ອຳມະລິນ ປາລາມີ ຊ່າງພາບ Landscape ສີມືດີ ແລະ ມີຜົນງານໂດດເດັ່ນ ຊະນະເລີດການປະກວດລະດັບສາກົນ


ອຳມະລິນ ປາລາມີ ຫຼື ໃນນາມ BJR ເປັນຊ່າງພາບສາຍທິວທັດ ຫຼື Landscape ສີມືດີຂອງຄົນລາວ ທີ່ມີຄວາມສາມາດລະດັບສາກົນ ທຽບເທົ່າກັບຕ່າງປະເທດກໍວ່າໄດ້. ສຳລັບການຖ່າຍພາບທຳມະຊາດກໍໂດດເດັ່ນ, ມີເອກະລັກ ແລະ ມີຄວາມສວຍສົດງົດງາມ ປຽບດັ່ງໄດ້ສຳຜັດກັບທຳມະຊາດອັນແທ້ຈິງ. ສ່ວນຜົນງານການຮ່ວມມືຂອງອຳມະລິນກໍຢູ່ລະດັບແນວໜ້າ ໄດ້ຮ່ວມກັບໂຄງການໃຫຍ່ໆກັບຕ່າງປະເທດ ພິເສດໄປກວ່ານັ້ນກໍຍັງໄດ້ຮັບຮາງວັນຊະນະເລີດມາຫຼາຍຮາງວັນອີກດ້ວຍ. ພ້ອມກັນນີ້ ຮູບພາບກໍຍັງເປັນງານສິລະປະອີກອັນໜຶ່ງ ທີ່ມີຄຸນຄ່າຕໍ່ກັບຜູ້ຖ່າຍ ແລະ ແລະມອບແຮງບັນດານໃຈໃຫ້ຜູ້ທີ່ໄດ້ເຫັນ ມັນສົ່ງຜົນໃຫ້ເຫັນເຖິງຄວາມງາມທີ່ໜ້າຫຼົງໃຫຼ.

ມື້ນີ້ທາງທີມຂ່າວ Lao X ຈະມານຳສະເໜີໜຸ່ມ ອຳມະລິນ ປາລາມີ ຫຼື BJR ໃຫ້ທຸກຄົນໄດ້ຮັບຮູ້ເຖິງຜົນງານທີ່ໂດດເດັ່ນ ແລະ ຄວາມສາມາດຂອງລາວ ເມື່ອຫຼາຍຄົນໄດ້ຮັບຮູ້ຮັບຮອງວ່າບໍ່ຜິດຫວັງ ຍິ່ງໄປກວ່ານັ້ນເຮົາກໍຈະປະທັບໃຈໄປພ້ອມໆກັນ.

1.ຊື່ ແລະ ນາມສະກຸນແມ່ນຫຍັງ?

ສະບາຍດີ! ຂ້ອຍຊື່ ອຳມະລິນ ປາລາມີ ຊື່ຫຼິ້ນແມ່ນ ບີ້ ຫຼື ໃນວົງການຖ່າຍຮູບແມ່ນໃນນາມ BJR.

2.ຈຸດເລີ່ມຕົ້ນຂອງການຖ່າຍຮູບແມ່ນມາຈາກໃສ? ຈົບການສຶກສາດ້ານນີ້ໂດຍສະເພາະບໍ?

ທີ່ຈິງແລ້ວແມ່ນເລີ່ມຕົ້ນດ້ວຍຄວາມມັກທ່ອງທ່ຽວທຳມະດາ ແລະ ມັກຖ່າຍຮູບທຳມະດາ ແຕ່ພໍເລີ່ມຖ່າຍຮູບໄດ້ປີຫາສອງປີ ກໍໄດ້ເລີ່ມເຂົ້າເວີກຊັອບເລີ່ມສຶກສາຢ່າງເປັນຈິງເປັນຈັງ, ສ່ວນໃນດ້ານການສຶກສານັ້ນແມ່ນຈົບຈາກມະຫາວິທະຍາໄລແຫ່ງຊາດລາວ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ດ້ວຍຄວາມມັກ ແລະ ຮັກ ໃນການຖ່າຍພາບ ຈຶ່ງໄດ້ກາຍເປັນຊ່າງພາບແບບເຕັມຕົວ ແລະ ເຮັດວຽກກັບສິ່ງທີ່ຕົນເອງມັກຢ່າງມີຄວາມສຸກ.

