ຫົວພັນ ວາງແຜນສ້າງສິ່ງອຳນວຍຄວາມສະດວກທ່ອງທ່ຽວ ພູຜາຖີ່ ສົ່ງເສີມການທ່ອງທ່ຽວທາງປະຫວັດສາດ


ອຳນາດການປົກຄອງແຂວງຫົວພັນ ວາງແຜນ ສ້າງສິ່ງອຳນວຍຄວາມສະດວກໃນການທ່ອງທ່ອງ ພູຜາຖີ່ ເມືອງຊຳເໜືອ ແຂວງຫົວພັນ ຫວັງໃຫ້ພື້ນທີ່ດັ່ງກ່າວເຂົ້າເຖິງໄດ້ຫຼາຍຂຶ້ນ ສົ່ງເສີມການທ່ອງທ່ຽວທາງປະຫວັດສາດ.

ພູດັ່ງກ່າວມີຄວາມສຳຄັນທາງດ້ານການທະຫານໃນສະໄໝສົງຄາມອິນດູຈີນ ແລະຖືກສັດຕູຄວບຄຸມໂດຍກຳລັງລາວໃນປີ 1968. ໃນທຸກມື້ນີ້, ຍັງມີຮ່ອງຮອຍຂອງສັດຕູ, ຍັງມີໂຄງສ້າງເກົ່າໆ ລວມທັງບ່ອນເກັບມ້ຽນອາວຸດ ແລະ radar ກໍຍັງຄົງມີໃຫ້ເຫັນ.

ໂດຍອີງຕາມການລາຍງານຂອງ ໜັງສືພິມ ວຽງຈັນທາມ ອຳນາດການປົກຄອງແຂວງຫົວພັນ ໄດ້ວາງແຜນກໍ່ສ້າງຮ້ານອາຫານ, ຫ້ອງນ້ຳ, ບ່ອນຈອດລົດ, ສູນຂໍ້ມູນຂ່າວສານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ຫວັງວ່າຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທີ່ດັ່ງກ່າວຫຼາຍຂຶ້ນ, ເຊິ່ງຕັ້ງຢູ່ຫ່າງຈາກຕົວເມືອງ ແຂວງ 63 ກິໂລແມັດ.

ອຳນາດການປົກຄອງແຂວງກ່າວວ່າ ສະຖານທີ່ແຫ່ງໃໝ່ນີ້ ຈະສ້າງລາຍຮັບໃຫ້ແກ່ຊາວບ້ານທ້ອງຖິ່ນ, ພ້ອມກັນນັ້ນ ຍັງເຮັດໃຫ້ປະຊາຊົນ ໂດຍສະເພາະນັກຮຽນ ນັກສຶກສາ ໄດ້ເຂົ້າໄປຢ້ຽມຊົມສະຖານທີ່ ແລະ ຮຽນຮູ້ປະຫວັດສາດ ແລະ ບັ້ນຮົບອັນສຳຄັນຂອງລາວ.

ອີງຂໍ້ມູນຈາກ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ຄວາມສູງຈາກໜ້ານ້ຳທະເລປະມານ 1,700 ແມັດ ແລະ ພູພຽງອ້ອມຮອບແມ່ນປະມານ 1,200 ແມັດ.

ແຂວງຫົວພັນ ເປັນອີກແຂວງໜຶ່ງທາງພາກເໜືອຂອງ ສປປ ລາວ ທີ່ຍັງມີຄວາມອຸດົມສົມບູນທາງທຳມະຊາດຫຼາຍ ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນ 600 ກິໂລແມັດ, ເຊິ່ງໃນປັດຈຸບັນ ການເດີນທາງແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນ ຜ່ານທາງເຮືອບິນ ໃນສະໜາມບິນ ໜອງຄ້າງ, ເມືອງຊຳເໜືອ ແຂວງຫົວພັນ.

ພູຜາຖີ່ ອະດີດເປັນຖານທັບລັບຂອງ ສະຫະລັດອາເມຣິກາ ແລະ ສະໜາມຮົບເປື້ອນເລືອດ, ປັດຈຸບັນ ໄດ້ຖືກພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດອັນສຳຄັນ ທີ່ໜ້າທ່ຽວຊົມ ແລະ ຄົ້ນຄວ້າສຶກສາ ອີກແຫ່ງໜຶ່ງຂອງ ສປປ ລາວ.

