໃນອິນເດຍຄອບຄຸມປະມານ 70% ຂອງຈຸດທີ່ຄາດວ່າແຫຼ່ງທີ່ອາໄສຢູ່ຂອງເສືອຫິມະທັງໝົດໃນສາຍພູຫິມາໄລ ໂດຍກ້ອງສຳຫຼວດສາມາດຈັບພາບໄດ້ທັງໝົດ 214 ໂຕ ແຕ່ຈາກການວິເຄາະຮ່ອງຮອຍກັບຂໍ້ມູນອື່ນໆ ເຮັດໃຫ້ໂຕເລກໂດຍປະມານຂອງປະຊາກອນເສືອຢູ່ 718 ໂຕ ຈຳນວນຂອງເສືອດາວຫິມະຍັງເປັນຕົວຊີ້ວັດຄວາມອຸດົມສົມບູນຂອງລະບົບນິເວດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/