ຫວຽດນາມ ຈະຢຸດການຄ້າຊີ້ນໝາ ແລະ ຊີ້ນແມວ ໃນປະເທດ


ການຄ້າຂາຍຊີ້ນໝາ ແລະ ຊີ້ນແມວໃນປະເທດຫວຽດນາມ ເປັນປະເດັນຖົກຖຽງກັນມາດົນນານພ້ອມທັງຍັງມີອົງກອນພິທັກສັດ ທັງໃນປະເທດ ແລະ ຕ່າງປະເທດ ຕ່າງກໍອອກມາລົນນະລົງຮຽກຮ້ອງໃຫ້ຢຸດການຄ້າອັນໂຫດຮ້າຍນີ້ ໂດຍເຜີຍເຖິງເຫດຜົນດ້ານຈະລິຍະທຳ, ສຸຂະພາບ ແລະ ຄວາມປອດໄພ.

ເຖິງແມ່ນວ່າເມື່ອກ່ອນ ໃນປະເທດຫວຽດນາມ ການຂາຍຄ້າ ແລະ ການບໍລິໂພກຊີ້ນໝາຊີ້ນແມວ ຈະເຄີຍຖືກກົດໝາຍ ແຕ່ທາງລັດຖະບານເອງກໍສັ່ງຫ້າມບໍ່ໃຫ້ບໍລິໂພກຕັ້ງແຕ່ປີ 1998 ກ່ອນຈະຍົກເລີກຄຳສັ່ງດັ່ງກ່າວໃນປີ 2020 ແລະ ໃນປີ 2023 ທີ່ຜ່ານມາ ທາງສະພາແຫ່ງຊາດຫວຽດນາມ ໄດ້ສັ່ງຢຸດການຄ້າຊີ້ນໝາ ແລະ ຊີ້ນແມວໃນນະຄອນຮ່າໂນ້ຍອີກຄັ້ງ ເພື່ອໃຫ້ເປັນເມືອງປອດຊີ້ນໝາ ແລະ ແມວ.

ຫຼ້າສຸດມີລາຍງານວ່າ ທາງຮ່າໂນ້ຍໄດ້ມີການອອກຄຳສັ່ງຢ່າງເຂັ້ມງວດກ່ຽວກັບການຄວບຄຸມການຄ້າຊີ້ນໝາ ແລະ ຊີ້ນແມວ ພ້ອມລະບຸບົດລົງໂທດທີ່ຮຸນແຮງສຳລັບຜູ້ຄ້າຂາຍໝາ ແລະ ແມວ ຢ່າງຜິດກົດໝາຍ ໂດຍພາຍໃນປະເທດຍັງພົບບັນຫາການລະບາດຂອງໂຣກວໍ້ຄັ້ງຫຼ້າສຸດທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/