ອັດຕາຜົນຕອບແທນພັນທະບັດລັດຖະບານອາຍຸ 30 ປີຂອງສະຫະລັດຫຼຸດລົງເຖິງ 4% , ຫຼັງຈາກທີ່ Fed ຕັດສິນໃຈຄົງອັດຕາດອກເບ້ຍເປັນຄັ້ງທີ 3


ສຳນັກຂ່າວຕ່າງປະເທດໄດ້ມີການເປີດເຜີຍລາຍງານໃໝ່ໂດຍລະບຸວ່າ ອັດຕາຜົນຕອບແທນ 30 ປີຂອງສະຫະລັດມີການຫຼຸດລົງເຖິງ 4% ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ. ເຊິ່ງສາເຫດໃນການຫຼຸດລົງໃນຄັ້ງນີ້ເກີດຈາກນັກລົງທຶນຍັງຄົງພິຈາລະນາເຖິງຜົນກະທົບຈາກການປ່ຽນແປງນະໂຍບາຍຫຼ້າສຸດຈາກການປະຊຸມຂອງ Fed ເມື່ອບໍ່ດົນມານີ້.

ໂດຍອັດຕາຜົນຕອບແທນພັນທະບັດອາຍຸ 30 ປີຂອງສະຫະລັດໄດ້ຫຼຸດລົງຫຼາຍເຖິງ 3.6% ເປັນ 3.99%, ເຊິ່ງໄດ້ຫຼຸດລົງຈາກລະດັບສູງສຸດໃນຮອບຫຼາຍປີທີ່ລະດັບ 5.18% ໃນເດືອນຕຸລາ.

ໃນວັນທີ 13 ທັນວາທີ່ຜ່ານມາ, Fed ໄດ້ເຜີຍແຜ່ຂໍ້ມູນການຄາດການປະຈໍາໄຕມາດໃໝ່ສໍາລັບອັດຕາດອກເບ້ຍມາດຕະຖານຂອງສະຫະລັດທີ່ພວກ​ເຂົາ​ຄວບ​ຄຸມຢູ່, ເຊິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາອາດຈະມີການຫຼຸດອັດຕາດອກເບ້ຍໃນປີໜ້າຫຼາຍກ່ວາທີ່ເຄີຍປັບຫຼຸດອັດຕາດອກເບ້ຍໃນເດືອນກັນຍາທີ່ຜ່ານມາ.

ອັດຕາຜົນຕອບແທນຂອງພັນທະບັດອາຍຸ 5 – 10 ປີຫຼຸດລົງຕໍ່າກວ່າ 4%. ໂດຍອັດຕາຜົນຕອບແທນພັນທະບັດອາຍຸ 10 ຫຼຸດລົງ 1.4% ເປັນ 3.976%, ເຊິ່ງຫຼຸດລົງຕໍ່າກວ່າ 4% ເປັນຄັ້ງທໍາອິດນັບຕັ້ງແຕ່ທ້າຍເດືອນກໍລະກົດ. ໃນສ່ວນຂອງອັດຕາຜົນຕອບແທນພັນທະບັດອາຍຸ 5 ປີ ຫຼຸດລົງ 2% ເປັນ 3.922%, ເຊິ່ງເປັນລະດັບຕໍ່າສຸດໃນຮອບ 6 ເດືອນ. ໂດຍມີພຽງພັນທະບັດສະຫະລັດອາຍຸ 2 – 3 ປີເທົ່ານັ້ນທີ່ຍັງຄົງໃຫ້ອັດຕາຜົນຕອບແທນຫຼາຍກວ່າ 4% , ເຊິ່ງມີຄວາມສອດຄ່ອງຫຼາຍທີ່ສຸດກັບອັດຕາດອກເບ້ຍນະໂຍບາຍຂອງທະນາຄານກາງທີ່ຍັງຄົງດອກເບ້ຍໄວ້ທີ່ 5.25%-5.5%. ແລະຄາດການວ່າຈະປັບຫຼຸດອັດຕາດອກເບ້ຍຢ່າງໜ້ອຍ 3 ຄັ້ງໃນປີ 2024

Jerome Powell ປະທານທະນາຄານກາງສະຫະລັດ (Federal Reserve) ໄດ້ກ່າວເຖິງຄວາມຄືບໜ້າຢ່າງຫຼວງຫຼາຍກ່ຽວກັບອັດຕາເງິນເຟີ້ ຈາກວົງຈອນຂອງອັດຕາດອກເບ້ຍທີ່ເພີ່ມຂຶ້ນໃນໄລຍະເຄິ່ງປີທີ່ຜ່ານມາ. ເຊິ່ງໃນປັດຈຸບັນໄດ້ມີອັດຕາດອກເບ້ຍສູງສຸດຢູ່ທີ່ 5.4% ໃນປີນີີ້ ແລະ ຄາດການວ່າອັດຕາດອກເບ້ຍມາດຕະຖານຢູ່ທີ່ 4.6% ໃນທ້າຍປີ 2024.

ອັດຕາ​ດອກເບ້ຍຂອງກະຊວງການ​ເງິນ​​ຍັງ​ຄົງຢູ່ໃນລະດັບ​ສູງ​ກວ່າມາດຕະຖານ​ໃນອະດີດ, ​ໂດຍ​​ໃນ​ຮອບ 30 ປີໄດ້ມີການ​ຊື້​ຂາຍໃນຊ່ວງໄລຍະສັ້ນໆ​ຕ່ຳ​ກວ່າ 1% ​ໃນປີ 2020 ​ເມື່ອ​ອັດຕາ​ດອກ​ເບ້ຍ Fed ​ຢູ່​ທີ່ 0% ​ແລະ ທະນາຄານ​ກາງ​ກຳລັງ​ຊື້​ຫຼັກ​ຊັບຂອງກະຊວງການ​ເງິນ​ເພື່ອ​ສືບ​ຕໍ່​ສະໜັບສະໜູນ​ເສດຖະກິດ​ຂອງ​ສະຫະລັດ.

ທີ່ມາ:

bnnbloomberg

investing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/