ພູຜາຖີ່ ແມ່ນໜຶ່ງໃນຈໍານວນ ພູຜາຫຼາຍໜ່ວຍ ທີ່ເປັນຍຸດທະສາດດ້ານການທະຫານໃນສະໄໝສູ້ຮົບ, ຕັ້ງຢູ່ທາງພາກເໜືອຂອງປະເທດລາວ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງຜາໜ່ວຍນີ້ ຖືກໃຊ້ເປັນຄ້າຍທະຫານ ຂອງສະຫະລັດອາເມຣິກາ ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວ ເຊິ່ງເປັນທີ່ຕັ້ງ ທະຫານລັບ ຂອງສະຫະລັດອາເມຣິກາ ຮູ້ຈັກກັນ ໃນຊື່ລະຫັດ ລີມາ 85 ຫຼື LS-85 (L = Lima = Laos; S=Site).

ໃນເວລານັ້ນ ການທີ່ຈະຂຶ້ນໄປລໍາລຽງ, ຂົນສົ່ງອາວຸດຍຸດໂທປະກອນ ແລະ ສະບຽງອາຫານຕ່າງໆ ຫຼື ຂຶ້ນໄປຕິດຕັ້ງ ປະຈໍາການຢູ່ເທິງພູໜ່ວຍນີ້ ແມ່ນຕ້ອງອາໄສການເດີນທາງດ້ວຍ ເຮືອບິນ-ເຮລິຄັອບເຕີເທົ່ານັ້ນ. ດ້ານຕາເວັນຕົກ ເປັນໜ້າຜາສູງຊັນ ເກືອບ 90 ອົງສາ, ສ່ວນທິດຕາເວັນອອກ ເປັນທົ່ງພຽງ ແຕ່ກໍມີຄວາມຍາກລຳບາກເກີນໄປທີ່ຈະເດີນທາງຜ່ານທາງດັ່ງກ່າວ.

ເນື່ອງຈາກຖານທີ່ຕັ້ງດັ່ງກ່າວເປັນຈຸດຍຸດທະສາດທາງການທະຫານທີ່ສຳຄັນ ເພາະເປັນຖານທີ່ຕັ້ງໄວ້ສຳລັບ ເຣດ້າຊີ້ເປົ້າ ບັນຊາການ ການໂຈມຕີຝ່າຍກົງກັນຂ້າມທາງອາກາດ ຫຼືເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ຂອງສະຫະລັດອາເມຣິກາ, ຜາຖີ່ ຈຶ່ງໄດ້ກາຍເປັນສະໜາມຮົບອັນດຸເດືອດ ບໍ່ວ່າທັງພາກພື້ນດິນ ແລະ ທາງອາກາດ ລະຫວ່າງກອງກຳລັງທັງ 2 ຝ່າຍ.

ແຕ່ຢ່າງໃດກໍຕາມ ຜາຖີ່ ໄດ້ຖືກຢຶດຄືນ ໂດຍກອງກໍາລັງ ປະຕິວັດລາວ ໃນວັນທີ 10-11 ເດືອນ 3 ປີ 1968.​ ການປະຕິບັດການຄັ້ງນີ້ຍັງຖືເປັນອີກໜຶ່ງໄຊຊະນະທີ່ກ້າຫານ,ຍິ່ງໃຫຍ່, ດຸເດືອດ ແລະ ອີກໜຶ່ງເຫດການທີ່ປະເທດຊາດຕ້ອງຈາລຶກໄວ້ໃນໜ້າປະຫວັດສາດຊາດລາວຕະຫຼອດໄປ.

ປັດຈຸບັນ ຜາຖີ່ ໄດ້ຖືກພັດທະນາປັບປຸງ ເສັ້ນທາງກໍ່ສ້າງ, ຂັ້ນໄດ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ ແລະ ສຳຜັດກັບບັນຍາກາດກິ່ນອາຍ ແຫ່ງປະຫວັດສາດທີ່ເລົ່າຂານກັນມາຫຼາຍກວ່າ 50 ປີ ແຫ່ງນີ້.

ຂອບໃຈຮູບພາບຈາກ: Phoonsab Thevongsa, Vientiane Times

https://www.facebook.com/photo?fbid=956468133150087&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/