ປົກເວັບ 66

ທະນາຄານພັດທະນາອາຊີ (ADB) ຄາດການວ່າ ຫວຽດນາມຈະຍັງຄົງເປັນເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍມີອັດຕາການເຕີບໂຕຂອງ GDP ສູງເຖິງ 7.2% ໃນປີນີ້ ແລະ 7.0% ໃນປີ 2027 ຊຶ່ງຖືວ່າສູງທີ່ສຸດໃນກຸ່ມປະເທດກຳລັງພັດທະນາໃນທະວີບອາຊີ ແລະ ປາຊີຟິກ ທັງນີ້ກໍຍ້ອນຄວາມເຂັ້ມແຂງຢ່າງຕໍ່ເນື່ອງຂອງຂະແໜງການຜະລິດ, ການສົ່ງອອກ, ການລົງທຶນ ທີ່ສາມາດຍືນຍົງຢູ່ໄດ້ ແລະ ອຸປະສົງພາຍໃນປະເທດທີ່ມີຄວາມສະຖຽນລະພາບ ທ່າມກາງສະພາວະເສດຖະກິດໂລກທີ່ມີຄວາມຜັນຜວນ.

ບົດລາຍງານແນວໂນ້ມການພັດທະນາອາຊີ (Asian Development Outlook) ສະບັບເດືອນກໍລະກົດ 2026 ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມເປັນໜຶ່ງໃນປະເທດທີ່ມີຜົນງານໂດດເດັ່ນທີ່ສຸດ ເຖິງແມ່ນວ່າ ADB ຈະໄດ້ປັບຫຼຸດຄາດການການເຕີບໂຕຂອງພາກພື້ນອາຊີ ແລະ ປາຊີຟິກ ລົງເຫຼືອ 4.9% ໃນປີນີ້ ເນື່ອງຈາກໄດ້ຮັບແຮງກົດດັນຈາກຄວາມຂັດແຍ່ງໃນຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ຕະຫຼາດພະລັງງານໂລກຢ່າງຍືດເຍື້ອ. 

ສຳລັບສະຖານະການເງິນເຟີ້ຂອງຫວຽດນາມ ຄາດວ່າຈະເພີ່ມຂຶ້ນຈາກ 3.3% ໃນປີ 2025 ມາເປັນ 4% ໃນປີນີ້ ກ່ອນທີ່ຈະຫຼຸດລົງເຫຼືອ 3.8% ໃນປີ 2027 ຊຶ່ງເປັນທິດທາງທີ່ສວນທາງກັບພາບລວມຂອງພາກພື້ນ ທີ່ກຳລັງຜະເຊີນກັບຄວາມກົດດັນດ້ານເງິນເຟີ້ທີ່ສູງຂຶ້ນເປັນ 4.3% ໃນປີ 2026 ຍ້ອນຕົ້ນທຶນພະລັງງານທີ່ສົ່ງຜົນກະທົບລາມໄປເຖິງລາຄາປຸຍ, ສິນຄ້າໂພຄະພັນ ແລະ ຫ່ວງໂສ້ອຸປະທານທົ່ວໂລກ.

ທ່ານ ອາລເບີດ ພາກ (Albert Park) ຫົວໜ້ານັກເສດຖະສາດຂອງ ADB ໄດ້ເນັ້ນຢ້ຳວ່າ ເຖິງແມ່ນວ່າພາກພື້ນອາຊີ ແລະ ປາຊີຟິກ ຈະສະແດງໃຫ້ເຫັນເຖິງຄວາມຢືດຕ້ອນໃນການເຕີບໂຕທາງເສດຖະກິດ.

ແຕ່ສິ່ງທ້າທາຍທີ່ຍັງຄົງຢູ່ຈາກຄວາມຂັດແຍ່ງໃນຕາເວັນອອກກາງ ກໍຮຽກຮ້ອງໃຫ້ຜູ້ກຳນົດນະໂຍບາຍຕ້ອງຮັກສາຄວາມສົມດຸນຢ່າງລະມັດລະວັງ ລະຫວ່າງການມາດຕະການກະຕຸ້ນການເຕີບໂຕ ແລະ ການຄວບຄຸມອັດຕາເງິນເຟີ້ ໂດຍມີການເຕືອນວ່າ ຄວາມຕຶງເຄຽດທາງພູມສາດການເມືອງທີ່ອາດເກີດຂຶ້ນໃໝ່ ແລະ ຄວາມບໍ່ມີສະຖຽນລະພາບ ຍັງຄົງເປັນຄວາມສ່ຽງຫຼັກ ທີ່ອາດເຮັດໃຫ້ຕະຫຼາດພະລັງງານໂລກຮັດຕົວຫຼາຍຂຶ້ນ ແລະ ເພີ່ມຄວາມເປາະບາງໃຫ້ກັບເສດຖະກິດໃນພາກພື້ນຕື່ມອີກ.

#LaoXperts #ເສດຖະກິດຫວຽດນາມ #ADB #ເສດຖະກິດອາຊຽນ #ການເຕີບໂຕເສດຖະກິດ #ຂ່າວເສດຖະກິດໂລກ

Comments are disabled