ອາກາດຮ້ອນເກີນໄປ! ເຮັດໃຫ້ຜູ້ສະແຫວງບຸນພິທີຮັນໃນຊາອຸ ເສຍຊີວິດ 14 ຄົນ


ເມື່ອວັນທີ 16 ມິຖຸນາ 2024 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ກະຊວງຕ່າງປະເທດຂອງປະເທດຈໍແດນ ເປີດເຜີຍວວ່າພົນລະເມືອງຂອງພວກເຂົາທີ່ໄດ້ເດີນທາງໄປສະແຫວງບຸນພິທີຮັນໃນຊາອຸດີອາຣະເບຍ ໂດຍເສຍຊີວິດໄປຮອດ 14 ຄົນຫຼັງລົ້ມປ່ວຍດ້ວຍຮີດສະໂຕຣກ ເນື່ອງຈາກຄື້ນຄວາມຮ້ອນທີ່ຮຸນແຮງ ແລະ ຍັງມີອີກ 17 ຄົນທີ່ຍັງບໍ່ສາມາດຕິດຕໍ່ໄດ້.

ດ້ານອົງກອນສ້ຽວວົງເດືອນແດງຂອງປະເທດອີຣານ ຢືນຢັນວ່າ ມີຜູ້ສະແຫວງບຸນຊາວອີຣານ 5 ຄົນເສຍຊີວິດລະຫວ່າງເດີນທາງໄປຮ່ວມພິທີຮັນໃນຊາອຸດີອາຣະເບຍເຊັ່ນດຽວກັນ ແຕ່ຍັງບໍ່ໄດ້ລະບຸຊັດເຈນວ່າພວກເຂົາເສຍຊີວີດດ້ວຍສາເຫດໃດ ແຕ່ທາງດ້ານປະເທດຈໍແດນ ພວກເຂົາຍັງຄົງຕາມຫາພົນລະເມືອງ ພ້ອມຈະຂົນຍ້າຍຜູ້ເສຍຊີວິດກັບປະເທດຈໍແດນ.

ດ້ານສື່ຂອງປະເທດຊາອຸດີອາຣະເບຍໄດ້ລາຍງານວ່າ ສູນທີ່ໃກ້ກັບພູອາຣາຟັດ Arafat ໜຶ່ງໃນສະຖານທີ່ສະແຫວງບຸນສຳລັບພິທີຮັນ ໄດ້ມີການປິ່ນປົວຜູ່ປ່ວຍຈາກຄື້ນຄວາມຮ້ອນໄປແລ້ວຮອດ 225 ຄົນ. ທາງດ້ານ ທ່ານ ໄອຍະມາຍ ກູລາມ ຫົວໜ້າສູນອຸຕຸນິຍົມວິທະຍາແຫ່ງຊາດຊາອຸດີອາຣະເບຍ ໄດ້ບອກວ່າ ສະພາບອາກາດສຳລັບພິທີຮັນທີ່ນະຄອນເມກກະ ແລະ ເມດິນາໃນປີນີ້ຈະມີອຸນຫະພູມສູງຂຶ້ນສະເລ່ຍ 1.5-2 ອົງສາ.

ທີ່ມາ: https://www.thairath.co.th/news/foreign/2793741

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/