ອອສເຕຣເລຍສ້າງຕັ້ງກອງທຶນ SEAIFF 1.3 ຕື້ໂດລາສະຫະລັດ ເພື່ອສະໜັບສະໜູນ​ພະລັງງານ​ສະອາດ ເເລະ ພື້ນຖານ​ໂຄງ​ສ້າງໃນ​ອາ​ຊຽນ


ໃນວັນຄານຜ່ານມາ, ນາຍົກລັດຖະມົນຕີອອສເຕຣເລຍ ໄດ້ປະກາດສ້າງຕັ້ງກອງທຶນມູນຄ່າ 2 ຕື້ໂດລາອອສສເຕຣເລຍ (ປະມານ 1.3 ຕື້ໂດລາສະຫະລັດ) ໃນກອງປະຊຸມສຸດຍອດອາຊຽນ-ອອສເຕຣເລຍ (ASEAN-Australia Summit 2024) ທີ່ນະຄອນ Melbourne. ເພື່ອສົ່ງເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສະໜັບສະໜູນການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ພັດທະນາພື້ນຖານໂຄງສ້າງໃນພູມິພາກ.

ກອງທຶນການລົງທຶນອາຊີຕາເວັນອອກສຽງໃຕ້ Southeast Asia Investment Financing Facility : SEAIFF) ໄດ້ສຸມໃສ່ການສະໜັບສະໜູນ:

  • ພະລັງງານສະອາດ: ສະໜັບສະໜູນໂຄງການພະລັງງານທົດແທນ, ພະລັງງານແສງຕາເວັນ, ພະລັງງານລົມ, ແລະ ເຕັກໂນໂລຊີພະລັງງານສະອາດອື່ນໆ
  • ພື້ນຖານໂຄງສ້າງ: ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນເຊັ່ນ: ເສັ້ນທາງ, ທາງລົດໄຟ, ທ່າເຮືອ ແລະ ລະບົບໂທລະຄົມມະນາຄົມ.

ໂດຍສຳລັບຮູບແບບໃນການສະໜັບສະໜູນຈະປະກອບໄດ້ດ້ວຍ:

  • ສິນເຊື່ອ: ເງິນທຶນໄລຍະຍາວສໍາລັບໂຄງການຂະໜາດໃຫຍ່.
  • ການຄ້ຳປະກັນ: ເພື່ອຫຼຸດຜ່ອນຄວາມສ່ຽງສໍາລັບນັກລົງທຶນ
  • ຕຣາສານທຶນ: ລົງທຶນໃນບໍລິສັດ ແລະ ໂຄງການທີ່ມີທ່າແຮງ.
  • ການປະກັນໄພ: ກວມເອົາຄວາມສ່ຽງຈາກໄພພິບັດທໍາມະຊາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມສ່ຽງທາງດ້ານການເມືອງ

ນາ​ຍົກ​ລັດ​ຖະ​ມົນ​ຕີ Albanese ກ່າວ​ວ່າ “ອະ​ນາ​ຄົດ​ດ້ານ​ເສດ​ຖະ​ກິດ​ຂອງ ອອສເຕຣເລຍ ແມ່ນ​ຢູ່​ໃນ​ພູມິພາກ​ນີ້. ການສ້າງກອງທຶນ SEAIFF ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອອສເຕຣເລຍ ໃນການເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນກັບອາຊຽນເພື່ອສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ”

ສຳນັກງານນາຍົກລັດຖະມົນຕີ ອອສເຕຣເລຍ ໄດ້ອະທິບາຍເຖິງການພົວພັນດ້ານເສດຖະກິດຂອງອອສເຕຣເລຍກັບອາຊຽນວ່າ: ໃນ​ປີ 2022, ການ​ລົງ​ທຶນ​ໃນສອງທາງ​​ລະ​ຫວ່າງ​ອອສເຕຣເລຍ ແລະ ອາ​ຊຽນ ມີ​ມູນ​ຄ່າ 307 ຕື້​ໂດ​ລາ​ອອສເຕຣເລຍ. ການ​ຄ້າ​ສອງທາງ​ກັບ​ອາ​ຊຽນ​ມີ​ມູນ​ຄ່າ 178 ຕື້​ໂດ​ລາອອສເຕຣເລຍ ​ ແລະ​ ກວມ​ເອົາ 15% ຂອງ​ການ​ຄ້າ​ທັງ​ໝົດ​ຂອງ​ອອສເຕຣເລຍ. ເຊິ່ງນີ້ແມ່ນຫຼາຍກ່ວາການຄ້າຂອງອອສເຕຣເລຍກັບຍີ່ປຸ່ນ ຫຼື ກັບສະຫະລັດ.

ນອກເໜືອໄປຈາກກອງທຶນ SEAIFF ຍັງມີ:

  • ເງິນທຶນ 140 ລ້ານໂດລາອອສເຕຣເລຍ ທີ່ສະໜັບສະໜູນ​ໂຄງການ​ກໍ່ສ້າງ​ພື້ນຖານ​​ໃນ​ອາ​ຊຽນ​ເປັນ​ເວລາ 4 ປີ.
  • ໂຄງ​ການ​ເຕັກ​ໂນ​ໂລ​ຊີ “Landing Pads” ຢູ່ ຈາ​ກາ​ຕາ ແລະ ນະ​ຄອນ ໂຮ່​ຈິ​ມິນ ທີ່ສະໜັບສະໜູນທຸລະກິດອອສເຕຣເລຍສົ່ງອອກການບໍລິການດ້ານເຕັກໂນໂລຢີ
  • ຂະຫຍາຍເວລາໃນການພັກເຊົາຢູ່ໃນອອສເຕຣເລຍຈາກ 3 ປີເປັນ 5 ປີສໍາລັບວີຊາເຈລະຈາທຸລະກິດ.
  • ຂະຫຍາຍການເຂົ້າເຖິງວີຊາ Frequent Traveller stream ໄລຍະ 10 ປີໃຫ້ແກ່ພົນລະເມືອງຂອງ Timor-Leste.

“ຄວາມລິເລີ່ມເຫຼົ່ານີ້ສະແດງເຖິງການລົງເພິ່ມເຕີມໃນອະນາຄົດຂອງພວກເຮົາ ແລະ ຮັບປະກັນວ່າພວກເຮົາເຮັດວຽກຮ່ວມກັບອາຊີຕາເວັນອອກສຽງໃຕ້. ໃນຂະນະທີ່ ອາຊີຕາເວັນອອກສຽງໃຕ້ຍັງຄົງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງ​ດ້ານ​ຂະ​ໜາດ​ຂອງ​ເສດ​ຖະ​ກິດ ແລະ​ ການ​ເຂົ້າ​ເຖິງ​ຕະ​ຫຼາດ

ເມື່ອພູມິພາກຂອງພວກເຮົາຈະເລີນຮຸ່ງເຮືອງ ອອສເຕຣເລຍກໍຈະມີຄວາມຈະເລີນຮຸ່ງເຮືອງຕາມ” ນາຍົກລັດຖະມົນຕີອອສເຕຣເລຍກ່າວ.

ທີ່ມາ:

prachachat

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/