“ຫ້ອງອາຫານຮ່ວມໃຈ – Solidary Canteen” ໂຄງການຊ່ວຍເຫຼືອບຸກຄົນທີ່ມີຄວາມຍາກລຳບາກ ທີ່ແຂວງຫຼວງພະບາງ


ຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ປະຕິເສດບໍ່ໄດ້ວ່າຫຼາຍອຸດສາຫະກຳຕ່າງກໍໄດ້ຮັບຜົນກະທົບຈາກການແຜ່ລະບາດນີ້ ໂດຍສະເພາະແມ່ນອຸດສາຫະກຳການທ່ອງທ່ຽວທີ່ເຫັນໄດ້ວ່າເປັນອຸດສາຫະກຳທີ່ເຈັບໜັກພໍສົມຄວນ. ແຕ່ນອກເໜືອຈາກຜົນກະທົບດ້ານເສດຖະກິດແລ້ວ ຜົນກະທົບດ້ານສັງຄົມກໍເປັນສິ່ງທີ່ໜ້າເປັນຫ່ວງ ເວົ້າສະເພາະກໍແມ່ນ ກຸ່ມຄົນ ຫຼື ປະຊາຊົນທີ່ມີຄວາມທຸກຍາກ ນັ້ນຍິ່ງໄດ້ຜົນກະທົບໄປເຕັມໆ.

ດ້ວຍເຫດນີ້ ໂຄງການ “ຫ້ອງອາຫານຮ່ວມໃຈ” (Solidarity Canteen) ຈຶ່ງໄດ້ຖືກລິເລີ່ມຂຶ້ນໃນເດືອນກໍລະກົດ ປີ 2020 ທີ່ຜ່ານມາ ແລະ ເລີ່ມຈັດຕັ້ງປະຕິບັດການເຮັດຫ້ອງອາຫານຟຣີ ມາຈົນເຖິງປັດຈຸບັນ, ໂດຍສະມາຄົມເພື່ອການສະໜັບສະໜູນລາວ (Association Support Lao) ອັນເປັນການຮ່ວມແຮງຮ່ວມໃຈຂອງຜູ້ອຸປະກາລະໃຈບຸນຊາວຕ່າງປະເທດ, ບັນດາຫ້ອງອາຫານຈາກບັນດາໂຮງແຮມພາຍໃນນະຄອນຫຼວງພະບາງ ແລະ ອາສາສະໝັກທີ່ໄດ້ຮ່ວມໃຈຮ່ວມແຮງດ້ານຕ່າງໆ ບໍ່ວ່າຈະເປັນປັດໄຈ, ອາຫານສົດ, ອຸປະກອນທີ່ຈຳເປັນ ແນໃສ່ປະກອບສ່ວນຊ່ວຍເຫຼືອຜູ້ທີ່ມີຄວາມທຸກຍາກເທົ່າທີ່ຊ່ວຍໄດ້.

“ຫ້ອງອາຫານຮ່ວມໃຈ” ນີ້ໄດ້ດຳເນີນການຈັດປະຕິບັດຢູ່ທີ່ ຫໍສະໝຸດແຂວງຫຼວງພະບາງ ພຽງແຫ່ງດຽວ ໂດຍເປີດໃຫ້ຜູ້ທີ່ທຸກຍາກສາມາດມາລົງທະບຽນກິນເຂົ້າຟຣີໄດ້ທຸກມື້ໃນຄາບບ່າຍ ຕັ້ງແຕ່ເວລາ 11.30–13.30 ທຸກມື້ ວັນຈັນ-ວັນອາທິດ ໂດຍມີອາສາສະໝັກເປັນຜູ້ອຳນວຍຄວາມສະດວກ ແລະ ພໍ່ຄົວແມ່ຄົວ ຈາກຫ້ອງອາຫານຂອງບັນດາໂຮງແຮມເປັນຜູ້ແຕ່ງກິນ ພ້ອມທັງມີການຄວບຄຸມສຸຂະອະນາໄມ ແລະ ຄຸນຄ່າດ້ານໂພຊະນາການເປັນຢ່າງດີ.

ເຊິ່ງການລົງທະບຽນກິນເຂົ້າຟຣີຢູ່ທີ່ຫ້ອງອາຫານຮ່ວມໃຈນີ້ ແມ່ນບໍ່ຈຳກັດຈຳນວນ, ອາຍຸ, ເພດ ຫຼື ສາສະໜາ ຂອງຜູ້ທີ່ມາສະໝັກ ຂໍແຕ່ພຽງເປັນບຸກຄົນທີ່ຕົກຢູ່ໃນສະຖານະການລຳບາກແທ້ໆ ໂດຍມີການຢັ້ງຢືນຈາກບ້ານທີ່ຜູ້ກ່ຽວອາໄສຢູ່ ເຊິ່ງທີ່ຜ່ານມາກໍໄດ້ມີຜູ້ຄົນທີ່ມາກິນເຂົ້າໃນແຕ່ລະມື້ຫຼາຍໜ້ອຍຕ່າງກັນ ໂດຍມີຈຳນວນສູງສຸດທີ່ 120 ຄົນ/ມື້ ໃນຊ່ວງທີ່ຜ່ານມາ.

ຈາກການເລີ່ມປະຕິບັດໂຄງການຕັ້ງແຕ່ເດືອນກໍລະກົດ ປີ 2020 ຈົນມາຮອດປັດຈຸບັນ (ເດືອນມີນາ 2021) ແລະ ມີກຳນົດການຂອງຫ້ອງອາຫານດັ່ງກ່າວເຖິງເດືອນເມສາ 2021 ນີ້ ແຕ່ແນວໃດກໍຕາມ ສະມາຄົມເພື່ອການສະໜັບສະໜູນລາວ, ຜູ້ສະໜັບສະໜູນແລະ ບັນດາໂຮງແຮມພາຍໃນຫຼວງພະບາງຕ່າງກໍຍັງແບກຮັບພາລະຂອງອົງກອນຂອງຕົວເອງອັນເປັນຜົນກະທົບການແຜ່ລະບາດຂອງເຊື້ອໂຄວິດ-19.

ແລະ ການຟື້ນຟູການທ່ອງທ່ຽວຫຼັງການແຜ່ລະບາດຍັງບໍ່ມີທ່າທີທີ່ແນ່ນອນ ໃນຂະນະທີ່ ຫ້ອງອາຫານຮ່ວມໃຈເອງນັ້ນ  ກໍຍັງຕ້ອງການແຮງສະໜັບສະໜູນຈາກຫຼາຍພາກສ່ວນ ໃຫ້ມາຮ່ວມແຮງຮ່ວມໃຈ ເພື່ອທີ່ຈະສາມາດຮັກສາຫ້ອງອາຫານແຫ່ງນີ້ໄວ້ໃຫ້ດຳເນີນຕໍ່ໄປ ຕາມຊື່ຫ້ອງອາຫານທີ່ຊື່ວ່າ “ຫ້ອງອາຫານຮ່ວມໃຈ”

ຂອບໃຈຂໍ້ມູນຈາກ: ຫ້ອງອາຫານຮ່ວມໃຈ

ສາມາດຕິດຕໍໍ່ສະມາຄົມເພື່ອການສະໜັບສະໜູນລາວທີ່ Association Support Lao