ຫຼວງພະບາງ ກຽມພັດທະນາເຂດເສດຖະກິດໃໝ່ ມີເນື້ອທີ່ກວ່າ 7,693 ເຮັກຕາ


ສະພາປະຊາຊົນ ແຂວງ ຫຼວງພະບາງ ເພື່ອພັດທະນາເຂດເສດຖະກິດໃໝ່ ນິເວດວິທະຍາ, ກະສິກໍາ ແລະການທ່ອງທ່ຽວ ແບບຍືນຍົງ ຄົບວົງຈອນ ມີເນື້ອທີ່ກວ່າ 7,693 ເຮັກຕາ.

ອີງຕາມການລາຍງານຂອງ ໜັງສືພິມ ປະຊາຊົນ, ເມື່ອບໍ່ດົນມານີ້ ສະພາປະຊາຊົນ ແຂວງ ຫຼວງພະບາງ ໄດ້ເປີດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ເພື່ອພິຈາລະນາຮັບຮອງເອົາ 2 ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ກ່ຽວກັບໂຄງການພັດທະນາ ເຂດເສດຖະກິດໃໝ່ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນ ແຂວງ, ມີຄະນະປະຈໍາສະພາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບໂຄງການພັດທະນາເຂດເສດຖະກິດໃໝ່ ນິເວດວິທະຍາ, ກະສິກໍາ ແລະການທ່ອງທ່ຽວ ແບບຍືນຍົງ ຄົບວົງຈອນ ມີເນື້ອທີ່ 7,693 ເຮັກຕາ,ໄດ້ກວມເອົາພື້ນທີ່ ຂອງນະຄອນ-ຫຼວງພະບາງ ປະກອບມີບ້ານ ກອກຫວານ, ນາດອນຄູນ, ນາຕານ, ພິກໃຫຍ່, ແດນສະຫວ່າງ, ໂພນສະອາດ ແລະ ບ້ານຊຽງລ້ອມ ແລະ ເມືອງ ຊຽງເງິນ ປະກອບມີ ບ້ານແອນສະຫວັນ, ສວນດາລາ ແລະ ບ້ານຫ້ວຍຝາຍ.

ໂຄງການດັ່ງກ່າວນີ້ ແມ່ນຈະໄດ້ພັດທະນາ ແຫຼ່ງທ່ອງທ່ຽວທີ່ມີມາດຕະຖານດີຂຶ້ນ ແລະຈະເປັນຈຸດໜຶ່ງທີ່ດຶງດູດນັກທ່ອງທ່ຽວ ແລະນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາແຂວງຫຼວງພະບາງ ຫຼາຍຂຶ້ນ, ນອກນີ້ ຍັງຈະເປັນການຊຸກຍູ້ ດ້ານກະສິກໍາ ແລະການຜະລິດເປັນສິນຄ້າ ລວມທັງການບໍລິການຕ່າງໆ ໃຫ້ເປັນລະບົບທີ່ດີຂຶ້ນ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະການຊີ້ແຈງຢ່າງມີຫຼັກການ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ຕໍ່ທັງສອງຮ່າງຂໍ້ຕົກລົງດັ່ງກ່າວ ດ້ວຍຄວາມເປັນເອກະພາບສູງ, ຜ່ານການຄົ້ນຄ້ວາ ພິຈາລະນາ ຂອງສະມາຊິກສະພາປະຊາຊົນແຂວງ ເຫັນວ່າຄະແນນສຽງສ່ວນຫຼາຍ ແມ່ນເຫັນດີຮັບຮອງເອົາ.

ເຊິ່ງ 2 ຮ່າງຂໍ້ຕົກລົງ ຂອງເຈົ້າແຂວງ ຕໍ່ກັບໂຄງການດັ່ງກ່າວນີ້ ໄດ້ຜ່ານການຄົ້ນຄວ້າ,ພິຈາລະນາ ຈາກສະພາປະຊາຊົນແຂວງ ຫຼວງພະບາງ, ໂດຍຜ່ານຂັ້ນຕອນການກະກຽມ ຖືກຕ້ອງຕາມກົດໝາຍ ວ່າດ້ວຍ ການສ້າງນິຕິກໍາ  ແລະກົດໝາຍ ວ່າດ້ວຍການຈັດສັນ ພູມລໍາເນົາ.

ກອງປະຊຸມຄັ້ງນີ້ ປະທານສະພາປະຊາຊົນແຂວງ ກໍໄດ້ຮຽກຮ້ອງ ຕໍ່ອົງການປົກຄອງແຂວງ, ນະຄອນ, ເມືອງ ແລະ ບ້ານ ພ້ອມດ້ວຍປະຊາຊົນບັນດາເຜົ່າ ແລະ ບໍລິສັດທີ່ກ່ຽວຂ້ອງ ພ້ອມກັນຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕາມພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບຂອງຕົນ, ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນ, ເອົາໃຈໃສ່ ພັດທະນາຂອບເຂດສໍາປະທານ ແລະເຂດອື່ນໆ ທີ່ກ່ຽວຂ້ອງ ໃຫ້ນັບມື້ນັບມີຄວາມຈະເລີນເຂັ້ມແຂງ ເພື່ອພ້ອມກັນເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ.

https://www.facebook.com/PasaxonNewspaper/posts/pfbid0fG5VddhSCT9A9vwBgL5WmK4pqwzeEjZJjjhMLwYGN9f6LKQc8fs6ddd55G6z8Xgcl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/