ອິຕາລີ ພັດທະນາເຄສ iPhone ຝັງເມັດພືດ ເມື່ອບໍ່ໃຊ້ແລ້ວເອົາມາປູກເປັນຕົ້ນໄມ້ໄດ້


ເຄສ iPhone ຝັງເມັດພືດ ທີ່ຖືກຈັດສະແດງໃນງານ Maker Faire Rome 2023 ອອກແບບ ແລະ ຜະລິດໂດຍບໍລິສັດ iGreen Gadgets ເປັນບໍລິສັດຜະລິດສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ ໂດຍທາງບໍລິສັດໄດ້ອະທິບາຍວ່າ ໃນເຄສ iPhone ມີເມັດພືດຝັ່ງຢູ່ໃນນັ້ນ ເມື່ອຖືກຝັງລົງດິນ, ຫົດນ້ຳ ແລະ ມີແສງແດດຢ່າງພຽງພໍມັນກໍຈະສາມາດຈະເລີນເຕີບໂຕໄດ້.

ໂດຍທາງບໍລິສັດ iGreen Gadgets ໃຊ້ເວລາພັດທະນາຫຼາຍກວ່າ 2 ປີ ເຮັດໃຫ້ໄດ້ວັດສະດຸທີ່ມີເອກະລັກດ້ານຄວາມຍືດ ແລະ ແຂງແຮງ ຈົນສາມາດປ້ອງກັນໂທລະສັບຂອງທ່ານໄດ້ ໂດຍເຄສເອງກໍສ້າງມາຈາກວັດສະດຸທຳມະຊາດ ຈະບຳລຸງເມັດພືດເປັນຢ່າງດີ ແລະ ມີຟີມທີ່ສ້າງຂຶ້ນມາພິເສດທີ່ຈະປົກປ້ອງຢູ່ສະເໝີ.

ຫາກວ່ານຳເອົາເຄສໄປຝັງດິນ ແລະ ຫົດນ້ຳ ຟີມກໍຈະລະລາຍອອກ ໂດຍຈະມີທັງໝົດ 3 ສີໃຫ້ເລືອກ ແຕ່ລະສີກໍຈະໄດ້ພືດພັນທີ່ແຕກຕ່າງກັນອອກໄປໄດ້ແກ່ ສີຂຽວ ແມ່ນໃບກະເພົາ, ສີຟ້າອ່ອນ ແມ່ນ ດອກຟໍເກັດມີນັອດ ແລະ ສີເຫຼືອງແມ່ນ ດອກເດຊີ ພ້ອມລາຄາການວາງຂາຍແມ່ນ 27 ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/