ສຸດຍອດ! Khaby Lame ຊາຍໜຸ່ມຊື່ດັງໃນ Tiktok ຈະໄດ້ຮ່ວມສະແດງຮູບເງົາກັບ Will Smith


ຄັບບີ ເລມ (Khaby Lame) ຊາຍໜຸ່ມອາຍຸ 21 ຊາວອີຕາລີ – ເຊເນກັນ ທີ່ມີຊື່ສຽງໂດ່ງດັງ ຈາກຄິບວິດີໂອໃນແອັບພິເຄຊັນ Tiktok ແພລັດຟອມວິດີໂອສັ້ນຂອງ ຈີນ ທີ່ກຳລັງເປັນກະແສໃນປັດຈຸບັນ ເຊິ່ງຄຣິບວີດີໂອຂອງ ຄັບບີ ແມ່ນຈະສ້າງຄອນເທັນທີ່ ນຳເອົາວີດີໂອຂອງບຸກຄົນທີ່ເຮັດເລື່ອງໃຫ້ຫຍຸ້ງຍາກໃຫ້ມາເປັນເລື່ອງທີ່ງ່າຍດາຍ (Life Hack) ແລະ ຫຼ້າສຸດ, ເມື່ອວັນທີ 12 ກັນຍາ 2021ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດຫຼາຍສຳນັກກໍໄດ້ເຜີຍແຜ່ພາບທີ່ ຄັບບີ ໄດ້ໄປປາກົດຕົວທີ່ງານ Venice Film Festival ຄັ້ງທີ 78 ທີ່ນະຄອນ ເວນິສ (Venice) ປະເທດອີຕາລີ ເຊິ່ງໄປໃນຊຸດສູດ ຍ່າງເທິງພົມແດງຢ່າງສະງ່າຜ່າເຜີຍໃນນາມນັກສະແດງຮ່ວມກັບ ດາລາດັງທີ່ມີຊື່ສຽງລະດັບໂລກເຊັ່ນ ວິວ ສະມິດ (Will Smith) ເປັນຕົ້ນ.

 

ຄັບບີ ແມ່ນຊາຍໜຸ່ມທີ່ເກີດໃນປະເທດ ເຊເນກັນ ປະເທດທີ່ຢູ່ທາງທິດຕາເວັນຕົກຂອງທະວີບອາຟຣິກາ ແລະ ຖືກຍ້າຍໄປຢູ່ອາຄານສົງເຄາະ ຕັ້ງແຕ່ອາຍຸໄດ້ 1 ປີ ໃນເມືອງຕູຣິນ ປະເທດ ອີຕາລີ. ເມື່ອເຕີບໃຫຍ່ຂຶ້ນມາ ແລະ ຮຽນຈົບ ຄັບບີ ກໍໄດ້ໄປເຮັດວຽກເປັນພະນັກງານຄຸມເຄື່ອງຈັກ.

ຈຸດເລີ່ມຕົ້ນຄວາມໂດ່ງດັງຂອງ ຄັບບີ ແມ່ນເລີ່ມຈາກ ການຖືກໄລ່ອອກຈາກວຽກປະຈຳໃນໂຮງງານແຫ່ງໜຶ່ງໃນເມືອງ ຊີວັສໂຊ ປະເທດອີຕາລີ ໃນປີ 2020. ໃນເວລານັ້ນຊີວິດຂອງ ຄັບບີ ປຽບຄືພົບກັບທາງຕັນ. ໃນປີນັ້ນເອງ ຄັບບີ ໄດ້ເຫັນໂອກາດທາງໂລກອອນລາຍ ເຊິ່ງນັ້ນກໍຄື ແພລັດຟອມຂອງ Tiktok ທີ່ກຳລັງມາແຮງໃນເວລານັ້ນ ຄັບບີ ຈຶ່ງປະຕິເສດການໄປສະໝັກວຽກໃໝ່ ແລະ ໄປເຮັດຄອນເທັນໃນຕີມ ໂກງການໃຊ້ຊີວິດ (Life Hack) ຫຼື ການເຮັດເລື່ອງຍາກໃຫ້ເປັນເລື່ອງງ່າຍ ເຊິ່ງຈຸດນັ້ນເອງຈຶ່ງເຮັດໃຫ້ຄັບບີ ເລີ່ມມີຊື່ສຽງ ຈາກຄິບວີດີໂອທີ່ບໍ່ຄືໃຜ ແລະ ການສະແດງໃບໜ້າທີ່ເປັນເອກະລັກຂອງລາວ. ປັດຈຸບັນ ຄັບບີ ກໍກຳລັງຈະໄດ້ຮ່ວມສະແດງກັບດາລາດັງລະດັບໂລກ ເຊິ່ງກໍຕ້ອງຕິດຕາມກັນໄປວ່າຜົນງານການສະແດງທີ່ກຳລັງຈະມາຮອດຂອງຄັບບີຈະເປັນເເນວໃດຕໍ່.

ທີ່ມາ:

ພາບ: techoffside, Italy24news

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/