ສຸກອາພອນ ກັບຕັນທີມຊາດລາວ ໝັ້ນໃຈ ລາວສາມາດເອົາຊະນະ ບູຖານ ໃນມື້ນີ້ໄດ້ ເພື່ອຈະເຂົ້າໄປຊິງຊະນະເລີດໃນຮອບຕໍ່ໄປ


ສຸກອາພອນ ວົງຈຽງຄຳ ກັບຕັນທີມຊາດລາວ ພ້ອມຍັງເປັນຜູ້ຫຼິ້ນຄົນສຳຄັນ ໃນທີມຊາດລາວຊຸດປັດຈຸບັນ ເຊື່ອໝັ້ນວ່າ ທີມຊາດລາວ ຈະສາມາດເອົາຊະນະ ບູຖານ ໃນການແຂ່ງຂັນ ເພື່ອຊິງຂັນນາຍົກປະເທດເນປານ (FIFA Day) ນັດທີ 2 ນີ້ໄດ້ ເພື່ອໂອກາດທີ່ຈະເຂົ້າໄປຊິງຊະນະເລີດໃນຮອບຕໍ່ໄປ.

ໂດຍກ່ອນເກມໃນນັດນີ້ຈະເລີ່ມຂຶ້ນ ສຸກອາພອນ ວົງຈຽງຄຳ ກັບຕັນທີມຊາດລາວ ໄດ້ເປີດເຜີຍວ່າ: “ພວກເຮົາມີຄວາມພ້ອມຫຼາຍຂຶ້ນ ບໍ່ວ່າຈະເປັນໃນການຊ້ອມ ບວກກັບນັກເຕະໃໝ່ທີ່ເຂົ້າມາ ນັ້ນກໍຄື ໄມເຄິລ ວ່າງ ທີ່ມາຈາກ ອາເມຣິກາ ກໍກຳລັງປັບຄວາມເຂົ້າໃຈກັບທີມ, ເຊື່ອວ່ານັດທີ 2 ນີ້ ພວກເຮົາຈະສາມາດຊະນະໄດ້ ແລະ ຜ່ານໄປເຂົ້າຮອບຊິງຊະນະເລີດ”

ນອກຈາກນີ້ ສຸກອາພອນ ຍັງໄດ້ກ່າວເຖິງເກມທີ່ຜ່ານມາ ວ່າທີມຊາດລາວເຮົາຫຼິ້ນໄດ້ດີ ແຕ່ບໍ່ສາມາດເຮັດຈັງຫວະສຸດທ້າຍໃຫ້ເປັນປະຕູໄດ້ ເຮົາຈຶ່ງພົບກັບຄວາມປະລາໄຊ. ສຸກອາພອນລະບຸວ່າ: “ນັດທີ່ຜ່ານມາ ແມ່ນພວກເຮົາຫຼິ້ນໄດ້ດີຫຼາຍ ແຕ່ວ່າບໍ່ສາມາດຈົບສະກໍໄດ້ ເຊິ່ງຄູ່ຕໍ່ສູ້ ມີໂອກາດຍິງເຮົາພຽງ 2 ເທື່ອ ແລ້ວມັນກໍກາຍເປັນປະຕູທັງໝົດ ແລະ ມັນເປັນເລື່ອງປົກກະຕິ ໃນກິລາບານເຕະ ເພາະເມື່ອເຮົາມີໂອກາດແລ້ວ ແຕ່ເຮັດບໍ່ໄດ້ ສຸດທ້າຍເຮົາກໍຕ້ອງເສຍປະຕູ”

ໂດຍການແຂ່ງຂັນລະຫວ່າງທີມຊາດລາວ ແລະ ບູຖານ ແມ່ນຈະມີຂຶ້ນໃນວັນທີ 25 ມີນາ ເວລາ 19:15 ໂມງ ທີ່ສະໜາມ Dashrath Stadium Kathmandu ປະເທດເນປານເຊິ່ງການແຂ່ງຂັນໃນນັດນີ້ ຈະເປັນການແຂ່ງຂັນນັດທີ 2 ຂອງທີມຊາດລາວ ຫຼັງຈາກນັດທຳອິດ ທີມຊາດລາວ ໄດ້ເສຍທ່າ ປະລາໄຊໃຫ້ກັບທີມຊາດ ເນປານ ເຈົ້າພາບໄປ 0 ປະຕູຕໍ່ 2.

ໂດຍການແຂ່ງຂັນໃນລາຍການນີ້ ຖ້າທີມຊາດລາວຕ້ອງການຢາກເຂົ້າໄປຊິງຊະນະເລີດ ສິ່ງທຳອິດທີ່ຕ້ອງເຮັດ ແມ່ນຕ້ອງພະຍາຍາມເອົາຊະນະບູຖານ ໃນນັດນີ້ ເອົາໄວ້ກ່ອນ ແລ້ວຈຶ່ງໄປລຸ້ນໃຫ້ ບູຖານບໍ່ຊະນະ ເນປານ ໃນນັດສຸດທ້າຍ. ສປປ ລາວ ຈຶ່ງຈະໄດ້ເຂົ້າໄປຊິງຊະນະເລີດ ກັບປະເທດເນປານ ເຈົ້າພາບ.

ຂອບໃຈຂໍ້ມູນຈາກ: https://bit.ly/3FRn3bf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/