ສາລະວັນ ມີໜີ້ໄຟຟ້າທົ່ວແຂວງເຖິງ 20 ກວ່າຕື້ກີບ ຕ້ອງໄດ້ເກັບໜີ້ທີ່ຄ້າງຊຳລະທຸກປະເພດ


ການຊົມໃຊ້ພະລັງງານໄຟຟ້າ ໃນທົ່ວແຂວງສາລະວັນ ນັບມື້ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຕາມອັດຕາການຂະຫຍາຍຕົວທາງເສດຖະກິດ-ສັງຄົມຂອງແຂວງ ການຊົມໃຊ້ຂອງແຕ່ລະຄອບຄົວເພີ້ມຂຶ້ນ, ບັນດາໂຮງຈັກ, ໂຮງງານອຸດສາຫະກໍາຕ່າງໆ ກໍເພີ່ມຂຶ້ນ ແລະ ປະເພດລັດບໍລິຫານເຊັ່ນ: ລະບົບຊົນລະປະທານ, ສຳນັກງານຫ້ອງການ ແລະ ອື່ນໆ. ຈາກການສົມທຽບ ໃນໄລຍະ 5 ປີ (2018-2022) ມີຜູ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ 10.379 ຫົວໜ່ວຍ. ປັດຈຸບັນ ມີລູກຄ້າທັງໝົດ 77.836 ຫົວໜ່ວຍ, ນຳໃຊ້ພະລັງງານໄຟຟ້າທັງໝົດ 106 ລ້ານກິໂລວັດໂມງ (KWH).

ຈາກອັດຕາການຊົມໃຊ້ທີ່ເພີ່ມຂຶ້ນ ກໍມີບັນຫາຕາມມາຄື ການຊໍາລະຄ່າກະແສພະລັງງານໄຟຟ້າ ມີບາງຫົວໜ່ວຍ ກໍບໍ່ທັນຊຳລະ 100% ໃນທຸກໆປີ ຈຶ່ງເກີດມີໜີ້ສິນຄຸມເຄືອ ມາຮອດປັດຈຸບັນ ມີທັງໝົດ 20 ຕື້ກວ່າກີບ.

ທ່ານ ສຸລິຍາ ຈັນທະວົງ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງສາລະວັນ ໄດ້ລາຍງານ ໃນກອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໃນວັນທີ 14 ມິຖຸນາ 2023 ທີ່ຜ່ານມາວ່າ ສຳລັບລັດວິສາຫະກິດໄຟຟ້າສາຂາສາລະວັນໃນໄລຍະຜ່ານມາ ມີໜີ້ສິນທີ່ຄ້າງຄຸມເຄືອແຕ່ລະປະເພດຊົມໃຊ້ ເຊັ່ນ: ໜີ້ສິນດ້ານຊົນລະປະທານ 4 ຕື້ກວ່າກີບ, ລັດບໍລິຫານ 14 ຕື້ກວ່າກີບ ແລະ ອື່ນໆ ຈໍານວນ 1,6 ຕື້ກວ່າກີບ ລວມໆແລ້ວຕົກເປັນເງິນເຖິງ 20 ຕື້ກີບ.

ຕໍ່ບັນຫາການແກ້ໄຂໜີ້ສິນຜ່ານມາ ແມ່ນໄດ້ມີການປຶກສາຫາລື, ສັງລວມໜີ້ສິນໃນແຕ່ລະໄລຍະ ແຈ້ງໃຫ້ລູກຄ້າຮັບຮູ້ ແລະ ເພື່ອຢັ້ງຢືນໄວ້. ສຳລັບທິດທາງແຜນການສູ້ຊົນ ໃນປີ 2023 ເພີ່ມທະວີໃນການເກັບໜີ້ສິນທີ່ຄ້າງຊໍາລະທຸກປະເພດ ໃຫ້ໄດ້ 54% ໜີ້ສິນ ປີ 2022 ຫຼື ປະມານ 9 ຕື້ກວ່າກີບ, ສູ້ຊົນເກັບກູ້ໜີ້ສິນ 7 ປະເພດ ຍົກເວັ້ນ (ລັດບໍລິຫານ ແລະ ຊົນລະປະທານ) ໃຫ້ໄດ້ 100% ແລະ ສູ້ຊົນເກັບໜີ້ສິນທີ່ຈໍາໜ່າຍພະລັງງານໄຟຟ້າອອກທຸກປະເພດ ໃນປີ 2023 ໃຫ້ບັນລຸໄດ້ 97% ຂຶ້ນໄປ.

ຂໍ້ມູນຈາກ: https://cutt.ly/dwtQqbAm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/