ຫວຽດນາມ ກາຍເປັນ 1 ໃນ 15 ປະເທດທີ່ສົ່ງອອກສິນຄ້າກະສິກຳຫຼາຍທີ່ສຸດໃນໂລກ


ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງຫວຽດນາມ, ຫວຽດນາມ ນອນໃນກຸ່ມ 15 ປະເທດທີ່ສົ່ງອອກຜະລິດຕະພັນກະເສດໃຫຍ່ທີ່ສຸດໃນໂລກ ແລະ ຢືນຢູ່ອັນດັບທີ 2 ໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໂດຍ ຂໍ້ມູນດັ່ງກ່າວ ຖືກລາຍງານ ໃນວັນທີ 13 ພຶດສະພາ ທີ່ຜ່ານມາ ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃນກອງປະຊຸມຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ໂດຍການເຂົ້າຮ່ວມຂອງທູດການຄ້າ ແລະ ກະສິກຳ ຂອງບາງປະເທດທີ່ມີພື້ນຖານກະສິກຳພັດທະນາໃນໂລກ.

ລາຍງານລະບຸວ່າ ຫວຽດນາມ ນອນໃນກຸ່ມ 15 ປະເທດທີ່ສົ່ງອອກຜະລິດຕະພັນກະເສດໃຫຍ່ທີ່ສຸດໃນໂລກ ແລະ ຢືນຢູ່ອັນດັບທີ 2 ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຫວຽດນາມ ມີບົດບາດສຳຄັນໃນລະບົບມູນຄ່າ ແລະ ແມ່ນປະເທດທີ່ຕັ້ງໜ້າເຂົ້າຮ່ວມໃນລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ.

ປັດຈຸບັນ, ການເຕີບໂຕ GDP ໃນຂະແໜງກະສິກຳກວມເອົາ 12% ຂອງຍອດ GDP ຂອງພື້ນຖານເສດຖະກິດ, ດ້ວຍພົນລະເມືອງກວ່າ 60% ທີ່ດຳລົງຊີວິດຢູ່ເຂດຊົນນະບົດ.

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ປາຖະໜາຢາກຊຸກຍູ້ເສດຖະກິດ, ໃນນັ້ນມີເສດຖະກິດກະສິກຳ, ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນໃນຂົງເຂດກະສິກຳ ກໍຄືຊອກຫາການຮ່ວມມືໃນໄລຍະຈະມາເຖິງ. ໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດແມ່ນມີຫຼາຍ, ແຕ່ເພື່ອຫັນໂອກາດນັ້ນໃຫ້ປາກົດຜົນເປັນຈິງ ຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືສາກົນ.

ທີ່ມາ:

https://vovworld.vn/en-US/news/vietnam-among-worlds-15-largest-agricultural-exporters-1294798.vov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/