ອັດຕາເງິນເຟີ້ຂອງຫວຽດນາມເພີ່ມຂຶ້ນສູງສຸດໃນຮອບ 16 ເດືອນ ເສດຖະກິດຂາດດຸນການຄ້າເປັນຄັ້ງທຳອິດໃນຮອບ 2 ປີ


ດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນເປັນ 4.44% ເມື່ອທຽບໃສ່ປີກາຍ. ເຮັດລະດັບສູງສຸດໃນຮອບ 16 ເດືອນ, ໃນຂະນະທີ່ອັດຕາເງິນເຟີ້ເພີ່ມຄວາມກົດດັນຕໍ່ທະນາຄານກາງເຮັດໃຫ້ເຂັ້ມງວດຕໍ່ນະໂຍບາຍການເງິນຫຼາຍຂຶ້ນ.

ຕົວເລກດັ່ງກ່າວແມ່ນສູງກວ່າຕົວເລກ 4.4% ໃນເດືອນເມສາ. ໂດຍມີສາເຫດຫຼັກມາຈາກຕົ້ນທຶນຂອງອາຫານ, ການສຶກສາ ແລະ ການບໍລິການສຸຂະພາບທີ່ເພີ່ມຂຶ້ນ.

ທັງນີ້, ອັດຕາເງິນເຟີ້ຢູ່ຫວຽດນາມ ມັນຍັງຄົງຢູ່ເໜືອເຄື່ອງໝາຍ 4% ເປັນເດືອນທີສອງຕິດຕໍ່ກັນ, ເຖິງແມ່ນວ່າສະກຸນເງິນທ້ອງຖິ່ນທີ່ຫຼຸດລົງຕ່ຳສຸດເປັນປະຫວັດສາດເມື່ອທຽບກັບເງິນໂດລາໃນເດືອນນີ້ ເຮັດໃຫ້ການນໍາເຂົ້າມີຄ່າໃຊ້ຈ່າຍສູງຂຶ້ນ. ທະນາຄານກາງໄດ້ເພີ່ມອັດຕາດອກເບ້ຍເປັນ 4.5% ໃນອາທິດທີ່ຜ່ານມາ ເພື່ອຮັກສາສະຖຽນລະພາບຂອງເງິນດົງ ແລະ ການກະຕຸ້ນການເດີມພັນວ່າອາດຈະເພີ່ມອັດຕາດອກເບ້ຍອ້າງອີງເພື່ອສະໜັບສະໜູນສະກຸນເງິນ.

ອັດຕາເງິນເຟີ້ພື້ນຖານທີ່ບໍ່ລວມເອົາລາຍການທີ່ມີການຜັນຜວນ ຫຼຸດລົງເຫຼືອ 2.68% ເມື່ອທຽບເປັນລາຍປີໃນເດືອນພຶດສະພາ. ສົ່ງຜົນໃຫ້ຕົວເລກສະເລ່ຍໃນ 5 ເດືອນທໍາອິດຢູ່ທີ່ 2.78%.

ການ​ສົ່ງ​ອອກ​ຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 15.8% ໃນ​ເດືອນ​ພຶດ​ສະ​ພາ​ຈາກ​ປີ​ກ່ອນ​ເປັນ 32.81 ຕື້​ໂດ​ລາ​ສະ​ຫະ​ລັດ. ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 29.9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ທີ່​ບັນລຸ​ເຖິງ 33.81 ຕື້​ໂດ​ລາ​ສະຫະລັດ.

ສິ່ງນີ້​ໄດ້​ສ້າງ​ການ​ຂາດ​ດຸນ​ການ​ຄ້າ​ສິນຄ້າ​ຄັ້ງ​ທຳ​ອິດ​ໃນ​ຮອບ 2 ປີ, ໂດຍມີມູນຄ່າ 1.07 ຕື້​ໂດ​ລາ​ສະຫະລັດ​ໃນ​ເດືອນ​ນີ້. ຫຼັງຈາກເກີນດຸນຕໍ່າສຸດໃນຮອບ 15 ເດືອນໃນເດືອນແລ້ວນີ້. ຍ້ອນ​ເຫດ​ນັ້ນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ໄດ້​ຫຼຸດ​ລົງ​ເປັນ 8.01 ຕື້ USD ໃນ 5 ເດືອນ​ທຳອິດຂອງ​ປີ, ເຊິ່ງຫຼຸດລົງ 21.5% ເມື່ອທຽບເປັນລາຍປີ.

ທີ່ມາ:

facebook

businesstimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/