ສື່ສານພາສາກັບນ້ອງແມວໂດຍຜ່ານແອັບ Human to Cat Translator


Human to Cat Translator ເປັນແອັບພິເຄຊັ່ນທີ່ຊ່ວຍແປພາສາຄົນໃຫ້ເປັນພາສາແມວ ດ້ວຍວິທີງ່າຍໆພຽງແຕ່ໂຫຼດມາແລ້ວຕິດຕັ້ງລົງໃນສະມາດໂຟນ ແລ້ວເວົ້າຜ່ານແອັບ ແລ້ວຕົວແອັບຈະແປສິ່ງທີ່ເຮົາເວົ້າໃຫ້ກາຍເປັນພາສາແມວ. Human to Cat Translator ໄດ້ຮັບການພັດທະນາຈາກຜູ້ຊ່ຽວຊານດ້ານແມວໂດຍສະເພາະ ເຊິ່ງໄດ້ຮັບການທົດສອບກັບແມວ 25 ໂຕ ຜົນປາກົດວ່າມີບາງຄຳສັບສາມາດໃຊ້ສື່ສານກັບແມວໄດ້ແທ້.

ສຳລັບໃຜທີ່ຢາກລອງໃຊ້ແອັບດັ່ງກ່າວເພື່ອສື່ສານກັບນ້ອງແມວລອງເບິ່ງວ່າຈະໄດ້ຜົນຫຼືບໍ່ ກໍສາມາດໂຫຼດມາລອງໃຊ້ກັນໄດ້ທັງ ລະບົບ Android (https://bit.ly/3BfUvn6) ແລະ iOS (https://apple.co/3inFRmI)

ທີ່ມາ: https://bit.ly/3kPTFIg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/