ອັດຕາເງິນເຟີ້ ປະຈຳເດືອນມິຖຸນາ ເພີ່ມຂຶ້ນເປັນ 26.2% ສືບເນື່ອງມາຈາກເງິນກີບອ່ອນຄ່າ


ອັດຕາເງິນເຟີ້ ປະຈຳເດືອນມິຖຸນາ 2024​ ຂອງ ສປປ ລາວ ເພີ່ມຂຶ້ນໃນລະດັບ 26.2%  (ເດືອນພຶດສະພາ 2024 ຢູ່ໃນລະດັບ 25.8%) ສືບເນື່ອງມາຈາກການອ່ອນຄ່າຂອງເງິນກີບ ແລະ ການຜະລິດພາຍໃນບໍ່ເຂັ້ມແຂງ ຕ້ອງເພິ່ງພາການນຳເຂົ້າ.

ອີງຕາມຕົວເລກຈາກ ບົດລາຍງານຂອງ ສູນສະຖິຕິແຫ່ງຊາດ, ​ກະຊວງແຜນການ ແລະ ການລົງທຶນ ເຫັນວ່າ ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດ ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 41.7%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35.3%, ໝວດທີ່ພັກ ອາໄສ, ນໍ້າປະປາ,ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 32.5%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 29.5%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 28.8%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 23.7%.

ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ປະຈຳເດືອນ ກໍຄື 6 ເດືອນຕົ້ນປີ 2024 ປັດໄຈຕົ້ນຕໍແມ່ນມາຈາກ ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເປັນຕົ້ນແມ່ນເງິນໂດລາ, ບາດ ແລະ ຢວນເຊິ່ງເປັນສະກຸນຫຼັກ ໃນການຊຳລະສະສາງສິນຄ້າ ແລະ ການບໍລິການທີ່ນໍາເຂົ້າ, ຖານການຜະລິດພາຍໃນປະເທດບໍ່ເຂັ້ມແຂງ, ສ່ວນຫຼາຍ ແມ່ນເອື່ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ, ບໍລິໂພກ, ສິນຄ້າປະເພດ ປັດໄຈການຜະລິດລວມເຖິງວັດຖຸດິບ, ເຄື່ອງມືວິທະຍາສາດ ແລະ ພືດຜັກ.

ສປປ ລາວ ເປັນເສດຖະກິດນໍາໃຊ້ສິນຄ້າ ແລະ ການບໍລິການນໍາເຂົ້າ 60%-70% ເຮັດໃຫ້ການເໜັງຕີງຂອງອັດຕາແລກປ່ຽນ ກະທົບໂດຍກົງຕໍ່ຄ່າຄອງຊີບ ແລະ ການດຳລົງຊີວິດປະຈຳວັນຂອງ ປະຊາຊົນ.

ສໍາລັບອັດຕາເງິນເຟີ້ໄຕມາດ 2 ປີ 2024 ຢູ່ໃນລະດັບ 25.6% (ທຽບກັບໄຕມາດ 2 ປີ 2023) ແລະ ສະເລ່ຍ 6 ເດືອນຕົ້ນປີ ອັດຕາເງິນເຟີ້ຢູ່ໃນລະດັບ 25.3% (6 ເດືອນຕົ້ນປີ 2023 ຢູ່ໃນລະດັບ 38.1%). ໝວດທີ່ມີອັດຕາເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ພົ້ນເດັ່ນແມ່ນ ລາຄາຢາ, ການບໍລິການຄົນເຈັບພາຍນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ; ໝວດຮ້ານອາຫານ ແລະ ໂຮງແຮມ ເຊິ່ງພົ້ນເດັ່ນແມ່ນ ລາຄາອາຫານສຸກເຊັ່ນ ເຂົ້າຜັດ, ປີ້ງປານິນ, ເຂົ້າປຽກ, ເຂົ້າຜັດໝູ, ເຂົ້າລາດໜ້າ; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ພົ້ນເດັ່ນແມ່ນ ເຄື່ອງນຸ່ງຊາຍ, ເຄື່ອງນຸ່ງຍິງ, ເຄື່ອງນຸ່ງເດັກນ້ອຍ ແລະ ເກີບ; ແລະ ໝວດເຄື່ອງໃຊ້ໃນ ເຮືອນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/