3.ເລີ່ມປະກອບອາຊີບນີ້ມາໄດ້ຈັກປີແລ້ວ?

ເລີ່ມເຮັດມາຕັ້ງແຕ່ປີ 2008 ເຊິ່ງໃນຕອນນັ້ນ ຍັງເປັນພຽງມືສະໝັກຫຼິ້ນ ແຕ່ວ່າຢາກທ່ອງທ່ຽວ, ຢາກຖ່າຍພາບໃຫ້ເປັນພຽງຄວາມຊົງຈຳໃຫ້ຕົນເອງ ບັນທຶກຄວາມຊົງຈຳໃນເວລາທ່ອງທ່ຽວ. ຫຼັງຈາກນັ້ນ ໃນປີ 2011 ກໍຮູ້ສຶກມັກ ແລະ ຄົ້ນພົບຕົນເອງວ່າມັກໃນການຖ່າຍພາບແບບ Landscape ຈຶ່ງໄດ້ສຶກສາ ແລະ ມີໂອກາດເວີກຊັອບ ແລະ ໄດ້ໄປຮຽນໃນຄອສຕ່າງໆທັງພາຍໃນ ແລະ ຕ່າງປະເທດ ມາຈົນຮອດປັດຈຸບັນ.

4.ຜ່ານມາເຄີຍໄດ້ຮາງວັນ ແລະ ເຄີຍຮ່ວມຜົນງານໃຫຍ່ໆມາ ແມ່ນມີຫຍັງແດ່?

ໃນປີ 2013 ມີໂອກາດໄດ້ໄປວາງສະແດງຮູບຖ່າຍຢູ່ ຫໍສິມ ປະເທດໄທ ໂດຍເປັນຊ່າງພາບແລກປ່ຽນ. ໃນຕອນນັ້ນຈະເປັນການສະເຫຼີມສະຫຼອງ 20 ປີ ຂົວມິດຕະພາບໄທ-ລາວ ເຊິ່ງມີຊ່າງພາບໄທກັບລາວແລກປ່ຽນກັນ ພ້ອມທັງໄດ້ມີໂອກາດໄດ້ໄປຖ່າຍຮູບທີ່ໜອງຄາຍ ແລະ ເຮັດປຶ້ມຮ່ວມກັນ ແລ້ວກໍໄດ້ເອົາຮູບໄປວາງໃນຫໍສິມ ປະເທດໄທ.

ໃນປີ 2019 ທີ່ຜ່ານມາ ໄດ້ຮັບຮາງວັນຊະນະເລີດຈາກການປະກວດຮູບ 1 ແລວ 1 ເສັ້ນທາງ ຂອງ CRU ປະເທດຈີນ. ໃນຕອນນັ້ນໜ້າຈະມີປະມານ 80 ກວ່າປະເທດ ທີ່ສົ່ງຮູບເຂົ້າປະກວດ ແລະ ຮູບປະມານ 6 ລ້ານກວ່າໃບ ແລະ ໃນການປະກວດຄັ້ງນັ້ນກໍຊະນະເລີດໄດ້ຮາງວັນທີໜຶ່ງ. ນອກຈາກນີ້ ໃນປີດຽວກັນກໍໄດ້ເປັນທູດວັດທະນະທຳ ໃນສູນວັດທະນະທຳຈີນປະຈຳລາວ ເຊິ່ງໄດ້ສົ່ງໄປເປັນຕົວແທນແລກປ່ຽນວັດທະນະທຳກັບສິລະປະ ຂະແໜງຮູບຖ່າຍຢູ່ ເສສວນ (ປະເທດຈີນ).

