ອອສເຕຣເລຍ ສະໜັບສະໜູນລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ


ລັດຖະບານລາວ ແລະ ອອສເຕຣເລຍ ລົງນາມບົດບັນທຶກຄວາມເຂົ້າໃຈສະບັບເພີ່ມຕື່ມ ວ່າດ້ວຍການຮ່ວມມືເພື່ອການພັດທະນາ ລະຫວ່າງ ອອສເຕຣເລຍ ແລະ ສປປ ລາວ ໃນວັນທີ 22 ມີນາ 2023 ທີ່ນະຄອນຫຼວງວຽງຈັນ ແນໃສ່ໂຄງການອາສາສະໝັກ ອອສເຕຣເລຍ (AVP) ທີ່ນອນຢູ່ໃນ ໂຄງການຊ່ວຍເຫຼືອຂອງລັດຖະບານອອສເຕຣເລຍ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ອອສເຕຣເລຍ ປະຈຳ ສປປ ລາວ ແລະ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ.

ລັດຖະບານອອສເຕຣເລຍ ໃຫ້ການສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍການສະໜອງອາສາສະໝັກອອສເຕຣເລຍ ທີ່ມີທັກສະສູງໃຫ້ແກ່ອົງການຈັດຕັ້ງຕ່າງໆຂອງພາກລັດ ໂດຍຜ່ານອາສາສະໝັກອອສເຕຣເລຍ. ນັບແຕ່ປີ 1996 ເປັນຕົ້ນມາ, ລັດຖະບານອອສເຕຣເລຍ ໄດ້ໃຫ້ການສະໜັບສະໜູນ ອົງການຄູ່ຮ່ວມງານຫຼາຍຮ້ອຍແຫ່ງ ໃນ ສປປ ລາວ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມມີອາສາສະໝັກຫຼາຍກວ່າ 650 ຄົນ ທີ່ໃຫ້ການຊ່ວຍເຫຼືອໃນຫຼາຍຂົງເຂດ ເຊັ່ນ: ວຽກງານການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ພະລັງງານ.

ໂຄງການອາສາສະໝັກ ອອສເຕຣເລຍ ມີບົດບາດສຳຄັນໃນການຮັດແໜ້ນສາຍພົວພັນ, ເສີມສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະເທດອອສເຕຣເລຍ ແລະ ສປປ ລາວ ໂດຍສະເພາະບັນດາຊຸມຊົນທີ່ອາສາສະໝັກໄດ້ເຮັດວຽກ ແລະ ສະໜັບສະໜູນ ເປັນຕົ້ນ ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫລວງວຽງຈັນ, ພະແນກສາທາລະນະສຸກແຂວງຫຼວງພະບາງ-ໂຮງໝໍເພື່ອນລາວ, ສູນພະລັງງານທົດແທນ ວຽງຈັນ ແລະ ອື່ນໆ.

ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ການປະກອບສ່ວນຂອງ ໂຄງການອາສາສະໝັກອອສເຕຣເລຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ທັງປະກອບສ່ວນເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນສອງຊາດຂອງພວກເຮົາ. ການສະໜັບສະໜູນຂອງລັດຖະບານອອສເຕຣເລຍ ສຳລັບໂຄງການອາສາສະໝັກສາກົນ ໄດ້ເລີ່ມຕົ້ນໃນປີ 1963, ນັບແຕ່ນັ້ນມາ, ປະຊາຊົນອອສເຕຣເລຍ ຫຼາຍກວ່າ 16.000 ຄົນ ໄດ້ເປັນອາສາສະໝັກ ເພື່ອແບ່ງປັນທັກສະຂອງເຂົາເຈົ້າ ແລະ ສະໜັບສະໜູນເປົ້າໝາຍຂອງອົງການຈັດຕັ້ງຕ່າງໆໃນບັນດາປະເທດທົ່ວພາກພື້ນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3JXY9sO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/