ຫວຽດນາມພັດທະນາສາຍພານລຳລຽງຍາວ 6 ກມ ເພື່ອຂົນສົ່ງຖ່ານຫີນຈາກລາວ


ຄະນະກຳມະການປະຊາຊົນແຂວງກວາງຈີ (Quang Tri)  ທາງພາກເໜືອຂອງ ປະເທດຫວຽດນາມໄດ້ຕົກລົງອະນຸມັດໂຄງການສ້າງສາຍພານລຳລຽງຍາວກວ່າ 6 ກິໂລແມັດ ເພື່ອຂົນສົ່ງຖ່ານຫີນຈາກປະເທດລາວ.

ອີງຕາມການລາຍງານຂອງ ໜັງສືພີມ Tuoi Tre, ເມື່ອບໍ່ດົນມານີ້ ຫ້ອງການວ່າການປົກຄອງແຂວງ ກວາງຈີ ໄດ້ລະບຸວ່າ: ສາຍພານລໍາລຽງຈະຖືກກຳນົດໃຫ້ຂົນສົ່ງຖ່ານຫີນໃຫ້ໄດ້ 30 ລ້ານໂຕນຕໍ່ປີ. ໂຄງການດັ່ງກ່າວນີ້ມີຈຸດປະສົງເພື່ອອຳນວຍຄວາມສະດວກໃນການຂົນສົ່ງຖ່າຍຫີນລະຫວ່າງສອງປະເທດ ເນື່ອງຈາກເສັ້ນທາງໃນທ້ອງຖິ່ນທີ່ໃຊ້ໃນການຂົນສົ່ງນັ້ນຄັບແຄບ ແລະ ຊຸດໂຊມ.

ນອກຈາກນີ້ ໂຄງການຍັງມີຈຸດປະສົງເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານໃນປະເທດຫວຽດນາມຈົນເຖິງປີ 2030 ເພື່ອຕອບສະໜອງດ້ານຄວາມຕ້ອງການຖ່ານຫີນໃນປະເທດ ແລະ ຫຼຸດຜ່ອນການກົດດັນຕໍ່ຄວາມແອອັດຢູ່ດ້ານພາສີທີ່ປະຕູຊາຍແດນລະຫວ່າງ 2 ປະເທດ.

ສາຍພານລຳລຽງຈະເລີ່ມຕົ້ນທີ່ຊາຍແດນລະຫວ່າງປະເທດຫວຽດນາມ ແລະ ປະເທດລາວ ເຊິ່ງຈະສິ້ນສຸດຢູ່ທີ່ສາງເກັບຖ່ານຫີນ ໃນເມືອງດາກົງ ແຂວງກວາງຈິ .

ໃນໄລຍະທີ່ທີ່ຜ່ານມາ ການນຳເຂົ້າຖ່ານຫີນຈາກປະເທດລາວໄປຫາປະເທດຫວຽດແມ່ນມີການເພີ່ມຂຶ້ນເລື້ອຍໆ ໂດຍຖ່ານຫີນເຂົ້າຜ່ານ ດ້ານພາສີທີ່ປະຕູຊາຍແດນຄູ່ລະຫວ່າງເຂດ ດາກົງ ໃນແຂວງກວງຈິ ແລະ ແຂວງສາລະວັນໃນປະເທດລາວ ມີເກືອບ 4,000 ໂຕນຕໍ່ມື້ ຫຼື ຕົວເລກສູງສຸດແມ່ນສາມາດບັນລຸໄດ້ເຖິງ 12,000 ຫຼື ທຽບເທົ່າກັບລົດບັນທຸກຖ່ານຫີນ ປະມານ 400-450ຄັນ.

ໃນປີ 2023, ແຂວງກວາງຈີໄດ້ນຳເຂົ້າຖ່ານຫີນ 2,2 ລ້ານໂຕນຈາກລາວ. ການເພີ່ມຂຶ້ນຂອງຈຳນວນລົດບັນທຸກທີ່ຂົນສົ່ງຖ່ານຫີນຈາກປະເທດລາວໄປຫາປະເທດຫວຽດນາມມີຈໍານວນຫຼາຍເກີນໄປເຊິ່ງນຳໄປສູ່ການຊຸດໂຊມຂອງທາງຫຼວງ ໝາຍເລກທີ 15D, 9 ລວມເຖິງຖະໜົນໂຮຈີມິນ.

ນອກເໜືອຈາກສາຍພານລຳລຽງທີ່ມີຄວາມຍາວກວ່າ 6 ກິໂລແມັດແລ້ວ ນັກລົງທຶນຂອງໂຄງການໄດ້ສະເໜີໃຫ້ທາງແຂວງສ້າງສາຍພານລຳລຽງເພີ່ມອີກ 2 ສາຍ,ໂດຍສາຍໜຶ່ງເຊື່ອມລະຫວ່າງສາຍທຳອິດກັບທ່າເຮືອ My Thuy ແລະ ອີກສາຍໜຶ່ງເຊື່ອມຊາຍແດນຫວຽດນາມ-ລາວ ໄປຫາເໝືອງຖ່ານຫີນໃນປະເທດລາວແຂວງເຊກອງ.

ສາຍພານລຳລຽງທັງໝົດ 3 ເສັ້ນຄາດວ່າຈະສ້າງລະບົບສາຍພານລຳລຽງທີ່ມີຄວາມຍາວລວມ 160 ກິໂລແມັດເພື່ອຂົນສົ່ງຖ່ານຫີນຈາກປະເທດລາວໄປປະເທດຫວຽດນາມ.

https://tuoitrenews.vn/news/business/20240701/vietnam-to-develop-6km-conveyor-belt-to-transport-coal-from-laos/80728.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/