ອິນເດຍໃຊ້ ຫຸ່ນຍົນຊ້າງ ເຮັດພິທີແທນຊ້າງ! ເພື່ອຫຼີກເວັ້ນການທໍລະມານສັດ


ວັດແຫ່ງໜຶ່ງຂອງປະເທດອິນເດຍເປີດຕົວຫຸ່ນຍົນຊ້າງທີ່ຄືກັບຊ້າງແທ້ໆ ສຳລັບໃຊ້ໃນການປະກອບພິທີ ເພື່ອຫຼີກເວັ້ນສຽງວິພາກວິຈານກ່ຽວກັບການທໍລະມານສັດ ສຳລັບຫຸ່ນຍົນຊ້າງໂຕນີ້ ໄດ້ຮັບການບໍລິຈາກມາໂດຍອົງກອນພິທັກສັດພີຕາ (PETA) ໃຫ້ກັບວັດ ປຸລະນະວິກາວູ ໃນເມືອງຕິຣຸວະນັນທາປຸຣຳ ລັດເກຣະລະ ທາງຕະເວັນຕົກສຽງໃຕ້ຂອງປະເທດ ອິນເດຍ.

ໂດຍຫຸ່ນຍົນຊ້າງໂຕນີ້ມີຊື່ວ່າ “ບາລາດຮາຊັນ” ສູງ 3 ແມັດ ແລະ ມີນ້ຳໜັກ 800 ກິໂລ ມັນສາມາດເໝັ່ງຫູ ແລະ ຫາງໄດ້ ທັງນີ້ຕາມກົດໝາຍຂອງລັດເກຣະລະ ກຳນົດໃຫ້ຊ້າງຕ້ອງພັກຜ່ອນຢ່າງໜ້ອຍ 12 ຊົ່ວໂມງ ຫຼັງຈາກການຍ່າງຂະບວນພາເລດເປັນເວລາ 5 ຊົ່ວໂມງ ແລະ ພັກການເດີນທາງ ແຕ່ຊ້າງມັກຈະຕ້ອງທຸກທໍລະມານຈາກການຖືກກັກຂັງ ເນື່ອງຈາກການເຝິກຝົນຢ່າງໜັກ ແລະ ສະພາບການເປັນຢູ່ທີ່ບໍ່ດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/