ຫວຽດນາມເຕືອນກຽມຮັບມືພາຍຸໂຊນຮ້ອນ ນັງກາ ທີ່ກຳລັງຂື້ນຝັ່ງ..


ຫວຽດນາມກຽມປະເຊີນກັບພາຍຸໂຊນຮ້ອນກຳລັງແຮງ “ ນັງກາ ”  ຂື້ນຝັ່ງທາງພາກເໜືອຂອງປະເທດ ເຕືອນຝົນຕົກໜັກ, ​ລົມແຮງ ຊ້ຳເຕີມໄປອີກພາຍຸໂຊນຮ້ອນຫຼິ່ນຟາ ສັງເວີຍຫຼາຍ 40 ສົບແລ້ວ ທັ້ງໃນຫວຽດນາມ ແລະ ກຳປູເຈຍ.

ເມື່ອວັນທີ 14 ຕຸລາ 2020 ທີ່ຜ່ານມາ ສຳນັກຂ່າວ CNN ລາຍງານວ່າ ພາຍຸໂຊນຮ້ອນກຳລັງມາແຮງ ນັງກາ ກຽມຂື້ນຝັ່ງບໍລິເວນພາກເໜືອ-ກາງ ຂອງຫວຽດນາມໃນວັນທີ 14 ຕຸລາ  ຊ້ຳເຕີມສະຖານະການອຸຖົກກະໄພໃນປະເທດ ຈາກອິດທິພົນຂອງພາຍຸໂຊນຮ້ອນຫຼິ່ນຟາ ທີ່ຫາກໍຂຶ້ນຝັ່ງທາງພາກກາງຂອງຫວຽດນາມ ແລະ ພັດຜ່ານກຳປູເຈຍເມື່ອວັນອາທິດທີ 11 ຕຸລາ ທີ່ຜ່ານມາ ກໍ່ໃຫ້ເກິດຝົນຕົກໜັກ, ນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ ໃນຫຼາຍເຂດຈົນເປັນເຫດໃຫ້ມີຜູ້ເສຍຊີວິດໃນຫວຽດນາມແລ້ວ 28 ຄົນ ແລະ ກຳປູເຈຍ 11 ຄົນ ສູນຫາຍອີກຫຼາຍສິບຄົນ ຂະນະທີ່ມີບ້ານເຮືອນປະມານ 25,000 ຫຼັງ ເປ່ເພ ແລະ ໄດ້ຮັບຄວາມເສຍຫາຍ, ພຶດຜົົນການກະເສດຖືກນ້ຳຖ້ວມແລ້ວຫຼາຍກວ່າ 2 ແສນໄລ່

ຕາມລາຍງານລະບຸວ່າ ພາຍຸໂຊນຮ້ອນ ນັງກາ ເຊິ່ງມີຄວາມໄວຂອງລົມໃກ້ສູນກາງພາຍຸຢູ່ທີ່ປະມານ 100 ກມ/ຊົ່ວໂມງ ກຳລັງເຄື່ອນທີ່ມາຫວຽດນາມ ຄາດການວ່າຈະກໍ່ໃຫ້ເກິດຝົນຕົກໜັກທົ່ວພາກເໜືອ ແລະ ພາກກາງຂອງຫວຽດນາມ ຈົນອາດວັດປະລິມານນ້ຳຝົນໄດ້ເຖິງ 400 ມມ. ໃນຊ່ວງເຊົ້າຂອງວັນທີ 14-16 ຕຸລາ ນີ້ ຂະນະທີ່ເຈົ້າໜ້າທີ່ສູນຈັດການໄພພິບັດຫວຽດນາມແຈ້ງວ່າມີບ້ານເຮືອນປະຊາຊົນໄດ້ຮັບຜົນກະທົບຈາກນ້ຳຖ້ວມຫຼາຍກວ່າ 130,000 ຫຼັງ ແລະ ມີພະນັກງານທີ່ເຂື່ອນແຫ່ງໜື່ງຍັງສູນຫາຍຫຼັງເກິດດິນເຈື່ອນອີກ 13 ຄົນ.

ບ້ານຫຼາຍແຫ່ງຂອງແຂວງ Quang Tri ໃນຫວຽດນາມ ເກິດນ້ຳຖ້ວມ ຈາກອິດທິພົນຂອງພາຍຸໂຊນຮ້ອນຫລິ່ນຟາທີ່ເຮັດໃຫ້ເກິດຝົນຕົກໜັກ ຫຼັງຂື້ນຝັ່ງພາກກາງຂອງຫວຽດນາມ ເມື່ອວັນທີ່ 11 ຕຸລາ 2020.

ສ່ວນດ້ານນາຍຍົກລັດຖະມົນຕີ ຫງຽນ ຊວນ ຟຸກ ຂອງຫວຽດນາມໄດ້ມີຄຳສັ່ງໃຫ້ກະຊວງປ້ອງກັນຊາດສົ່ງກຳລັງທະຫານລົງພື້ນທີ່ບ່ອນເກິດດິນເຈື່ອນເພື່ອຊ່ວຍເຫຼືອຜູ້ທີ່ປະສົບໄພ ຂະນະທີ່ທາງການຫວຽດນາມໄດ້ແຈ້ງເຕືອນປະຊາຊົນທີ່ຢູ່ໃນພື້ນທີ່ສ່ຽງໄພໃຫ້ລະວັງອັນຕະລາຍຈາກຝົນຕົກໜັກຈາກອິດທິພົນຂອງພາຍຸໂຊນຮ້ອນ ນັງກາ ທີ່ກຳລັງຈະຂື້ນຝັ່ງໃນມື້ວັນທີ 14 ຕຸລາ 2020.

ທີ່ມາ: https://www.thairath.co.th/news/foreign/1952310cx_testId=7&cx_testVariant=cx_1&cx_artPos=1&cx_rec_section=news&cx_rec_topic=foreign#cxrecs_s