ຫວຽດນາມ, ກະຊວງ​ການ​ເງິນ​ ໄດ້​ສະ​ເໜີ​ຫຼຸດ​ອັດຕາ​ພາສີ​ລາຍ​ຮັບ​ວິ​ສາ​ຫະກິດ​ທີ່​ມີ​ລາຍ​ຮັບ​ບໍ່​ເກີນ 50 ຕື້​ດົ່ງ, ​ແຕ່ 15-17%. ຈາກປັດຈຸບັນ 20%. ເພື່ອໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຈຸນລະວິສາຫະກິດ ໃນການສະ​ສົມ​ທຶນ ​ແລະ ພັດທະນາ​ທຸລະ​ກິດຂອງພວກເຂົາ.

         ອີງຕາມການລາຍງານຂອງ ໜັງສືພີມຫວຽດນາມ, ການຕັດພາສີດັ່ງກ່າວ ແມ່ນຢູ່ໃນຮ່າງກົດໝາຍວ່າດ້ວຍ ອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ) ທີ່ຄາດວ່າຈະສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄັ້ງທຳອິດໃນເດືອນຕຸລາ 2024 ແລະ ຮັບຮອງເອົາໃນເດືອນພຶດສະພາ 2025.

ໂດຍໜຶ່ງ​ໃນ​ຈຸດ​ປະ​ສົງ​ສໍາ​ຄັນ​ຂອງຕັດອັດຕາພາສີຄັ້ງນີ້ ແມ່ນ​ເພື່ອ​ສ້າງ​ລະ​ບອບ​ພາ​ສີ​ທີ່​ເອື້ອ​ອໍາ​ນວຍ​ຫຼາຍທີ່ສຸດ ​ສໍາ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ແລະ ຈຸນລະວິສາຫະກິດ

ຕາມ​ຮ່າງ​ກົດໝາຍ​ດັ່ງກ່າວ, ອັດຕາ​ພາສີ 15% ​ແມ່ນ​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ລາຍ​ຮັບ​ບໍ່​ເກີນ 3 ຕື້​ດົ່ງ, ອັດຕາ​ພາສີ 17% ​ແມ່ນ​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ລາຍ​ຮັບ​ສູງ​ກວ່າ 3 ຕື້​ດົ່ງ ​ແລະ ຕ່ຳ​ກວ່າ 50 ຕື້​ດົ່ງ.

ປັດຈຸບັນ ​ໃນ​ຈຳນວນ 900,000 ​ແຫ່ງ​ທີ່​ດຳ​ເນີນ​ທຸລະ​ກິດ​, ຈຸນລະວິສາຫະກິດ ​ແລະ ວິສາຫະກິດຂະໜາດ​ນ້ອຍ​ກວມ​ເກືອບ 94% ຂອງ​ຈຳນວນ​ທັງ​ໝົດ ​ແລະ ​ໄດ້​ຮັບ​ການ​ກຳນົດ​ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ຊ່ວຍ​ພັດທະນາ​ການ​ຜະລິດ ​ແລະ ລາຍ​ຮັບ​ໃນ​ໄລຍະ​ຍາວ. ​

ເຊິ່ງໃນ​ໄລຍະ​ໂລກລະບາດ​ໂຄ​ວິດ-19, ​ເຂົາ​ເຈົ້າ​ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຫຼາຍ​ໂຄງການ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ຫວຽດນາມ.

ທີ່ມາ: https://vietnamnews.vn/economy/1660770/mof-proposes-lower-tax-rate-for-micro-and-small-enterprises.html