ອາໂນໄທ ໂອເພັນ ຈັດພິທີການແຂ່ງຂັນເທັນນິສ ເປັນຄັ້ງທໍາອິດໃນປີ 2021 ເສີມຂະຫຍາຍວົງການເທັນນິສໃຫ້ເຕີບໃຫຍ່ຂຶ້ນ


ທ່ານ ອາແຊນ ອາໂນໄທ ເຈົ້າຂອງສະໜາມ ເທັນນິສ ໄດ້ໃຫ້ສໍາພາດວ່າ: ໃນລາຍການຄັ້ງນີ້ ຖືວ່າເປັນລາຍການທໍາອິດຂອງປີ 2021 ຂອງວົງການເທັນນິສຢູ່ລາວ, ເຊິ່ງຈັດຂຶ້ນແຕ່ວັນທີ 24 ມັງກອນເຖິງ 7 ກຸມພາ, ໃນການແຂ່ງຂັນຄັ້ງນີ້ກໍເພື່ອຢາກສົ່ງເສີມ ແລະ ພັດທະນານັກກິລາເທັນນິສລາວ ໃນແຕ່ລະຮຸ່ນອາຍຸໃຫ້ມີເວທີແຂ່ງຂັນລະດັບປະເທດ ພ້ອມທັງຢາກພັດທະນາຝີມືຕົນໃຫ້ສູງຂຶ້ນ, ຢາກດຶງດູດໃຫ້ນັກກິລາເທັນນິສໃຫ້ຫຼາຍຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ຕໍ່ຍອດຍົກລະດັບການແຂ່ງຂັນໃຫ້ສູງຂຶ້ນລະດັບພາກພື້ນ ຈົນເຖິງລະດັບສາກົນ, ຕາມແຜນທີ່ວາງໄວ້ແລ້ວ ແມ່ນຈະຈັດ 4 ຄັ້ງຕໍ່ປີ. ນອກຈາກນີ້ ຍັງຈະນໍາເອົາກິລາເທັນນິສລາວ ເພື່ອຈັດອັນດັບມືວາງຂອງປະເທດ ແລະ ຄັດເລືອກນັກກິລາທີມຊາດຕົວແທນຂອງປະເທດ ເພື່ອຈັດການແຂ່ງຂັນລະດັບຕ່າງໆໃນອະນາຄົດ.

ໃນການແຂ່ງຂັນມີການຊີງໄຊທັງໝົດ 9 ລາຍການ: ຊາຍດ່ຽວ, ຍິງດ່ຽວ, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ໃນຮຸ່ນທົ່ວໄປ ພ້ອມຮຸ່ນອາຍຸ 35-60 ປີຂຶ້ນໄປ ຊີງເງິນຮາງວັນ 40 ລ້ານກີບ.ໃນການແຂ່ງຂັນຄັ້ງນີ້ແມ່ນສະໜັບສະໜຸນໂດຍ: ບໍລິສັດເບຍລາວ ຈໍາກັດ, ບໍລິສັດ ຕຸຍ ມໍເຕີ້ການຄ້າຈໍາກັດ ແລະ ພາກສ່ວນອື່ນໆ. 

ຊະນະເລີດຊາຍ ຈະໄດ້ຂັນແຊ້ມ ແລະ ເງິນຮາງວັນຈໍານວນ 40,000,000 ລ້ານກີບ, ຮອງຊະນະເລີດຈະໄດ້ຮັບ 2,500,000 ກີບ.

ຊະນະເລີດເພດຍິງຈະໄດ້ຂັນແຊ້ມ ພ້ອມເງິນຮາງວັນ 3,000,000 ກີບ ຮອງຊະນະເລີດ 1,500,000 ກີບ.

ສະໜາມກິລາເທັນນິສ ອາໂນໄທ ໂອເພັນ ສະປອດຕິ້ງ ຕັ້ງຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຂອບໃຈຂໍ້ມູນຈາກ: