ສົງຄາມການຄ້າຮອບໃໝ່! ສະຫະລັດຂຶ້ນພາສີສິນຄ້າຈີນ ຫວັງກະຕຸ້ນເສດຖະກິດໃນປະເທດ ​ແຕ່​ຜູ້​ຊ່ຽວຊານ​ກັງວົນ​​ຜົນ​ກະທົບ​ຕໍ່​ເປົ້າ​ໝາຍ​ຫຼຸດຜ່ອນ​ພາວະ​ໂລກ​ຮ້ອນ


ໃນວັນອັງຄານທີ່ຜ່ານມາ, ທຳນຽບຂາວ​ໄດ້​ເປີດ​ເຜີຍ​ອັດຕາ​ພາສີ​ໃໝ່​ຕໍ່​ການ​ນຳ​ເຂົ້າ​ລົດ​ໄຟຟ້າ, ​ແຜງໂຊລາເຊວ ​ແລະ ​ຜະລິດ​ຕະພັນ​ພະລັງງານ​ສະອາດ​ອື່ນໆ​ຈາກ​ຈີນ. ໂດຍ​ການ​ເຄື່ອນ​ໄຫວ​ໃນຄັ້ງນີ້ແມ່ນເຫັນວ່າເປັນການຕໍ່ຕ້ານທາງການຄ້າ ແລະ ອາດ​ຈະ​ສົ່ງຜົນເສຍຕໍ່ສະຫະລັດ ໃນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດຄາ​ບອນ ແລະ ການເພີ່ມຂີດຄວາມສາມາດໃນການແຂ່ງຂັນ

ອີງຕາມ​ແຜນການແລ້ວ, ອັດຕາ​ພາສີ​ນຳ​ເຂົ້າລົດ EV ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ຈາກ 25% ຂຶ້ນ​ເປັນ 100% ​ແລະ ​ດ້ວຍ​ອັດຕາ​ພາສີ​ເພີ່ມ​ອີກ 2,5% ຕໍ່​ພາຫະນະ​ທັງ​ໝົດ​ທີ່​ນຳ​ເຂົ້າ​ຕະຫຼາດ​ສະຫະລັດ, ການ​ຈັດເກັບ​ພາສີ​ທັງ​ໝົດ​ສຳລັບລົດ EV ຂອງ​ຈີນ​ແມ່ນຈະ​ຢູ່ທີ່ 102,5%. ເຊິ່ງເປັນການເພີ່ມຂຶ້ນຢ່າງກ້າວກະໂດດທີ່ສຸດ ໂດຍເພີ່ມຂຶ້ນເປັນ 4 ເທົ່າຂອງອັດຕາເດີມທີ່ 27.5% , ໃນຂະນະທີ່ສິນຄ້າອື່ນໆຈະຖືກເກັບພາສີເພີ່ມຂຶ້ນເປັນ 2 ເທົ່າ.

ການເຄື່ອນໄຫວໃນຄັ້ງນີ້ໄດ້ເປັນໄປຕາມຂ່າວທີ່ຫຼຸດອອກມາສອງສາມມື້ກ່ອນໜ້ານີ້ວ່າ ສະຫະລັດ​ຈະ​ຂຶ້ນ​ພາສີ​ນຳ​ເຂົ້າ​ລົດໄຟຟ້າ​ຈາກ​ຈີນ​ເພື່ອ​ປົກ​ປ້ອງ​ອຸດສາຫະກຳ​ລົດພາຍ​ໃນ​ປະ​ເທດ. ໂດຍຈະເພີ່ມຂຶ້ນຈາກອັດຕາປັດຈຸບັນຂອງ 25% ເປັນ 100%.

ຜູ້ຊ່ຽວຊານໄດ້ເຕືອນວ່າການຂຶ້ນອັດຕາພາສີຈະເປັນອຸປະສັກຕໍ່ເປົ້າໝາຍທີ່ທະເຍີທະຍານຂອງຝ່າຍບໍລິຫານສະຫະລັດ ໃນການຫຼຸດຜ່ອນການປ່ອຍອາຍພິດຄາບອນຂອງເສດຖະກິດສະຫະລັດໃນປີ 2050, ເນື່ອງຈາກວ່າແບດເຕີຣີ ແລະ ລົດ EV ທີ່ມີລາຄາແພງສໍາລັບຊາວອາເມຣິກາທີ່ກໍາລັງປະເຊີນກັບອັດຕາເງິນເຟີ້, ເຊິ່ງນີ້ໝາຍຄວາມວ່າການຫຼຸດຜ່ອນການປ່ອຍອາຍພິດຄາບອນຈະຊ້າລົງຢ່າງແນ່ນອນ.

ໃນປີ 2022, ລັດຖະບານສະຫະລັດອາເມຣິກາໄດ້ນຳສະເໜີກົດໝາຍວ່າດ້ວຍການປ່ຽນແປງຂອງສະພາບດິນຟ້າອາກາດທີ່ສຳຄັນທີ່ສຸດໃນປະຫວັດສາດຂອງສະຫະລັດ, ເຊີ່ງກໍຄືກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້ທີ່ມີເປົ້າໝາຍທີ່ຈະມອບເງິນຊ່ວຍເຫຼືອປະມານ 369 ຕື້ໂດລາສະຫະລັດ ເພື່ອຊຸກຍູ້ດ້ານພາສີ ແລະ ເງິນອຸດໜູນໃຫ້ແກ່ອຸດສາຫະກຳພະລັງງານສະອາດ, ລວມທັງລົດໄຟຟ້າ.

ການກີດກັ້ນລົດ EV ທີ່ມີຄຸນະພາບສູງ ແຕ່ລາຄາຕໍ່າຂອງຈີນບໍ່ໃຫ້ເຂົ້າສູ່ຕະຫຼາດສະຫະລັດນັ້ນ ແມ່ນຂັດຕໍ່ກັບເປົ້າໝາຍຂອງນັກການເມືອງສະຫະລັດໃນການປົກປ້ອງອຸດສາຫະກໍາລົດໃຫຍ່ຂອງສະຫະລັດ ແລະ ຍັງສົ່ງຜົນເສຍຕໍ່ການເຕີບໂຕຂອງອຸດສາຫະກໍາ ແລະ ການຮັກສາສິ່ງແວດລ້ອມ. ເນື່ອງຈາກອຸດສາຫະກຳລົດຂອງສະຫະລັດ ແມ່ນຕາມຫຼັງຈີນມາຫຼາຍປີໃນການຜະລິດລົດໄຟຟ້າໃນລາຄາຕໍ່າ ແລະ ການກໍາຈັດຄູ່ແຂ່ງຄືຈີນ ກໍບໍ່ໄດ້ສົ່ງຜົນດີຕໍ່ການຂັບເຄື່ອນນະວັດຕະກໍາພະລັງງານໃໝ່ຂອງຜູ້ຜະລິດລົດໃນສະຫະລັດ

ນອກຈາກລົດ EV ແລ້ວ, ສະຫະລັດ​ໄດ້​ເພີ່ມ​ອັດຕາ​ພາສີ​ຕໍ່​ຜະ​ລິດ​ຕະ​ພັນ​ໃນອຸດສາຫະກຳຕ່າງໆເຊັ່ນ: ​ເຊ​ມິ​ຄອນ​ດັອດ​ເຕີ ຫຼື ​ຊິບ, ເຊິ່ງ​ຈະ​ເພີ່ມ​ຂຶ້ນ​ເປັນ 2 ເທົ່າຈາກ 25% ເປັນ 50% ພາຍໃນ​ປີ 2025.

ສຳລັບແຮ່ທາດທີ່ສຳຄັນບາງຊະນິດຈະຖືກເກັບພາສີ 25% ໃໝ່ໃນປີນີ້ ແລະ graphite ທໍາມະຊາດ ແລະ ແມ່ເຫຼັກຖາວອນຈະຖືກເກັບພາສີ 25% ໃນປີ 2026. ເຮືອເຄນທີ່ຍົກຕູ້ສິນຄ້າໜ້າທ່າເຮືອຈະຖືກເກັບພາສີ 25% ໃນປີນີ້.

ໃນຂະນະທີ່ເຫຼັກກ້າ ແລະ ອາລູມິນຽມບາງປະເພດທີ່ເຄີຍຖືກເກັບພາສີ 0% ຫຼື 7.5%, ນີ້ຈະເພີ່ມຂຶ້ນເປັນ 25% ໃນປີນີ້.

ແບັດເຕີຣີ lithium-ion ສຳລັບລົດ EV ແລະ ຊິ້ນສ່ວນຂອງແບັດເຕີຣີ ຈະເພີ່ມຂຶ້ນຈາກ 7.5% ເປັນ 25% ໃນປີນີ້. ໃນຂະນະທີ່ແບັດເຕີຣີ lithium-ion ທີ່ບໍ່ແມ່ນສຳລັບລົດ EV ກໍຈະຖືກເກັບພາສີເພິ່ມຂຶ້ນໃນປີ 2026 ເຊັ່ນກັນ.

ສ່ວນອັດ​ຕາ​ພາ​ສີ​ຂອງ​ແຜງ​ໂຊລາເຊວ​ຈະ​ເພີ່ມ​ຂຶ້ນ​ຈາກ 25% ເປັນ 50% ໃນ​ປີ​ນີ້. ປະເພດອຸປະກອນການແພດຄື: ເຂັມສັກຢາຈະຖືກເກັບພາສີ 50%, ເຄື່ອງຊ່ວຍຫາຍໃຈ ແລະ ໜ້າກາກອະນາໄມຈະເພີ່ມຂຶ້ນຈາກ 0% ຫຼື 7.5% (ຂຶ້ນກັບລາຍການ) ເປັນ 25% ໃນປີນີ້ເຊັ່ນດຽວກັນ. ສໍາລັບຖົງມືຢາງທາງການແພດ ແລະ ສັນຍະກຳຈະເພີ່ມຂຶ້ນຈາກ 7.5% ເປັນ 25%.

ຢ່າງໃດກໍຕາມ, ເຖິງແມ່ນວ່າການຈັດເກັບອັດຕາພາສີໃໝ່ສໍາລັບບາງປະເພດ – ລາຍການຜະລິດຕະພັນ ກໍພຽງແຕ່ສົ່ງຜົນກະທົບເປັນສ່ວນນ້ອຍຕໍ່ຈີນໃນຕະຫຼາດສະຫະລັດ, ແຕ່ມີຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຂັດຂວາງການນໍາເຂົ້າທີ່ອາດຈະເພີ່ມຂຶ້ນໃນອະນາຄົດ.

ໃນເບື້ອງຕົ້ນ, ທຳນຽບຂາວກ່າວວ່າ ການ​ປ່ຽນ​ແປງ​ພາ​ສີ​ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ນຳ​ເຂົ້າ​ປະ​ຈຳ​ປີ​ປະ​ມານ 18 ຕື້​ໂດ​ລາ​ສະ​ຫະ​ລັດ.

ທີ່ມາ:

news.cn

apnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/