5.ມີຄວາມຄິດຢາກສ້າງ ຫຼື ພັດທະນາຫຍັງ ກ່ຽວກັບວຽກງານດ້ານນີ້?

ປົກກະຕິໃນທຸກໆປີຈະເຮັດເວີກຊັອບ ຫຼື ເຮັດແບບເອົາປະສົບການຂອງຕົນເອງ ໃນການທ່ອງທ່ຽວຖ່າຍພາບ ເຊິ່ງຈະມີເປັນຫົວຂໍ້ຕ່າງໆ ຫຼື ຫົວຂໍ້ກ່ຽວກັບການສ້າງລາຍໄດ້ໃນອາຊີບນີ້ ກໍໄດ້ເວີກຊັອບຕະຫຼອດ. ປາກົດວ່ານ້ອງໆຫຼາຍຄົນສົນໃຈສາຍນີ້ ແຕ່ນ້ອງໆພົບບັນຫາບາງຢ່າງ ຈຶ່ງບໍ່ສາມາດໄປຕໍ່ໄດ້. ສິ່ງທີ່ຢາກພັດທະນາແມ່ນຢາກໃຫ້ຊ່າງພາບສາຍນີ້ໄດ້ມີຫຼາຍຂຶ້ນ ແລະ ໃຫ້ທຸກຄົນໄດ້ມີໂອກາດ ກ່ຽວກັບງານສິລະປະການຖ່າຍຮູບທິວທັດ ເພື່ອເປັນອາຊີບໜຶ່ງ ຫຼື ກິດຈະກຳອັນໜຶ່ງໃຫ້ນ້ອງໆຫຼາຍຄົນຍຸກໃໝ່.

ຖືວ່າເປັນອີກບຸກຄົນໜຶ່ງທີ່ສ້າງຊື່ສຽງໃຫ້ແກ່ປະເທດລາວໃນວົງການຖ່າຍພາບ ພ້ອມກັນນີ້ຍັງໄດ້ສະແດງຄວາມສາມາດໃຫ້ຫຼາຍຄົນໄດ້ຮັບຮູ້. ສ່ວນບາງກຸ່ມທີ່ຍັງເຂົ້າໃຈຜິດ ແລະ ບໍ່ເຊື່ອວ່າຮູບດັ່ງກ່າວແມ່ນສີມືຄົນລາວ, ແຕ່ສິ່ງນີ້ກໍເປັນຄຳຕອບໃຫ້ແລ້ວວ່າເປັນສີມືຂອງຄົນລາວແທ້ໆ ບໍ່ແມ່ນຂອງປະເທດອື່ນຢ່າງທີ່ເຂົ້າໃຈ.

ຕະຫຼອດເວລາທີ່ຜ່ານມາ ອຳມະລິນ ປາລາມີ ຍັງບອກໃຫ້ຮູ້ອີກວ່າ: ເຄີຍພົບກັບບັນຫາກ່ຽວກັບການດູໝິ່ນ ແຕ່ກໍຜ່ານພົ້ນມາມາໄດ້ກໍດ້ວຍການເສີມສີມື ແລະ ພັດທະນາຄວາມສາມາດຂອງຕົນໃຫ້ກວ້າງໄກຂຶ້ນກວ່າເກົ່າ ແລະ ຍັງກ່າວອີກວ່າ ບາງຢ່າງສິ່ງທີ່ເຮົາມັກ ຫຼື ເປັນຄວາມສຸກຂອງເຮົາອາດຈະເປັນອາຊີບ ແລະ ສ້າງລາຍໄດ້ໃຫ້ກັບເຮົາໄດ້.

ຂອບໃຈບົດສຳພາດໂດຍ: ອຳມະລິນ ປາລາມີ
ເຟສບຸກ: Ammalin Palamy
ສຳພາດໂດຍ: ທີມງານ Lao X
ຮຽບຮຽງໂດຍ: Cat-Meo-ManU
ສຳພາດວັນທີ 26 ພະຈິກ 2021 ສຳເລັດວັນທີ 27 ພະຈິກ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/