ສສ. ຫວຽດນາມ ກຳລັງສຶກສາເລື່ອງສິດທິປະໂຫຍດພິເສດຕ່າງໆ ເພື່ອສ້າງເງື່ອນໄຂດຶງດູດນັກລົງທຶນຕ່າງຊາດໃນການພັດທະນາ ແລະ ຜະລິດ ໃນອຸດສາຫະກຳ Semi-Conductor AI ແລະ ພະລັງງານສີຂຽວ ຊຸກຍູ້ອຸດສາຫະກຳ ເຕັກໂນໂລຊີ ຫຼັງການລົງທຶນເລີ່ມຍ້າຍອອກຈາກຈີນ.

ຫວຽດນາມເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນປະໂຫຍດລາຍໃຫຍ່ທີ່ສຸດຈາກການເຄື່ອນຍ້າຍການຜະລິດໃນລະດັບໂລກອອກຈາກຈີນ ເນື່ອງຈາກຫຼາຍບໍລິສັດພະຍາຍາມທີ່ຈະປົກປ້ອງຕ່ອງໂສ້ອຸປະທານຈາກສົງຄາມດ້ານການຄ້າລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ທີ່ທະວີຄວາມຮຸນແຮງຫຼາຍຂຶ້ນ.

ທ່ານ Do Nhat Hoang ຜູ້ອໍານວຍການໜ່ວຍງານເບິ່ງແຍງການລົງທຶນຈາກຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວວ່າ ຫວຽດນາມກຳລັງພິຈາລະນາສະເໜີສິດທິປະໂຫຍດພິເສດທີ່ກ່ຽວຂ້ອງກັບຄ່າທຳນຽມການເຊົ່າທີ່ດິນ ພາສີນິຕິບຸກຄົນ ແລະ ພາສີນຳເຂົ້າ ສົ່ງອອກ.

ຜູ້ອໍານວຍການໜ່ວຍງານເບິ່ງແຍງການລົງທຶນຈາກຕ່າງປະເທດ ກ່າວອີກວ່າ ລັດຖະບານກຳລັງພັດທະນາກອງທຶນສົ່ງເສີມດ້ານການລົງທຶນ ເຊິ່ງອາດຈະເປັນລັກສະນະຂອງການໃຫ້ເງິນອຸດໜູນ ຫຼື ໃຫ້ສິດທິປະໂຫຍດໃນດ້ານຕົ້ນທຶນໃຫ້ແກ່ບໍລິສັດຕ່າງໆ ທີ່ວາງແຜນລົງທຶນໃນຂະແໜງການເຕັກໂນໂລຊີ.

ທີ່ມາ: financial times

https://www.ft.com/content/61ae72f0-45a0-4fcc-99b5-126c7ef1b04c