ສ. ເກົາຫຼີ ມີການລົງທຶນ ໃນ ສປປ ລາວ  288 ໂຄງການ ລວມມູນຄ່າ 900 ລ້ານໂດລາ


ປັດຈຸບັນ ສປປ ລາວ ມີໂຄງການລົງທຶນຈາກເກົາຫຼີ 288 ໂຄງການ ຄິດເປັນມູນຄ່າ 900 ລ້ານໂດລາ ແລະ ມີອີກ ກວ່າ 643 ບໍລິສັດ ທີ່ຫາກໍລົງທະບຽນເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນປີ 2023.

ຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານນາງ ໄກຄຳ ຄູນວິສິດ ຜູ້ຊ່ຽວຊານອາວຸໂສການພັດທະນາໂຄງການຈາກ KOTRA ວຽງຈັນ. ໃນງານ korea-Laps Partnership 2024 ທີ່ພັກຂອງເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ເມື່ອບໍ່ດົນມານີ້.

ໂດຍ ຊ່ຽວຊານອາວຸໂສການພັດທະນາໂຄງການຈາກ KOTRA ວຽງຈັນ ຍັງລາຍງານໃຫ້ຮູ້ອີກວ່າ: ໃນຈຳນວນນີ້ ຂະແໜງການທີ່ໄດ້ຮັບຄວາມສົນໃຈຈາກ ນັກລົງທຶນເກົາຫຼີ ໄດ້ແກ່ ໂຄງການທີ່ໃຊ້ເຕັກໂນໂລຊີ ເຊັ່ນ Carbon Credits ສໍາລັບການໂອນ ITMO, ໂຄງການພັດທະນາສີຂຽວ, ການເຝິກອົບຮົມນັກສຶກສາລາວ ແລະ ການສ້າງໂອກາດໃນການເຮັດວຽກດ້ານເນື້ອຫາ ດິຈິຕອນ ລວມໄປເຖິງການພັດທະນາຊອຟແວ ແລະ ສິນຄ້າອຸປະໂພກ ບໍລິໂພກຕ່າງໆ.

ນອກນີ້ກໍຍັງມີສິນຄ້າເສີມຄວາມງາມ, ອຸປະກອນການແພດ ແລະ ບໍ່ແຮ່ໂດຍເນັ້ນການຮັກສາ ຕ່ອງໂສ້ການສະໜອງໃຫ້ແກ່ອຸດສາຫະກຳຂອງເຂົາເຈົ້າ ຜ່ານການລົງທຶນໃນແຮ່ທາດຂອງລາວ.

ທ່ານ​ນາງ​ໄກ​ຄຳ​ກ່າວ​ວ່າ, KOTRA ​ໄດ້​ຈັດ​ສັນ​ງົບປະມານ 5 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2023 ​ເພື່ອ​ໜຸນ​ຊ່ວຍ​ບັນດາ​ບໍລິສັດ​ຂອງ ​ສ.​ເກົາຫຼີ ໃນ​ຂົງ​ເຂດ​ນີ້, ​ແລະ 25 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2024 ​ເພື່ອ​ຊຸກຍູ້​ການ​ລົງທຶນ​ໂຄງການ​ໃນ​ຂໍ້​ລິ​ເລີ່​ມຫຼຸດຜ່ອນ GHG (ຂໍ້ລິເລີ່ມຫຼຸດຜ່ອນອາຍກ໊າສເຮືອນແກ້ວ)

ນອກນີ້ ໃນນ​ກອງ​ປະຊຸມ​ເຊື່ອມ​ຕໍ່​ເຄືອ​ຂ່າຍລາວ-ສ.ເກົາຫຼີ ຄັ້ງດັ່ງກ່າວ, ຜູ້​ນຳ​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​ໄດ້​ສົນທະນາ​ເປີດ​ກວ້າງ, ​ແລກປ່ຽນ​ປະສົບ​ການ​ຂອງ​ເຂົາ​ເຈົ້າ, ​ແລະ​ຄົ້ນຄວ້າ​ຄວາມ​ພະຍາຍາມ​ຮ່ວມ​ມື​ໃນ​ອະນາຄົດ, ​ແລກປ່ຽນ​ຄວາມ​ຄິດ ​ແລະ ຍຸດ​ທະ​ສາດ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ທາງ​ທຸລະ​ກິດ ​ແລະ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃໝ່ ໃນອະນາຄົດ.

ໂດຍງານຄັ້ງດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະເທດຂອງ  ທ່ານ Mr Jung Young Soo ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ພ້ອມມີ ບັນດາຫົວໜ່ວຍທຸລະກິດ ນ້ອຍໃຫຍ່ຈາກທັງ 2 ປະເທດເຂົ້າຮ່ວມ.

https://www.vientianetimes.org.la/sub-new/Business/Business_93_LaosKorea_y24.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/